ລັດຖະບານກຳນົດ 10 ວຽກຈຸດສຸມເດືອນກັນຍາ

2047

 

ລັດຖະບານ ກຳນົດ 10 ວຽກຈຸດສຸມ ເດືອນກັນຍາ ໂດຍສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ; ຊຸກຍູ້ການຜະລິດເປັນສິນຄ້າທົດແທນການນໍາເຂົ້າ ແລະ ຊຸກຍູ້ການສົ່ງອອກ.
ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນສິງຫາ 2023 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ສິງຫາ ແລະ ອັດລົງໃນວັນທີ 25 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ, ອົງການທຽບເທົ່າ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນການ ປະຈຳເດືອນກັນຍາ 2023.

ສຳລັບແຜນວຽກຈຸດສຸມໃນເດືອນກັນຍາ ທີ່ຈະມາເຖິງນີ້, ລັດຖະບານ ຈະໄດ້ສຸມໃສ່ວຽກງານຕົວຈິງຈຳນວນໜຶ່ງ ດັ່ງນີ້:
1. ຂົງເຂດປ້ອງກັນຊາດ: ມອບໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ດ້ວຍມາດຕະການຕ່າງໆຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ສາມາດຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ, ພ້ອມທັງສືບຕໍ່ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງຮອບດ້ານ.
2. ຂົງເຂດປ້ອງກັນຄວາມສະຫງົບ: ສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ແລະ ນິຕິກຳກ່ຽວຂ້ອງຕ່າງໆໃຫ້ແຂງແຮງກວ່າເກົ່າ ໂດຍສະເພາະການແກ້ໄຂບັນຫາຢາເສບຕິດ, ຂີ້ລັກ, ງັດແງະ, ປຸ້ນຈີ້ ແລະ ອື່ນໆ.
3. ການແກ້ໄຂວຽກງານເຄັ່ງຮ້ອນທາງດ້ານເສດຖະກິດ:
(1) ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 19/ກມສພ ລົງວັນທີ 30 ມິຖຸນາ 2023 ໂດຍສະເພາະສືບຕໍ່ປະຕິບັດແຜນເຄື່ອນໄຫວວຽກຈຸດສຸມຂອງຄະນະສະເພາະກິດ ແລະ ບັນດາເນື້ອໃນນິຕິກຳ ແລະ ແຈ້ງການທິດຊີ້ນຳຂອງກອງປະຊຸມຄະນະສະເພາະກິດໃນແຕ່ລະຄັ້ງ.


(2) ສືບຕໍ່ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດໂຄງການບໍ່ແຮ່ ທີ່ໄດ້ຮັບອະນຸມັດແລ້ວໃຫ້ດຳເນີນຕາມສັນຍາ ເພື່ອໃຫ້ສາມາດສ້າງລາຍຮັບໃຫ້ລັດໃຫ້ໄວຂຶ້ນ, ຄຽງຄູ່ກັນນັ້ນ ກໍເລັ່ງກວດກາ ແລະ ປະເມີນຄືນຢ່າງເປັນລະບົບ ກໍລະນີໂຄງການໃດບໍ່ມີຄວາມຄືບໜ້າ ຫຼື ມີຄວາມຄືບໜ້າຊ້າ ຫຼື ລະເມີດສັນຍາ ແລະ ກົດໝາຍກ່ຽວຂ້ອງ ແມ່ນຈະໄດ້ກ້າວໄປສູ່ການຍົກເລີກຢ່າງເດັດຂາດ. ສຳລັບໂຄງການທົດລອງ ແມ່ນຈະໄດ້ສືບຕໍ່ໂຈະການອະນຸມັດໃໝ່, ສ່ວນໂຄງການຈະສືບຕໍ່ທີ່ເຫັນວ່າມີປະລິມານແຮ່ພຽງພໍກັບການລົງທຶນຕໍ່ໄປ ແມ່ນຫັນໄປສູ່ການປະຕິບັດຕາມກົດໝາຍ ແລະ ລະບຽບການ ແຕ່ຕ້ອງຮັບປະກັນຜົນປະໂຫຍດຂອງລັດເປັນທີ່ຕັ້ງສຳຄັນ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.
(3) ສືບຕໍ່ສຸມໃສ່ເກັບລາຍຮັບງົບປະມານບັນລຸຕາມແຜນທີ່ສະພາແຫ່ງຊາດຮັບຮອງ, ໃນນັ້ນ ສຸມໃສ່ເລັ່ງຂະຫຍາຍຖານຈັດເກັບລາຍຮັບຜ່ານລະບົບ ແລະ ເຄື່ອງມືທັນສະໄໝ ໃຫ້ຫຼາຍກວ່າເກົ່າ ແລະ ເລັ່ງເຊື່ອມຖານຂໍ້ມູນກັບຂະແໜງການເສດຖະກິດ ເພື່ອຄຸ້ມຄອງແຫຼ່ງລາຍຮັບໃຫ້ສຳເລັດ; ການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານລັດ, ການປະຢັດ ແລະ ຕ້ານການຟຸ່ມເຟືອຍ, ການນໍາໃຊ້ລົດຂອງລັດ.

4. ຂົງເຂດພະລັງງານ ແລະ ບໍ່ແຮ່: ສືບຕໍ່ຄົ້ນຄວ້າປັບປຸງນິຕິກຳ ແລະ ກົດໝາຍທີ່ກ່ຽວຂ້ອງກັບການເກັບລາຍຮັບຈາກໂຄງການບໍ່ແຮ່ ໂດຍສະເພາະອັດຕາຄ່າຊັບພະຍາກອນແຮ່ທາດໃຫ້ສຳເລັດ ພາຍໃນເດືອນຕຸລາ 2023; ສົມທົບກັບອົງການປົກຄອງແຂວງ – ນະຄອນຫຼວງວຽງຈັນ ເພີ່ມທະວີມາດຕະການຄຸ້ມຄອງ ເພື່ອບໍ່ໃຫ້ເກີດມີຊ່ອງວ່າງການລັກລອບຂຸດຄົ້ນຄຳຕົກຂ້ອນຕາມສາຍນໍ້າຕ່າງໆຢ່າງເດັດຂາດ; ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດໂຄງການພະລັງງານຢູ່ບັນດາແຂວງພາກໃຕ້ ທີ່ໄດ້ມີແຜນຂາຍໄຟໃຫ້ກຳປູເຈຍ ເພື່ອຮັບປະກັນໃຫ້ມີ ຄວາມຄືບໜ້າ ແລະ ສຳເລັດຕາມກຳນົດເວລາທີ່ໄດ້ເຊັນສັນຍາ ຊື້ – ຂາຍ. ນອກຈາກນີ້, ເພີ່ມທະວີຕິດຕາມເຝົ້າລະວັງລະດັບນ້ຳໃນອ່າງເກັບນ້ຳຂອງບັນດາເຂື່ອນໄຟຟ້າຢ່າງໃກ້ຊິດ, ທັງມີການບໍລິຫານຈັດການນ້ຳໃຫ້ດີ, ໃຫ້ມີການແຈ້ງເຕືອນທຸກຄັ້ງກ່ອນຈະລະບາຍນໍ້າອອກຈາກເຂື່ອນ ເພື່ອໃຫ້ປະຊາຊົນ ໂດຍສະເພາະປະຊາຊົນທີ່ອາໄສຢູ່ເຂດຕິດກັບແຄມແມ່ນ້ຳ ສາມາດກະກຽມຮັບມືໄດ້ທັນການ.

5. ຂົງເຂດທະນາຄານ: ເອົາໃຈໃສ່ເຜີຍແຜ່ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 10/ນຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂັ້ມງວດ ແລະ ຮີບຮ້ອນອອກຄໍາແນະນໍາລະອຽດຕໍ່ບາງເນື້ອໃນ ທີ່ສັງຄົມໃຫ້ຄວາມສົນໃຈ ເຊັ່ນ: ການຄອບຄອງ, ການນຳໃຊ້, ການແລກປ່ຽນເງິນຕາ ແລະ ອື່ນໆ, ພ້ອມທັງສືບຕໍ່ເຜີຍແຜ່ ແລະ ໃຫ້ມີການອະທິບາຍຜ່ານສື່ຕ່າງໆ ດ້ວຍຫຼາຍຮູບການ ແລະ ເປັນປົກກະຕິ, ພ້ອມນັ້ນກໍຈັດຕັ້ງປະຕິບັດ ຂໍ້ຕົກລົງ 93/ນຍ ວ່າດ້ວຍການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ ໂດຍສະເພາະການຄັດເລືອກເອົາໂຄງການບຸລິມະສິດທີ່ມີຕະຫຼາດຮອງຮັບ ແລະ ມີໜໍ່ແໜງການຜະລິດທີ່ດີແລ້ວ.

6. ຂົງເຂດອຸດສາຫະກຳ ແລະ ການຄ້າ: ສົມທົບກັບພາກສ່ວນກ່ຽວຂ້ອງ ສືບຕໍ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ກໍານົດໂຄງປະກອບລາຄາສິນຄ້າ ( ຂາຍຍົກ – ຂາຍຍ່ອຍ ) ແລະ ລາຍການສິນຄ້າທີ່ຕ້ອງໄດ້ຕິດຕາມການເໜັງຕີງຂອງລາຄາ ໃຫ້ຮູ້ໄດ້ສາເຫດການຂຶ້ນ – ລົງ ເພື່ອມີມາດຕະການແກ້ໄຂໃຫ້ທັນກັບສະພາບການ; ສືບຕໍ່ໂຄງການຊຸກຍູ້ການຜະລິດເປັນສິນຄ້າທົດແທນການນໍາເຂົ້າ ແລະ ຊຸກຍູ້ການສົ່ງອອກ; ສືບຕໍ່ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫຼາດຢູ່ນະຄອນຫຼວງວຽງຈັນ. ພ້ອມທັງຄົ້ນຄວ້ານະໂຍບາຍ, ລະບຽບການ, ເງື່ອນໄຂໃນການທົດລອງຈຳໜ່າຍສິນຄ້າໃນລາຄາແຊກແຊງ.
– ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດຜົນກອງປະຊຸມທຸລະກິດລາວ ປະຈຳປີ 2023 ໃຫ້ເປັນຮູບປະທໍາ ເປັນຕົ້ນ ການແກ້ໄຂຫົວຂໍ້ທີ່ຍັງຄົງຄ້າງ ແລະ ຍັງບໍ່ທັນໄດ້ແກ້ໄຂ ຕໍ່ກັບບັນດາຂໍ້ສະເໜີຂອງກອງປະຊຸມດັ່ງກ່າວ ເພື່ອກະກຽມເຮັດວຽກຮ່ວມ ລະຫວ່າງ ຄະນະລັດຖະບານ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ.

7. ຂົງເຂດໂຍທາທິການ ແລະ ຂົນສົ່ງ: ສຸມໃສ່ຄົ້ນຄວ້າຮ່າງນິຕິກຳຈຳນວນໜຶ່ງທີ່ມີຄວາມຈຳເປັນຮີບດ່ວນ ເຊັ່ນ: ຮ່າງຂໍ້ຕົກລົງ ວ່າດ້ວຍຄ່າທໍານຽມ – ຄ່າບໍລິການຂະແໜງລົດໄຟ, ຮ່າງດໍາລັດ ວ່າດ້ວຍການປັບໃໝຂອງຂະແໜງການລົດໄຟ ແລະ ພາລະບົດບາດທ່າບົກຂອງ ສປປ ລາວ ໃຫ້ສຳເລັດໄວ; ພ້ອມກັນນັ້ນກໍສືບຕໍ່ແກ້ໄຂບັນຫາຂໍ້ຄົງຄ້າງຕ່າງໆ ກ່ຽວກັບໂຄງການທາງລົດໄຟ ເພື່ອແກ້ໄຂຫາງສຽງ ແລະ ປາກົດການຫຍໍ້ທໍ້ຕ່າງໆ; ສືບຕໍ່ປັບປຸງໂຄງລ່າງພື້ນຖານ ( ເສັ້ນທາງ ) ຈຸດທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ເພື່ອໃຫ້ເສັ້ນທາງສາມາດນຳໃຊ້ໄດ້ເປັນປົກກະຕິ.
8. ຂົງເຂດກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນກ່ຽວຂ້ອງ ປະຕິບັດຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຄຳສັ່ງວ່າດ້ວຍ ການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນການບຸກລຸກທຳລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ; ນອກນັ້ນສືບຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກຳ ເພື່ອສົ່ງອອກທົດແທນການນຳເຂົ້າໃຫ້ໄດ້ຕາມແຜນທີ່ກຳນົດໄວ້; ສືບຕໍ່ແກ້ໄຂຜົນກະທົບຈາກນ້ຳຖ້ວມຕໍ່ການຜະລິດກະສິກໍາ, ປູກຝັງ – ລ້ຽງສັດ ໂດຍສະເພາະເລັ່ງໃສ່ຟື້ນຟູເຂດເນື້ອທີ່ຜະລິດເຂົ້ານາ ໃຫ້ສາມາດທັນຜະລິດຕາມຮອບວຽນຢູ່ບັນດາແຂວງພາກໃຕ້, ສະໜອງຢາປິ່ນປົວສັດລ້ຽງ ແລະ ອື່ນໆ.

9. ຂົງເຂດວຽກງານວັດທະນະທຳ – ສັງຄົມ:
(1) ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ: ສືບຕໍ່ສົມທົບກັບຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງໃຫ້ການຊ່ວຍເຫຼືອບັນເທົາທຸກປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດ; ສືບຕໍ່ຕິດຕາມ ການຈັດຕັ້ງປະຕິບັດນະໂຍບາຍອຸດໜູນແຮງງານຂັ້ນຕ່ຳ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1502/ຫສນຍ ລົງວັນທີ 16 ສິງຫາ 2023.
(2) ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ: ສືບຕໍ່ກະກຽມຄວາມພ້ອມການຈັດປີທ່ອງທ່ຽວລາວ ປີ 2024 ຮອບດ້ານ, ພ້ອມນັ້ນ ກໍໃຫ້ສົມທົບພາກສ່ວນກ່ຽວຂ້ອງ ແລະ ຜູ້ປະກອບການທ່ອງທ່ຽວ ໃນການປັບປຸງໂຄງລ່າງພື້ນຖານການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ລະບົບການຄຸ້ມຄອງການທ່ອງທ່ຽວ, ສືບຕໍ່ຄົ້ນຄວ້າການທ່ອງທ່ຽວຫຼາຍຮູບແບບ ແລະ ອື່ນໆໃຫ້ດີ ເພື່ອເຮັດໃຫ້ການພັດທະນາການທ່ອງທ່ຽວຢູ່ ສປປ ລາວ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ.

(3) ມອບໃຫ້ກະຊວງສຶກສາທິການ ແລະ ກີລາ: ສົມທົບກັບຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິຕົກລົງ ຂອງລັດຖະບານ ວ່າດ້ວຍການກຳນົດນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ. ນອກນີ້ ກໍສືບຕໍ່ກະກຽມການໄຂສົກຮຽນໃໝ່ ສົກປີ 2023 – 2024 ໃນສາຍການສຶກສາແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ. ພ້ອມທັງສືບຕໍ່ປັບປຸງບັນດາໂຮງຮຽນ ລວມທັງກະກຽມອຸປະກອນການຮຽນ – ການສອນ ແລະ ອຸປະກອນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ໃຫ້ສາມາດທັນກັບມື້ໄຂສົກຮຽນໃໝ່.

(4) ມອບໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ສືບຕໍ່ລົງຕິດຕາມ, ກວດກາ ບັນຫາສິ່ງແວດລ້ອມຂອງບັນດາໂຄງການພັດທະນາແຮ່ທາດ, ໂຮງງານອຸດສາຫະກຳ ແລະ ອື່ນໆ ໃຫ້ມີການຄຸ້ມຄອງທີ່ດີ; ສືບຕໍ່ປະຕິບັດການຊື້ – ຂາຍ ກຳມະສິດນຳໃຊ້ທີ່ດິນຜ່ານລະບົບທະນາຄານ ຕາມທິດຊີ້ນຳຂອງລັດຖະບານ.
10. ຂົງເຂດວຽກງານການຕ່າງປະເທດ: ມອບໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນໃຫ້ທັນການ ໂດຍສະເພາະບັນຫາທີ່ຈະສົ່ງຜົນກະທົບຕໍ່ລາວເຮົາ ເພື່ອລາຍງານຂໍທິດຊີ້ນຳໃຫ້ທັນການ; ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳຂັ້ນສູງຂອງພັກ, ຂອງລັດ ເຊັ່ນ: ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຢູ່ອິນໂດເນເຊຍ, ການກະກຽມເດີນທາງໄປຮ່ວມງານວາງສະແດງສິນຄ້າ ຈີນ – ອາຊຽນ. ນອກຈາກນັ້ນ, ກໍສືບຕໍ່ສຸມໃສ່ກະກຽມບັນດາໜ້າວຽກໃນການເປັນເຈົ້າພາບກອງປະຊຸມອາຊຽນ ປີ 2024 ໃຫ້ສໍາເລັດຕາມກຳນົດເວລາ.