ຂົ້ວກົບ ໃສ່ພິກໄທອ່ອນ ແລະ ຫົວກະສ່າຍ

37

ກົບເປັນສັດຊະນິດໜຶ່ງທີ່ສາມາດປຸງແຕ່ງໄດ້ຫຼາຍເມນູ ແລະ ມື້ນີ້ຄໍລຳອາຫານຈະພາທ່ານມາເຮັດຂົ້ວ ຫຼື ຜັດກົບໃສ່ ພິກໄທອ່ອນ ແລະ ຫົວກະສ່າຍ ເຊິ່ງເປັນເມນູທີ່ຊ່ວຍໃຫ້ຈະເລີນອາຫານໄດ້.

ວັດຖຸດິບ: ກົບປະມານເຄິ່ງໂລ ( ຄົວແລ້ວຕັດຕ່ອນ ຖ້າໃຜບໍ່ມັກກິນໜັງກໍສາມາດລອກອອກໄດ້ ), ໝາກເຜັດດິບ 7 – 10, ຫົວຜັກທຽມ 1 ຫົວ, ເກືອ, ແປ້ງນົວ, ນໍ້າປາ, ນໍ້າຕານ, ຊັອດຫອຍ, ສະອິວຂາວ, ນໍ້າມັນພືດ, ພິກໄທຂຽວ 20 – 30 ແກ່ນ, ກະສ່າຍຂາວ ຊອຍລວງຍາວ 3 ຫົວ, ໃບຂີ້ຫູດ 6 – 10 ໃບ ຈີກເຄິ່ງ, ບົວລະພາ 10 ຍອດ.

ວິທີເຮັດ: ຕຳໝາກເຜັດດິບກັບຫົວຜັກທຽມໃຫ້ລະອຽດ, ຈາກນັ້ນກໍຄ້າງໝໍ້ ເຮັດໄຟຄ່ອຍ-ປານກາງ ພ້ອມເອົານໍ້າມັນເທໃສ່ ແລ້ວເອົາໝາກເຜັດ ກັບ ຫົວຜັກທຽມທີ່ຕຳລົງໄປຂົ້ວໃຫ້ຫົວຜັກທຽມເລີ່ມເຫຼືອງ ແລ້ວເອົາກົບລົງໄປຂົ້ວໃສ່. ຂົ້ວແບບນັ້ນໄປຈົນກວ່າກົບແຫ້ມເກືອບສຸກ ແລ້ວຈຶ່ງຄ່ອຍຕື່ມນໍ້າສະອາດລົງໄປໂດຍຕອນຖອກລົງໃຫ້ຖອງໃສ່ຂ້າງຂອງໝໍ້ຂາງ ແລະ ໃຫ້ໃສ່ເທື່ອລະໜ້ອຍ ( ບໍ່ໃຫ້ຖອກໃສ່ຫຼາຍບາດດຽວ ) ນໍ້າແຫ້ງຈຶ່ງໃສ່ຕື່ມຈົນກວ່າກົບຈະສຸກ ເພື່ອບໍ່ໃຫ້ກົບຄາວ.

ເມື່ອກົບສຸກແລ້ວ ໃຫ້ປຸງລົດຊາດດ້ວຍຊັອດຫອຍ, ນໍ້າປາ, ນໍ້າຕານ ແລະ ສະອິວຂາວ, ແປ້ງນົວ ຖ້າຈາງໃສ່ເກືອລົງໄດ້ ລົດຊາດຕາມໃຈມັກເລີຍ ຈາກນັ້ນກໍເອົາພິກໄທ, ຫົວກະສ່າຍ ແລະ ໃບຂີ້ຫູດລົງໄປ ( ຖ້າໃຜມັກໃຫ້ສີງາມ ສາມາດຊອຍໝາກເຜັດດິບລົງໄປເພີ່ມສີສັນໄດ້ ) ເອົາໃບບົວລະພາລົງຂົ້ວໃຫ້ເຂົ້າກັນ ເທົ່ານີ້ທ່ານກໍຈະໄດ້ຂົ້ວກົບແຊບໆກິນແລ້ວ.

ໂດຍ: ນົກແຕນແວນ