ຈັນທະວີໄຊ ກັບ ດາໝົດ ກາຍເປັນ 2 ນັກເຕະລາວຄົນທໍາອິດທີ່ຍິງປະຕູ ໃນລາຍການ AFC U-23 Asian Cup

67

ຈັນທະວີໄຊ ຂຸນທຸມພອນ ແລະ ດາໝົດ ທອງຄໍາຫວັດ 2 ກອງກາງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ກາຍເປັນ 2 ນັກເຕະລາວຄົນທໍາອິດທີ່ສາມາດຍິງປະຕູໃນການແຂ່ງຂັນບານເຕະຊີງແຊັມອາຊີ ລາຍການ AFC U-23 Asian Cup ຈາກການແຂ່ງຂັນມາແລ້ວ 6 ຄັ້ງນັບແຕ່ປີ 2013 ຫຼັງຈາກຍິງໄດ້ຜູ້ລະປະຕູ ກ່ອນທີ່ ທີມຊາດລາວ ຈະຕົກຮອບຄັດເລືອກໄປໃນ 2023.

ທີມຊາດລາວ ລົງສະໜາມນັດທໍາອິດພົບກັບ ອົດສະຕຣາລີ ທີມຍັກໃຫຍ່ຂອງອາຊີ ປາກົດວ່າ: ທີມຊາດລາວ ບໍ່ສາມາດຕ້ານທານໄດ້ກ່ອນເສຍໄປ 1-7 ໂດຍນັດນີ້ ນັກເຕະທີ່ຍິງປະຕູໄດ້ຄື ຈັນທະວີໄຊ ຂຸນທຸມພອນ, ສ່ວນນັດທີ 2 ພົບກັບ ເຈົ້າພາບ ທາຈີກິດສະຖານ ຄອງເກມ ແລະ ມີໂອກາດຢ່າງຕໍ່ເນື່ອງ ແຕ່ ທີມຊາດລາວ ໄດ້ໂອກາດໂຕ້ກັບໄວ ສຸພັນ ຄໍາໃບອ່ອນ ໄດ້ບານກາງສະໜາມສົ່ງທະລຸຊ່ອງໃຫ້ກັບ ດາໝົດ ທອງຄໍາສະຫວັນ ຍິງເຂົ້າໄປເຮັດໃຫ້ ທີມຊາດລາວ ຂຶ້ນນໍາ 2-1 ນາທີໆ 56.

ບົດສະຫຼຸບກຸ່ມ I ເຮັດໃຫ້ ອົດສະຕຣາລີ ລົງສະໜາມ 2 ນັດມີ 4 ຄະແນນຢຶດທີມນໍາກຸ່ມມີຄະແນນເທົ່າກັບ ເຈົ້າພາບ ທາຈີກິດສະຖານ ກອດຄໍກັນເຂົ້າຮ່ວມ ໂດຍ ອົດສະຕຣາ ເຂົ້າຮອບໃນຖານະແຊັມກຸ່ມ ແລະ ທາຈີກິດສະຖານ ເຂົ້າຮອບໃນຖານະທີມອັນດັບ 2 ທີ່ດີທີ່ສຸດ ສໍາລັບ ທີມທີ່ໄດ້ໄປແຂ່ງຂັນຮອບສຸດທ້າຍມີດັ່ງນີ້:
1.ກາຕ້າ ເຈົ້າພາບ
2.ຈໍແດນ ແຊັມກຸ່ມ A
3.ເກົາຫຼີໃຕ້ ແຊັມກຸ່ມ B
4.ຫວຽດນາມ ແຊັມກຸ່ມ C
5.ຍີ່ປຸ່ນ ແຊັມກຸ່ມ D

6.ອຸດສະເບກິດສະຖານ ແຊັມກຸ່ມ E
7.ອີຣັກ ແຊັມກຸ່ມ F
8.ສະຫະລັດອາຣັບ ເອເມເຣດ ແຊັມກຸ່ມ G
9.ໄທ ແຊັມກຸ່ມ H
10.ອົດສະຕຣາລີ ແຊັມກຸ່ມ I

11.ອາຣັບບີ ຊາອຸດິ ແຊັມກຸ່ມ J
12.ອິນໂດເນເຊຍ ແຊັມກຸ່ມ K
13.ຄູເວດ ອັນດັບ 2 ທີ່ດີທີ່ສຸດ
14.ທາຈີກິດສະຖານ ອັນດັບ 2 ທີ່ດີທີ່ສຸດ ລໍາດັບທີ 2
15.ສປ ຈີນ ອັນດັບ 2 ທີ່ດີທີ່ສຸດ ລໍາດັບ 3
16.ມາເລເຊຍ ອັນດັບ 2 ທີ່ດີທີ່ສຸດ ລໍາດັບ 4
ຂ່າວ: Larh Creators; ຮູບຈາກ: ສຕລ