ເສດຖະກິດຂອງ EU ອາດບໍ່ບັນລຸເປົ້າ ເຢຍລະມັນ ອາດທົດຖອຍ

33

ສຳນັກຂ່າວ AFP ລາຍງານເມື່ອວັນທີ 12 ກັນຍາ 2023 ວ່າ: ຄະນະກຳມາທິການເອີຣົບ ( EC ) ໄດ້ອອກມາຄາດການຂະຫຍາຍຕົວເສດຖະກິດຂອງສະຫະພາບເອີຣົບ ( EU ) ຄາດວ່າຈະຢູ່ທີ່ລະດັບ 0,8% ຫຼຸດລົງຈາກການຄາດການໃນຄັ້ງຜ່ານມາ ທີ່ຄາດວ່າ ຈະຂະຫຍາຍຕົວ 1% ໃນປີ 2023 ນີ້.

ໃນຂະນະທີ່ຄາດການເຕີບໂຕເສດຖະກິດຂອງອີຢູ ໃນປີ 2024 ຄາດວ່າຈະຢູ່ໃນລະດັບ 1,4%, ໃນຂະນະທີ່ສະຖານະການດ້ານເສດຖະກິດຂອງກຸ່ມປະເທດເອີໂຣໂຊນ ຄາດວ່າຈະຂະຫຍາຍຕົວ 1,3% ໃນປີໜ້າ, ຫຼຸດລົງຈາກການຄາດການຄັ້ງຜ່ານມາ.

ການປັບຫຼຸດຄາດການເສດຖະກິດຂອງອີຢູລົງໃນຄັ້ງນີ້ ເນື່ອງມາຈາກເສດຖະກິດເຢຍລະມັນ ເຊິ່ງມີຂະໜາດໃຫຍ່ທີ່ສຸດໃນເອີຣົບ ຄາດວ່າຈະຫົດຕົວ 0,4% ໃນປີນີ້, ຫົດຕົວລົງຫຼາຍກວ່າທີ່ຄາດການໄວ້ໃນຄັ້ງຜ່ານມາ ທີ່ຄາດວ່າຈະຫົດຕົວ 0,2% ເນື່ອງຈາກການສົ່ງອອກຂອງເຢຍລະມັນ ເຊິ່ງເປັນລາຍໄດ້ຫຼັກຂອງປະເທດ ບໍ່ເປັນໄປຕາມເປົ້າໝາຍ.