ລັດຖະບານສຸມໃສ່ ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

61

 

ລັດຖະບານໄດ້ອອກຫຼາຍມາດຕະການ ເພື່ອແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ. ຂະນະທີ່ອັດຕາແລກປ່ຽນຕົ້ນເດືອນກັນຍາ ເງິນກີບຍັງສືບຕໍ່ອ່ອນຄ່າ.
ອີງຕາມອັດຕາແລກປ່ຽນຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ເຫັນວ່າ: ອັດຕາແລກປ່ຽນສະກຸນເງິນກີບ ກັບ ໂດລາສະຫະລັດ ( ອັດຕາຂາຍ ) ຍັງມີການເໜັງຕີງແບບວັນຕໍ່ວັນ ສືບຕໍ່ສົ່ງຜົນກະທົບຕໍ່ການຊື້ – ຂາຍ, ດໍາເນີນທຸລະກິດ ແລະ ແມ່ນກະທັງການດໍາລົງຊີວິດຂອງປະຊາຊົນທີ່ມີລາຍຮັບຕໍ່າ ເຊິ່ງຖ້າສົມທຽບຄວາມປ່ຽນແປງດ້ານອັດຕາແລກປ່ຽນຕັ້ງແຕ່ໄລຍະຕົ້ນປີ ເຫັນວ່ານັບມື້ອ່ອນຄ່າລົງເລື້ອຍໆ ແລະ ໃກ້ຈຸລະດັບ 20.000 ກີບຕໍ່ 1 ໂດລາແລ້ວ.
ຂະນະທີ່ລັດຖະບານ ກໍສຸມໃສ່ຫາວິທີທາງແກ້ໄຂ ໂດຍກຳນົດໃນແຜນຈຸດສຸມຂອງລັດຖະບານໃນເດືອນກັນຍາ ແມ່ນການແກ້ໄຂວຽກງານເຄັ່ງຮ້ອນທາງດ້ານເສດຖະກິດ ຄື:


(1) ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 19/ກມສພ ລົງວັນທີ 30 ມິຖຸນາ 2023 ໂດຍສະເພາະສືບຕໍ່ປະຕິບັດແຜນເຄື່ອນໄຫວວຽກຈຸດສຸມຂອງຄະນະສະເພາະກິດ ແລະ ບັນດາເນື້ອໃນນິຕິກຳ ແລະ ແຈ້ງການທິດຊີ້ນຳຂອງກອງປະຊຸມຄະນະສະເພາະກິດໃນແຕ່ລະຄັ້ງ.
(2) ສືບຕໍ່ຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດໂຄງການບໍ່ແຮ່ ທີ່ໄດ້ຮັບອະນຸມັດແລ້ວ ໃຫ້ດຳເນີນຕາມສັນຍາ ເພື່ອໃຫ້ສາມາດສ້າງລາຍຮັບໃຫ້ລັດໃຫ້ໄວຂຶ້ນ, ຄຽງຄູ່ກັນນັ້ນ ກໍເລັ່ງກວດກາ ແລະ ປະເມີນຄືນຢ່າງເປັນລະບົບ ກໍລະນີໂຄງການໃດບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ ຫຼື ລະເມີດສັນຍາ ແລະ ກົດໝາຍກ່ຽວຂ້ອງ ແມ່ນຈະໄດ້ກ້າວໄປສູ່ການຍົກເລີກຢ່າງເດັດຂາດ. ສຳລັບໂຄງການທົດລອງ ແມ່ນຈະໄດ້ສືບຕໍ່ໂຈະການອະນຸມັດໃໝ່, ສ່ວນໂຄງການຈະສືບຕໍ່ທີ່ເຫັນວ່າມີປະລິມານແຮ່ພຽງພໍກັບການລົງທຶນຕໍ່ໄປ ແມ່ນຫັນໄປສູ່ການປະຕິບັດຕາມກົດໝາຍ ແລະ ລະບຽບການ, ແຕ່ຕ້ອງຮັບປະກັນຜົນປະໂຫຍດຂອງລັດເປັນທີ່ຕັ້ງສຳຄັນ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.


(3) ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານບັນລຸຕາມແຜນທີ່ສະພາແຫ່ງຊາດຮັບຮອງ, ໃນນັ້ນ ສຸມໃສ່ເລັ່ງຂະຫຍາຍຖານຈັດເກັບລາຍຮັບຜ່ານລະບົບ ແລະ ເຄື່ອງມືທັນສະໄໝໃຫ້ຫຼາຍກວ່າເກົ່າ ແລະ ເລັ່ງເຊື່ອມຖານຂໍ້ມູນກັບຂະແໜງການເສດຖະກິດ ເພື່ອຄຸ້ມຄອງແຫຼ່ງລາຍຮັບໃຫ້ສຳເລັດ; ການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸ່ມເຟືອຍ, ການນໍາໃຊ້ລົດຂອງລັດ.
ນອກນັ້ນ, ນາຍົກລັດຖະມົນຕີ ຍັງອອກຄຳສັ່ງສະບັບເລກທີ 13/ນຍ ລົງວັນທີ 29 ສິງຫາ 2023 ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ – ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ, ໃນນີ້ມອບໃຫ້ທະນາຄານ ແຫ່ງ ສປປ ລາວ ຄຸ້ມຄອງປະລິມານເງິນ M2 ໃຫ້ຢູ່ໃນຂອບທີ່ສາມາດຄວບຄຸມໄດ້; ຄຸ້ມຄອງ, ຕິດຕາມ ແລະ ຈຳກັດການເພີ່ມຂຶ້ນຂອງອັດຕາເງິນເຟີ້ ເຮັດໃຫ້ຫຼຸດລົງ. ພ້ອມທັງສຸມໃສ່ຄວບຄຸມລາຄາສິນຄ້າທີ່ສົ່ງຜົນກະທົບໄວຕໍ່ເງິນເຟີ້ຂອງ ສປປ ລາວ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

ຄຸ້ມຄອງການເຄື່ອນໄຫວທາງດ້ານການເງິນ ຂອງບັນດາທະນາຄານທຸລະກິດຢ່າງໃກ້ຊິດ, ຮັບປະກັນບໍ່ໃຫ້ມີການປັ່ນປ່ວນ ແລະ ແລກປ່ຽນເງິນຕາທີ່ຜິດກົດໝາຍ; ພ້ອມນີ້ ໃຫ້ນຳໃຊ້ມາດຕະການທີ່ເດັດຂາດຕໍ່ຜູ້ລະເມີດ ແລະ ກະທຳຜິດຕໍ່ກົດໝາຍ, ຕໍ່ຜູ້ສວຍໃຊ້ໜ້າທີ່ ເພື່ອຫາຜົນປະໂຫຍດທີ່ບໍ່ຊອບທຳ ແລະ ຜິດກົດໝາຍ ໂດຍບໍ່ມີການຍົກເວັ້ນ.
ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ແກ້ໄຂການແລກປ່ຽນເງິນຕາທີ່ບໍ່ຖືກຕ້ອງ ແລະ ດຳເນີນຄະດີຕໍ່ບຸກຄົນ, ນິຕິບຸກຄົນ ຜູ້ທີ່ຍັງເຄື່ອນໄຫວແລກປ່ຽນເງິນຕາແບບຊະຊາຍ ສ້າງຄວາມປັ່ນປ່ວນ; ພ້ອມທັງກຸ່ມເປົ້າໝາຍທີ່ມີການນຳໃຊ້ບັນຊີສ່ວນຕົວເຂົ້າໃນການແລກປ່ຽນເງິນຕາແບບຜິດກົດໝາຍ, ຖ້າພົບເຫັນພະນັກງານ ແລະ ເຈົ້າໜ້າທີ່ສວຍໃຊ້ໜ້າທີ່ອຳນວຍຄວາມສະດວກຕ້ອງໄດ້ດຳເນີນຕາມຂະບວນການຂອງກົດໝາຍຢ່າງເຂັ້ມງວດ.