ລາບຊີ້ນເປັດ ກິນເອງແບບແຊບ ແລະ ອີ່ມແບບຈຸໃຈ

90

ລາບ ເປັນອາຫານພື້ນເມືອງລາວເຮົາ ແລະ ກິນຍາມໃດກໍແຊບຍາມນັ້ນ ທີ່ສຳຄັນເມນູລາບ ສາມາດເຮັດໄດ້ຫຼາຍແບບຫຼາຍຊະນິດ ທັງພືດ ແລະ ຊີ້ນສັດ. ແຕ່ມື້ນີ້ເຮົາຈະພາມາເຮັດລາບຊີ້ນເປັດກິນ ເຊິ່ງເຮັດກິນເອງຈະໄດ້ກິນຕາມລົດຊາດທີ່ເຮົາມັກ ແລະ ໄດ້ກິນຫຼາຍແບບຈຸໃຈອີກ.
▶ວັດຖຸດິບ: ຊີ້ນເປັດ ທີ່ຫຼືບອອກຈາກດູກ, ຫົວຜັກບົ່ວ, ຫົວຜັກທຽມ, ຫອມປ້ອມ, ຫອມບົ່ວ, ຫອມລາບ, ເຂົ້າຂົ້ວບົດລະອຽດ, ໝາກນາວ, ໝາກເຜັດດິບ, ໝາກເຜັດຜົງ, ເກືອ, ແປ້ງນົວ, ນໍ້າປາ ຫຼື ປາແດກສຸກ ( ລ້າງຜັກທຸກຢ່າງໃຫ້ສະອາດ ).

▶ ຂັ້ນຕອນເຮັດ: ຊອຍຊີ້ນເປັດ ແລະ ເຄື່ອງໃນ ໃຫ້ເປັນຕ່ອນນ້ອຍໆບາງໆ ເອົາໜັງໃສ່ນຳກໍໄດ້, ຈາກນັ້ນຕຳຫົວຜັກທຽມ ແລະ ຫົວຜັກບົ່ວ ແລ້ວຄ້າງໝໍ້ຂາງຂຶ້ນ ນຳຊີ້ນເປັດກັບໜັງລົງຂົ້ວໃສ່ພ້ອມ ຈາກນັ້ນໃຫ້ເອົາຫົວຫອມທີ່ຕຳໃສ່ລົງໄປຂົ້ວ ພ້ອມຕື່ມເກືອ, ແປ້ງນົວໃຫ້ລົດຊາດເກືອບພໍດີເລີຍ ( ຖ້ານໍ້າມັນເປັດອອກຫຼາຍໃຫ້ຕັກນໍ້າມັນອອກກ່ອນ ຫຼື ຈະຕັກເອົາແຕ່ຕ່ອນຫຼັງຂົ້ວສຸກກໍໄດ້ ), ສຸກແລ້ວໃຫ້ຕັກອອກຈາກນໍ້າມັນໄວ້ໃນຊາມທີ່ຈະຄົນລາບເລີຍ.
ເມື່ອຊີ້ນເປັດເຢັນແລ້ວ ຈາກນັ້ນມາຊອຍໝາກເຜັດດິບໃສ່ ພ້ອມເອົາໝາກເຜັດແຫ້ງຜົງໃສ່ນຳຈະໄດ້ກິ່ນຫອມ ແຕ່ໃສ່ໜ້ອຍກ່ອນກໍໄດ້ ແລ້ວຈຶ່ງກັບເອົາ, ພ້ອມເອົາເຂົ້າຂົ້ວ, ບີບໝາກນາວລົງໄປ ຕັກຊີມແລ້ວຈຶ່ງຕື່ມນໍ້າປາ ຫຼື ນໍ້າປາແດກໃສ່ ປຸງໃຫ້ພໍດີໄດ້ຕາມລົດຊາດທີ່ມັກແລ້ວ ໃຫ້ຊອຍຫອມລົງໃສ່ ຄົນອີກຄັ້ງ ເທົ່ານີ້ທ່ານກໍໄດ້ລາບເປັດແຊບໆກິນເອງທັງຄອບຄົວແລ້ວ.
[ ໂດຍ: ນົກແຕນແວນ ]