ກຸ່ມ BRICS ກຳລັງຈະປ່ຽນສົມດຸນນໍ້າມັນໃນຕະຫຼາດພະລັງງານໂລກ

56

ເວັບໄຊ http://infobrics.org/ ລາຍງານວ່າ: BRICS ຈະປ່ຽນສົມດຸນພະລັງງານໃນຕະຫຼາດພະລັງງານໂລກ ເມື່ອຂະຫຍາຍປະເທດສະມາຊິກໃໝ່ 6 ປະເທດ ແມ່ນຈະຂຶ້ນສູ່ອັນດັບທີ່ເປັນກຸ່ມຄວບຄຸມການຜະລິດ ແລະ ປະລິມານນໍ້າມັນສຳຮອງ ເກືອບເຄິ່ງໜຶ່ງຂອງໂລກ.

ກຸ່ມ BRICS ເຊິ່ງມີ ບຣາຊິນ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກກາໃຕ້ ແລະ ຈະມີ ອາເຈນຕິນາ, ເອຢິບ, ເອທີໂອເປຍ, ອີຣານ, ຊາອຸດິດ ອາຣັບບີ ແລະ ສະຫະລັດອາຣັບເອເມເຣດ ເປັນສະມາຊິກໃໝ່ ໂດຍຈະມີຜົນຕັ້ງແຕ່ເດືອນມັງກອນ ປີ 2024 ເປັນຕົ້ນໄປ.

ລາຍງານລະບຸວ່າ: BRICS ຈະມີນໍ້າໜັກຢ່າງຫຼວງຫຼາຍໃນຕະຫຼາດນໍ້າມັນ ໂດຍລວມເຖິງຊາອຸດິດອາຣັບບີ, ສະຫະລັດອາຣັບເອເມເຣດ ແລະ ອີຣານ; ນອກນີ້ ສະມາຊິກປັດຈຸບັນ ເຊັ່ນ: ຣັດເຊຍ ແລະ ບຣາຊິນແລ້ວ ປະເທດເຫຼົ່ານີ້ລວມກັນແມ່ນຄວບຄຸມ 39% ຂອງການສົ່ງອອກນໍ້າມັນທັງໝົດຂອງໂລກ ຫຼື 17,1 ລ້ານບາເຣລຕໍ່ວັນ ( bpd ) ເຊິ່ງ 11 ປະເທດກຸ່ມ BRICS ທີ່ຂະຫຍາຍຕົວຈະຄິດເປັນສັດສ່ວນປະມານ 47,6% ຂອງການຜະລິດນໍ້າມັນທັງໝົດຂອງໂລກ.

ໃນແງ່ຂອງປະລິມານການສຳຮອງນໍ້າມັນ, ກຸ່ມດັ່ງກ່າວນີ້ຍັງຈະຄວບຄຸມເກືອບເຄິ່ງໜຶ່ງຂອງທັງໝົດຂອງໂລກ ປະມານ 719,5 ພັນລ້ານບາເຣລ ຈາກ 1,6 ລ້ານໆບາເຣລ. ຖ້າຫາກ ເວເນຊູເອລາ ເຊິ່ງຫາກໍສະໝັກເຂົ້າເປັນສະມາຊິກ ແລະ ໄດ້ຮັບການຍອມຮັບການຄວບຄຸມຂອງກຸ່ມ ຈະຍິ່ງໃຫຍ່ຂຶ້ນປະມານ 65,4% ເມື່ອປຽບທຽບກັບກຸ່ມ G7 ຂອງປະເທດເສດຖະກິດຊັ້ນນໍາຢ່າງສະຫະລັດອາເມຣິກາ, ອັງກິດ, ເຢຍລະມັນ, ອິຕາລີ, ການາດາ, ຝຣັ່ງ ແລະ ຍີ່ປຸ່ນ ຄວບຄຸມປະລິມານການສຳຮອງນໍ້າມັນດິບຢູ່ທີ່ປະມານ 3,9%.

ນອກນີ້, ການຂະຫຍາຍສະມາຊິກໃໝ່ 6 ປະເທດ ຈະຂັບເຄື່ອນກຸ່ມ BRICS ໃຫ້ນໍາໜ້າຄູ່ແຂ່ງສຳຄັນຢ່າງ G7 ໃນແງ່ເສດຖະກິດ ໂດຍກຸ່ມນີ້ຈະຄິດເປັນເກືອບ 40% ຂອງເສດຖະກິດໂລກ. ຂະນະທີ່ສ່ວນແບ່ງຂອງກຸ່ມ BRICS ຕໍ່ລວມຍອດຜະລິດຕະພັນ ( GDP ) ໂລກ ແມ່ນຈະເພີ່ມຂຶ້ນຈາກປັດຈຸບັນ 31,5% ມາເປັນ 37% ເມື່ອທຽບກັນແລ້ວ, ສ່ວນແບ່ງ GDP ໂລກ ຂອງກຸ່ມ G7 ໃນປັດຈຸບັນຢູ່ທີ່ 29,9%.