ເປີດການນຳໃຊ້ ລະບົບບໍລິການພາກລັດປະຕູດຽວ (Gov-X)

93

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ຮ່ວມກັບອົງ ການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ໄດ້ຈັດພິທີເປີດການນຳໃຊ້ ລະບົບບໍລິການພາກລັດປະຕູດຽວ (Gov-X) ຊຶ່ງເປັນລະບົບສູນລວມຂໍ້ມູນ ແລະ ການບໍລິການຂອງພາກລັດ ເພື່ອສ້າງເງື່ອນໄຂໃຫ້ ປະຊາຊົນ, ທຸລະກິດ ແລະ ພະນັກງານທີ່ເຮັດວຽກ​ກ່ຽວ​ກັບການບໍລິການ ສາມາດເຂົ້າຫາຂໍ້ມູນ ແລະ ການບໍລິການຂອງພາກລັດຜ່ານປະຕູດຽວ.

อาจเป็นรูปภาพของ 9 คน, ลำโพง, การจัดแสง, ห้องข่าว และ ข้อความ

ພິ​ທີ​ດັ່ງ​ກ່າວ ມີ​ຂຶ້ນ​ໃນ​ວັນ​ທີ 28 ສິງ​ຫາ 2023 ທີ່​ນະ​ຄອນຫຼວງວຽງ​ຈັນ ໂດຍມີ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກ​ຕ​ສ), ມີ​ຜູ້​ຕາງ​ໜ້າອົງການ UNDP ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ລະບົບບໍລິການພາກລັດ ປະຕູດຽວ ສາມາດນຳໃຊ້ຜ່ານໂທລະສັບມືຖືສະມາດໂຟນ ຊຶ່ງລະບົບດັ່ງ ກ່າວມີບໍລິການເບື້ອງຕົ້ນຄື: ລະບົບລົງທະບຽນເລກໝາຍໂທລະສັບດ້ວຍຕົນເອງ (3 ແກຣັບ) ແມ່ນແອັບທີ່ໃຫ້ປະຊາຊົນ ສາມາດລົງທະບຽນເລກໝາຍໂທລະສັບດ້ວຍຕົນເອງ ໄດ້ຜ່ານລະບົບອອນລາຍ; ລະບົບກວດສອບຂໍ້ມູນບັດປະກັນສັງຄົມ (LSSO) ໂດຍຜູ້ນຳໃຊ້ສາມາດ ເຂົ້າໄປກວດສອບຂໍ້ມູນບັດປະກັນສັງຄົມຂອງຕົນ ໂດຍການປ້ອນລະຫັດບັດ ຊຶ່ງລະບົບຈະສະແດງຂໍ້ມູນພື້ນຖານປະກັນສັງຄົມເຊັ່ນ: ຊື່ໂຮງໝໍ ແລະ ຂໍ້ມູນປະກັນສັງຄົມຂອງຄອບຄົວ;

อาจเป็นรูปภาพของ 11 คน, โทรศัพท์ และ ข้อความ

ລະບົບຄັງປັນຍາລາວ ເປັນລະບົບສື່ການສອນແບບອອນລາຍ ຜູ້ໃຊ້ສາມາດເຂົ້າໄປຮຽນວິຊາຕ່າງໆ ຕັ້ງແຕ່ລະດັບ ປ.​1 ໄປຈົນຮອດ ມ.​7 ແລະ ມີຫຼັກສູດສຳລັບການເພີ່ມທັັກສະ ໃນການສອນໃຫ້ກັບອາຈານ ໂດຍບໍ່ເສຍຄ່າ; ລະບົບລວມສູນແບບຟອມ ແລະ ເອກະສານທາງການ ເພື່ອໃຫ້ປະຊາຊົນສາມາດ download ປະກອບເອກະສານຕ່າງໆ ໄດ້ຢ່າງວ່ອງໄວ ໂດຍບໍ່ຈຳເປັນເດີນທາງໄປປ່ອງບໍລິການ; ລະບົບຂໍ້ມູນວິສາຫະກິດແຫ່ງຊາດ (NED) ເພື່ອກວດສອບທະບຽນວິສາຫະກິິດ ຂອງບັນດາບໍລິສັດວິສາຫະກິດ, ບໍລິສັດ ແລະ ຫ້າງຮ້ານຕ່າງໆ ວ່າໄດ້ຈົດທະບຽນວິສາຫະກິດແລ້ວ ຫຼື ບໍ່; ລະບົບໃບຂັບຂີ່ດີຈີຕອນ (e-Driving License) ເພື່ອລົງທະບຽນໃບຂັບຂີ່ໃຫ້ເປັນຮູບແບບດີຈີຕອນ, ປັດຈຸບັນ ກຳລັງດຳເນີນການປະສານສົມທົບກັບກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນການເຊື່ອມຕໍ່ຂໍ້ມູນ ກັບລະບົບຖານຂໍ້ມູນໃບຂັບຂີ່.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ທ່ານ ບໍ່ວຽງຄຳ ວົງດາລາ ໄດ້ກ່າວວ່າ: ປັດຈຸບັນ, ເຕັກໂນໂລຊີດີຈີຕອນ ໄດ້ກາຍເປັນເຄື່ອງມືທີ່ສຳຄັນ ໃຫ້ແກ່ການເຄື່ອນໄຫວ, ມີການພັດທະນາຢ່າງກ້າວກະໂດດ ແລະ ເປັນ​ສິ່ງ​ຈຳ​ເປັນ​ໃນການດຳລົງຊີວິດຂອງມວນມະນຸດເຮົາ ໃຫ້ມີຄວາມສະດວກສະບາຍ ແລະ ເປັນປັດໄຈທີ່ສຳຄັນໃຫ້ແກ່ ລັດຖະບານຂອງຫຼາຍປະເທດນຳໃຊ້ເຂົ້າໃນວຽກງານບໍລິຫານ-ບໍລິການສັງຄົມ. ສປປ ລາວ ໄດ້ມີວິໄສທັດຫັນເປັນເສດຖະກິດດີຈິຕອນ ໄລຍະ 20 ປີ (2021-2040), ແຜນຍຸດທະສາດເສດຖະກິດດີຈິຕອນໄລຍະ 10 ປີ (2021-2030) ແລະ ແຜນການຫັນເປັນເສດຖະກິດດີຈີຕອນ ໄລຍະ 5 ປີ (2021-2025) ຊຶ່ງປະກອບມີ 3 ເສົາຄໍ້າຄື: ເສດຖະກິດດີຈີຕອນ, ສັງຄົມດີຈິຕອນ ແລະ ລັດຖະບານດີຈີຕອນ.

ໃນໄລຍະຜ່ານມາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປັນໃຈກາງໃນການ ພັດທະນາ ແລະ ນໍາເອົາເຕັກໂນໂລຊີດີຈີຕອນ ສະໜອງໃຫ້ແກ່ບັນດາກະຊວງ ຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນແມ່ນລະບົບເຄືອຂ່າຍພາກລັດ (Government Network), ລະບົບຫ້ອງການທັນສະໄໝ e-Office, ລະບົບກອງປະ ຊຸມທາງໄກ (Video Conference), ລະບົບການສື່ສານພາກລັດ (G-Chat), ລະບົບຈົດໝາຍເອເລັກໂຕຣນິກ (Email) ແລະ ລະບົບອື່ນໆ.

ໂດຍ: ຂປລ