ບໍ່ແກ້ວ ເຄື່ອງໄຊຍະທານຂາຍດີແຕ່ເຊົ້າໆ

23

ວັນທີ 13 ກັນຍາ ນິ້. ກົງກັບມື້ແຮມ 13 ຄໍ່າເດືອນ 9 ລາວ,ເປັນມື້ຫ້າງຫາກະກຽມເຄື່ອງໄຊຍະທານຕ່າງໆໄວ້ ໃນບຸນຫໍ່ເຂົ້າປະດັບດິນ. ຕາມລາຍງານຂອງສື່ທ້ອງຖິ່ນ ໄດ້ລົງຕິດຕາມເບີ່ງບັນຍາກາດ ຢູ່ບັນດາຕະຫຼາດເທດສະບານເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.ແຕ່ເຊົ້າໆເຫັນວ່າມີປະຊາຊົນ ຊາວພຸດລາວບັນດາເຜົ່າ ແຂວງບໍ່ແກ້ວ ພາກັນຫຼັ່ງໄຫຼ ເຂົ້າສູ່ຕະຫຼາດຢ່າງຄັບຄາໜ້າແໜ້ນ. ເພື່ອຊອກຫາຊື້ ເຂົ້າຕົ້ມ,ເຂົ້າໜົມ,ດອກໄມ້,ໝາກໄມ້ສົດ ແລະ ເຄື່ອງໄຊຍະທານ ແລະ ອື່ນໆຕາມຄວາມຕ້ອງການ,ເພື່ອນໍາມາປຸງແຕ່ງອາຫານກະກຽມໄວ້ ເປັນຕົ້ນແມ່ນ ອາຫານຫວານຄາວ ເພື່ອກຽມເຮັດບຸນໃສ່ບາດ ຖວາຍໃຫ້ແກ່ພຣະສົງ ສາມະເນນ ອຸຸທິດຢາດນໍ້າຕາມປະເພນີ.

May be an image of 12 people
ພໍຮຸ່ງເຊົ້າຂອງວັນທີ 14 ກັນຍາ ກົງກັບມື້ແຮມ 15 ຄໍ່າ ເດືອນ 9 ດັບ, ຂອງທຸກໆປີ ເປັນມື້ຫໍ່ເຂົ້າປະດັບດິນ. ຊາວພຸດລາວທັງຫຼາຍ ກໍ່ຄື ສາສະນີກະຊົນຊາວພຸດ ໄດ້ຮ່ວມກັນມາທໍາບຸນໃສ່ບາດ ຢູ່ຕາມຫົວວັດຕ່າງໆຖວາຍສັງຄະທານໃຫ້ແກ່ພະສົງ ສາມາເນນ ແລະ ອຸທິດບຸນກຸສົນ ໄປໃຫ້ດວງວິນຍານ ຍາດມິດສະຫາຍ ຜູ້ທີ່ລ່ວງລັບໄປແລ້ວໃຫ້ມາຮັບເອົາເຄື່ອງທານ.

May be an image of 7 people and text

ນອກນັ້ນ,ຍັງໄດ້ນໍາເອົາເຂົ້າປາອາຫານ ເຂົ້າຕົ້ມ,ເຂົ້າໜົມ ໄປວາງໄວ້ຢູ່ຕາມດິນ, ຕາມຫຍ້າ,ຕາມເຫງົ້າໄມ້, ຕາມກໍາແພງວັດ,ທາດເຈດີ,ໜ້າເຮືອນຂອງຕົນ,ຕາມທາງ ແລະ ບ່ອນອື່ນໆ ;ຖືວ່າເປັນການສ້າງບຸນ ສ້າງກຸສົນໃຫ້ແກ່ຕົນເອງ,ຕາມຮີດຄອງປະເພນີອັນດີງາມ ແລະ ມີຄວາມເຊື່ອວ່າ ເປັນນິມິດໂຊກລາບ ໃຫ້ມີຄວາມສຸກ ຄວາມຈະເລີນ ແລະ ຢູ່ເຢັນເປັນສຸກ.

May be an image of 5 people

ບຸນຫໍ່ເຂົ້າປະດັບດິນມີຄວາມສໍາຄັນຫຼາຍ ໃນການເຮັດຄວາມດີ ເພື່ອຕອບແທນຄຸນແຜ່ນດິນ,ບັນພະບູລຸດ ແລະ ສັບພະສັດທັງຫຼາຍ ຕາມຄວາມເຊື່ອຖືມາແຕ່ຍາວນານ.

May be an image of flower