ບໍລິສັດ ຊີໂນ-ອາກຣີ ມອບເງິນທຶນພັດທະນາບ້ານ ແລະ ປຸ໋ຍ ໃຫ້ປະຊາຊົນຢູ່ເຂດອ້ອມຂ້າງໂຄງການ

25

ວັນທີ 28 ສິງຫາ 2023 ທີ່ຜ່ານມາ ບໍລິສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ ໄດ້ມອບເງິນທຶນພັດທະນາບ້ານ ແລະ ປຸ໋ຍ ໃຫ້ບັນດາບ້ານທີ່ຢູ່ອ້ອມຂ້າງເຂດໂຄງການ ເຊິ່ງຈັດຂຶ້ນຢູ່ທີ່ບ້ານນາຄຳ ເມືອງໜອງບົກ ແຂວງຄຳມ່ວນ ໂດຍມີທ່ານ ຄຳພອນ ສີກຸມພົນ ເຈົ້າເມືອງໜອງບົກ, ທ່ານ ຄຳໝັ້ນ ສໍປະເສີດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ທ່ານ ຈູ່ ຊຽງລີ່ ຮອງຜູ້ອຳນວຍການບໍລິສັດ ຊີໂນ-ອາກຣີ ໂປຕາສ ຈຳກັດ, ມີບັນດາພະແນກການຂັ້ນແຂວງ, ຂະແໜງການກ່ຽວຂ້ອງເມືອງໜອງບົກ ຕະຫຼອດເຖິງພໍ່ແມ່ປະຊາຊົນພາຍໃນບ້ານເປົ້າໝາຍເຂົ້າຮ່ວມ.

อาจเป็นรูปภาพของ 17 คน และ ข้อความ

ການມອບທຶນພັດທະນາບ້ານ ແມ່ນນອນຢູ່ໃນແຜນງານການປະກອບສ່ວນຊ່ວຍເຫຼືອສັງຄົມ ໃນການພັດທະນາຊຸມຊົນຂອງບັນດາບ້ານທີ່ຢູ່ໃນເຂດໂຄງການ ໃນຈຳນວນເງິນປະມານ 1 ຕື້ກີບຕໍ່ເມືອງຕໍ່ປີ ເພື່ອປະກອບສ່ວນຊຸກຍູ້ການພັດທະນາບ້ານໃນດ້ານຕ່າງໆ, ຍົກລະດັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ມີການຫັນປ່ຽນທີ່ດີຂຶ້ນ ສະເພາະເມືອງໜອງບົກປະກອບມີ 13 ບ້ານຄື: ບ້ານນາຄຳ, ດົງບູນ, ໂນນຈິກ, ໂນນສີລາ, ດົງຄຸງ, ນານ້ອຍ, ໜອງຜຳ, ໂນນແຕ້, ນາຫູນ, ໜອງປາຫຼາດ, ດົງຍາງ, ຊຽງຫວາງທົ່ງ ແລະ ດົງຂວາງ. ເຊິ່ງຈະໄດ້ຈັດສັນຕາມສັດສ່ວນຈຳນວນເນື້ອທີ່ຖືກຜົນກະທົບຂອງແຕ່ລະບ້ານ.

อาจเป็นรูปภาพของ 8 คน

ພ້ອມດຽວກັນ ບໍລິສັດຍັງໄດ້ມອບປຸ໋ຍ ຈຳນວນ 22 ໂຕ່ນ ໃຫ້ແກ່ປະຊາຊົນໃນຈຳນວນ 13 ບ້ານດັ່ງກ່າວ ນຳໃຊ້ເຂົ້າໃນການຜະລິດກະສິກຳ ເພື່ອເຮັດໃຫ້ຜົນຜະລິດຂອງພໍ່ແມ່ປະຊາຊົນໄດ້ຮັບປະສິດທິຜົນສູງຂຶ້ນ ເຊິ່ງວິຊາການຈາກບໍລິສັດກໍ່ໄດ້ແນະນຳກ່ຽວກັບຂັ້ນຕອນ, ວິທີການ ແລະ ປະລິມານ ການນຳໃຊ້ປຸ໋ຍທີ່ຖືກຕ້ອງ ແລະ ເໝາະສົມກັບສະພາບຂອງດິນ ແລະ ພືດໃນແຕ່ລະຊະນິດ ເຊັ່ນ: ເຂົ້າ ແລະ ພືດຜັກຕ່າງໆ.

อาจเป็นรูปภาพของ ข้อความ

ນອກນີ້ ບໍລິສັດຍັງມີແຜນທີ່ຈະຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ສ້າງອາຊີບຈາກການປູກຝັງ-ລ້ຽງສັດ ໂດຍທາງບໍລິສັດຈະສະໜອງທາງດ້ານແຫຼ່ງທຶນ ແລະ ແນວພັນໃຫ້ພໍ່ແມ່ປະຊາຊົນ  ພ້ອມທັງຮັບຊື້ຜົນຜະລິດພາຍຫຼັງການເກັບກ່ຽວ ເພື່ອສ້າງວຽກເຮັດງານທຳ ແນໃສ່ເຮັດໃຫ້ປະຊາຊົນມີລາຍຮັບ ແລະ ມີອາຊີບທີ່ໝັ້ນຄົງໃນອະນາຄົດ.

ໂດຍ: ຂ່າວສານຄຳມ່ວນ