6 ເດືອນ ເສດຖະກິດແຂວງອັດຕະປື ຂະຫຍາຍຕົວ 3,35%

50

 

6 ເດືອນຕົ້ນປີ 2023 ລວມຍອດຜະລິດຕະພັນພາຍໃນຂອງແຂວງອັດຕະປື ຂະຫຍາຍຕົວ 3,35% ເຊິ່ງແຜນຄາດໝາຍລວມໃນປີ 2023 ສູ້ຊົນໃຫ້ເພີ່ມຂຶ້ນບໍ່ຫຼຸດ 6,42%.


ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ II ໃນທ້າຍເດືອນກັນຍາຜ່ານມາວ່າ: ໃນໄລຍະ 6 ເດືອນຕົ້ນປີ ອັດຕາການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ ( GDP ) ຢູ່ໃນລະດັບ 3,35% ຄິດເປັນມູນຄ່າຕາມລາຄາໃນປີ 4.064 ຕື້ກີບ ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ 24,22 ລ້ານກີບ ຫຼື 1.225 ໂດລາ.

ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວ 3,97% ກວມເອົາ 37,37% ຂອງ GDP ( ມະຕິສະພາ: ຂະຫຍາຍຕົວ 6,96% ກວມເອົາ 32,33% ຂອງ GDP ); ຂະແໜງອຸດສາຫະກຳ ຂະຫຍາຍຕົວ 2,69% ກວມເອົາ 31,08% ຂອງ GDP ( ມະຕິສະພາ ຂະຫຍາຍຕົວ 5,64% ກວມເອົາ 34,48% ຂອງ GDP ) ແລະ ຂະແໜງບໍລິການ ຂະຫຍາຍຕົວ 2,08% ກວມເອົາ 31,56% ຂອງ GDP ( ມະຕິສະພາ ຂະຫຍາຍຕົວ 5,61% ກວມເອົາ 33,19% ຂອງ GDP ).


ຂະແໜງການຕົ້ນຕໍທີ່ຊຸກຍູ້ໃຫ້ GDP ຂະຫຍາຍຕົວໄດ້ແກ່ ຂະແໜງກະສິກໍາ, ຂະແໜງອຸດສາຫະກຳປຸງແຕ່ງ, ຂະແໜງພະລັງງານໄຟຟ້າ – ບໍ່ແຮ່, ຂະແໜງກໍ່ສ້າງ ແລະ ຂະແໜງການຄ້າ ( ຂາຍຍົກ – ຂາຍຍ່ອຍ ).
ການເກັບລາຍຮັບງົບປະມານ ( ຮອດວັນທີ 21 ມິຖຸນາ ) ໄດ້ທັງໝົດ 280,81 ຕື້ກີບ ເທົ່າກັບ 51% ຂອງແຜນການ ( ມະຕິສະພາ 550,84 ຕື້ກີບ ), ທຽບໃສ່ແຜນສູ້ຊົນຂອງແຂວງ ປະຕິບັດໄດ້ 47%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 150,75 ຕື້ກີບ ເທົ່າກັບ 116%.

ສຳລັບຄາດໝາຍສູ້ຊົນດ້ານເສດຖະກິດ – ສັງຄົມ ແຂວງອັດຕະປື ໃນປີ 2023 ລວມຍອດຜະລິດຕະພັນພາຍໃນ ( GDP ) ເພີ່ມຂຶ້ນບໍ່ຫຼຸດ 6,42%, ມູນຄ່າຕາມລາຄາໃນປີ 4.298,87 ຕື້ກີບ ສະເລ່ຍລວມຍອດຜະລິດຕະພັນພາຍໃນຕໍ່ຫົວຄົນ 26,14 ລ້ານກີບ ຫຼື ເທົ່າກັບ 1.538 ໂດລາ.