ທ່ານຮອງປະທານປະເທດ ແນະນຳໃຫ້ເອົາໃຈໃສ່ ສືບຕໍ່ໃນການພັດທະນາເມືອງທ່າແຂກ ໃຫ້ສົມກັບວ່າ ເປັນເມືອງໃຈກາງທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ

76

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຄຳມ່ວນ ຂອງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ໃນວັນທີ 28 ສິງຫາ 2023 ທີ່ຜ່ານມານີ້, ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ ແລະ ບັນດາການນໍາຂັ້ນແຂວງ, ການນໍາເມືອງທ່າແຂກ ໄດ້ໃຫ້ການຕ້ອນຮັບ.

อาจเป็นรูปภาพของ 2 คน

ໃນໂອກາດດັ່ງກ່າວ ທ່ານຮອງປະທານປະເທດ ໄດ້ມີຄຳເຫັນ ຕໍ່ການພັດທະນາ ຕົວເມືອງທ່າແຂກ ໂດຍໄດ້ແນະນໍາໃຫ້ຄະນະການນໍາຂັ້ນເມືອງ ຈົ່ງໄດ້ເປັນເຈົ້າການເອົາໃຈໃສ່ ສືບຕໍ່ໃນການພັດທະນາ ໃຫ້ສົມກັບວ່າ ເມືອງທ່າແຂກ ເປັນເມືອງໃຈກາງທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ສ້າງຕົວເມືອງໃຫ້ມີຄວາມສະອາດຈົບງາມ ແລະ ເປັນເມືອງໜ້າຢູ່, ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆ ຂອງຊາດຂອງພັກ.

อาจเป็นรูปภาพของ 6 คน

ພ້ອມນີ້, ທ່ານຍັງໄດ້ເນັ້ນ ໃຫ້ເອົາໃຈໃສ່ ໃນວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ, ລວມເຖິງຕິດຕາມສະພາບບັນຫາຂອງບຸກຄົນທີ່ບໍ່ຫວັງດີ ໃຊ້ເລ່ຫລ່ຽມກົນອຸບາຍ ຕໍ່ຕ້ານແນວທາງນະໂຍບາຍ ຂອງພັກ-ລັດ; ສ່ວນດ້ານເສດຖະກິດ ກໍສືບຕໍ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາ ດ້ວຍການປູກ-ການລ້ຽງ, ສ້າງທ່າແຮງພັດທະນາ ໃຫ້ສາມາດກຸ້ມຕົນເອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ. ຄຽງຄູ່ກັນນັ້ນ, ເຂດເສດຖະກິດສະເພາະທ່າແຂກ ກໍໃຫ້ສົ່ງເສີມໂຄງການລົງທຶນຕ່າງໆ ໃຫ້ກາຍເປັນທ່າແຮງໃນການພັດທະນາທາງດ້ານເສດຖະກິດທີ່ແທ້ຈິງ.

ไม่มีคำอธิบายรูปภาพ

ພ້ອມກັນນີ້, ກໍຕ້ອງໄດ້ກະກຽມກອງປະຊຸມໃຫຍ່ຂັ້ນເມືອງ ແລະ ຂັ້ນຮາກຖານ, ພ້ອມກັນເອົາໃຈໃສ່ປະຕິບັດຄາດໝາຍທີ່ກອງປະຊຸມໃຫຍ່ວາງອອກ, ເລັ່ງປັບປຸງຄະນະພັກຮາກຖານຂັ້ນບ້ານ, ຕິດພັນກັບການລົງຮາກຖານ, ດ້ານວຽກງານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍຕ້ອງສ້າງໃຫ້ໄດ້ຕາມລະບຽບຫລັກການ ຢ່າງມີຄຸນນະພາບ. ນອກນັ້ນ, ທ່ານຍັງແນະນໍາໃຫ້ສືບຕໍ່ເຝົ້າລະວັງກ່ຽວກັບສະພາບບັນຫາໄພພິບັດ ແລະ ປ້ອງກັນການລະບາດຂອງພະຍາດ ທີ່ເກີດຂື້ນຕາມລະດູການອີກດ້ວຍ.

ໂດຍ: ຂ່າວສານຄຳມ່ວນ