5 ຂໍ້ດີ ຈາກການອອກກຳລັງກາຍສຳລັບຜູ້ເຖົ້າ

23

ຜູ້ເຖົ້າຈຳນວນຫຼາຍບໍ່ມັກອອກກຳລັງກາຍ ສົ່ງຜົນໃຫ້ຮ່າງກາຍອ່ອນແອ ຫຼື ມີບັນຫາທາງສຸຂະພາບໄດ້ງ່າຍ ການອອກກຳລັງກາຍໃນຜູ້ເຖົ້າໃຫ້ໄດ້ຜົນດີ ຈະສົ່ງຜົນຕໍ່ລະບົບຮ່າງກາຍ ຈິດໃຈ ໃຫ້ມີຄວາມສົມບູນແຂງແຮງ ແລະ ຫຼຸດໂອກາດຂອງການເຈັບປ່ວຍໄດ້ຫຼາຍ.

ຂໍ້ດີຈາກການອອກກຳລັງກາຍສຳລັບຜູ້ເຖົ້າມີດັ່ງນີ້:

1 ຊ່ວຍຕ້ານທານພະຍາດ ແລະ ປິ່ນປົວພະຍາດໄດ້:

ການໄດ້ອອກກຳລັງກາຍຢ່າງຕໍ່ເນື່ອງ ແລະ ຖືກວິທີສົ່ງຜົນໃຫ້ມີໂອກາດການເກີດໂລກໄພໄຂ້ເຈັບຫຼຸດລົງໄດ້ ການອອກກຳລັງກາຍເປັນປະຈຳຈະຊ່ວຍໃນການປິ່ນປົວຄົນເຈັບເບົາຫວານ, ໄຂມັນໃນເລືອດສູງ ຊ່ວຍໃຫ້ລະດັບນ້ຳຕານ ແລະ ໄຂມັນໃນເລືອດຫຼຸດລົງໄດ້.

อาจเป็นรูปภาพของ 2 คน, ผู้คนกำลังฝึกโยคะ และ ผู้คนกำลังฝึกศิลปะการป้องกันตัว

2 ຊະລໍການເສື່ອມຂອງອະໄວຍະວະ:

ໄລຍະໄວອາຍຸສູງລະບົບການເຮັດວຽກຂອງຮ່າງກາຍ ແລະ ອະໄວຍະວະຕ່າງໆຈະເລີ່ມມີຄວາມອ່ອນແອລົງ ການອອກກຳລັງກາຍຊ່ວຍໃຫ້ຄວາມແຂງແຮງຂອງລະບົບການເຮັດວຽກຮ່າງກາຍໄດ້ເຮັດວຽກເປັນປົກກະຕິອີກຄັ້ງ ທັງນີ້ຂຶ້ນຢູ່ກັບຄວາມເໝາະສົມຂອງການອອກກຳລັງກາຍຂອງແຕ່ລະບຸກຄົນນຳ.

3 ຊ່ວຍໃນການຊົງຕົວ ແລະ ມີຮູບຮ່າງດີຂຶ້ນ:

ນ້ຳໜັກຕົວທີ່ຫຼາຍເກີນໄປສົ່ງຜົນໃຫ້ກະດູກອ່ອນແອ ແລະ ມີອາການເຈັບປວດຕາມຄໍ່ຕໍ່ຮ່າງກາຍ ລວມເຖິງອາດເກີດການຊົງຕົວທີ່ບໍ່ຄ່ອຍດີ ການອອກກຳລັງກາຍຈະຊ່ວຍເພີ່ມການຍືດຢຸ່ນຂອງກ້າມຊີ້ນ ເພີ່ມປະສິດທິພາບຂອງການຊົງຕົວໃຫ້ດີຂຶ້ນ ຄວນກິນອາຫານໃຫ້ຄົບ 5 ໝູ່ ເພື່ອຊ່ວຍຫຼຸດນ້ຳໜັກຕົວທີ່ຈະເຮັດໃຫ້ມີບັນຫາເລື່ອງຊົງຕົວໄດ້.

4 ຊ່ວຍສ້າງສຸຂະພາບຈິດທີ່ດີຂຶ້ນ:

ເມື່ອບໍ່ມີໂລກໄພໄຂ້ເຈັບ ຫຼື ອາການເຈັບປ່ວຍກໍຈະຊ່ວຍຫຼຸດຄວາມກັງວົນດ້ານສຸຂະພາບຂອງຜູ້ເຖົ້າ ເມື່ອຜູ້ເຖົ້າໄດ້ມາອອກກຳລັງກາຍຮ່ວມກັນ ກໍ່ຈະຊ່ວຍສ້າງສັງຄົມຜູ້ອາຍຸສູງທີ່ມັກເບິງແຍງຕົວເອງ ເຮັດໃຫ້ເກີດສັງຄົມໃໝ່ຂຶ້ນມາໄດ້.

5 ສົ່ງຜົນດີຕໍ່ການໃຊ້ຊີວິດປະຈຳວັນ:

ການອອກກຳລັງກາຍຊ່ວຍໃຫ້ຜູ້ເຖົ້າສາມາດເຮັດກິດຈະກຳໃນຊີວິດປະຈຳວັນໄດ້ເປັນປົກກະຕິ ຫຼື ຫຼຸດຄວາມລຳບາກໃນການເຮັດກິດຈະກຳລົງໄດ້ ເນື່ອງຈາກການມີຮ່າງກາຍທີ່ແຂງແຮງຫຼາຍຂຶ້ນ.