ຫວຽດເຈ໊ດ ແລະ ໂບອິ້ງ ບັນລຸການເພີ່ມເນື້ອໃນຂໍ້ຕົກລົງຊື້ – ຂາຍເຮືອບິນ ເປັນ 200 ລໍາ

28

ເວັບໄຊສຳນັກຂ່າວ Vtv.vn ລາຍງານວ່າ: ໃນໂອກາດທີ່ປະທານາທິບໍດີ ໂຈ ໄບເດນ ຂອງສະຫະລັດອາເມຣິກາຢ້ຽມຢາມ ຫວຽດນາມ, ສາຍການບິນ ຫວຽດເຈ໊ດ ( Vietjet ) ແລະ ໂບອິ້ງ ໄດ້ບັນລຸການເພີ່ມເນື້ອໃນຂໍ້ຕົກລົງລະດັບສູງຂອງທັງສອງຝ່າຍ ຈາກສັນຍາຊື້ – ຂາຍເຮືອບິນ ໃນປີ 2016 ຈໍານວນ 100 ລໍາ ແລະ ອີກ 2 ປີ ແມ່ນເພີ່ມເປັນ 200 ລໍາ ໄດ້ຢຸດຊະງັກ ເນື່ອງຈາກຜົນກະທົບຂອງໂຄ   ວິດ – 19 ແລະ ປັດໄຈອື່ນໆ.

อาจเป็นรูปภาพของ อากาศยาน และ ข้อความ

ລາຍງານລະບຸວ່າ: ທ່ານ ນາງ ຫງວຽນ ທິ ເຟືອງ ຖ້າວ ປະທານບໍລິສັດ ຫວຽດເຈ໊ດ ແລະ ທ່ານ       ແບຣນແດນ ເນລສັນ ຜູ້ອຳນວຍການທົ່ວໄປຂອງໂບອິ້ງ ໄດ້ເຫັນດີ ແລະ ພໍໃຈກັບຂໍ້ຕົກລົງທາງການຄ້າ ເຊິ່ງຫວຽດເຈ໊ດ ແລະ ໂບອິ້ງ ຕົກລົງທີ່ຈະຕື່ມເນື້ອໃນຂອງຂໍ້ຕົກລົງສັ່ງຊື້ເຮືອບິນ 737 ແມັກ ຈໍານວນ 200 ລໍາ ມູນຄ່າ 25 ຕື້ໂດລາ ມີໄລຍະການສົ່ງມອບພາຍໃນ 5 ປີ ແລະ ຄາດວ່າ 12 ລໍາທຳອິດ ຈະຖືກສົ່ງມອບໃຫ້ກັບຫວຽດເຈ໊ດ ໃນປີ 2024.

ການສັ່ງຊື້ເຮືອບິນຂອງຫວຽດເຈ໊ດ ຈະສ້າງວຽກເຮັດງານທຳໃຫ້ແກ່ຊາວອາເມຣິກາ 200.000 ຕໍາແໜ່ງ ເຊິ່ງມີສ່ວນສະໜັບສະໜູນການເຕີບໂຕຂອງການຮ່ວມມືທາງການຄ້າທະວິພາຄີ ແລະ ຍັງເປັນຂໍ້ພິສູດເຖິງຄວາມສຳເລັດຂອງການຮ່ວມມືລະຫວ່າງທຸລະກິດຂອງສອງປະເທດ.

ນອກນີ້, ຫວຽດເຈ໊ດ ແລະ ໂບອິ້ງ ຍັງຕົກລົງທີ່ຈະຮ່ວມມືກັນສ້າງໃຫ້ຫວຽດນາມ ເປັນສູນກາງທີ່ບໍລິການດ້ານການບິນ ເປັນຕົ້ນແມ່ນ ການຝຶກອົບຮົມ, ການສ້ອມແປງ ແລະ ບໍາລຸງຮັກສາສຳລັບຫວຽດນາມ ແລະ ລະດັບສາກົນ. ທັງສອງຝ່າຍ, ຍັງປະສານງານໃນການໝູນໃຊ້ເຕັກໂນໂລຊີໃໝ່ໆດ້ານປັນຍາປະດິດ, ເຕັກໂນໂລຊີການບິນ, ເຊື້ອໄຟສີຂຽວ ແລະ ຫຼຸດການປ່ອຍແກ໊ສເຮືອນແກ້ວຕາມເກນການບິນທີ່ຍືນຍົງ.