ເຊກອງ ເປີດໃຫ້ບໍລິການໜ່ວຍກູ້ໄພສຸກເສີນ ເພື່ອຊ່ວຍເຫຼືອສັງຄົມ

28

ແຂວງເຊກອງເປັນແຂວງໜຶ່ງທີ່ບໍ່ມີໜ່ວຍງານກູ້ໄພສຸກເສີນ ເຊິ່ງເຮັດໃຫ້ມີຄວາມຫຍຸ້ງຍາກເມື່ອເກີດມີເຫດການສຸກເສີນຕ່າງໆຂຶ້ນ. ດັ່ງນັ້ນ, ເມື່ອເລັງເຫັນບັນຫາດັ່ງກ່າວ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຶ່ງໄດ້ສະເໜີການນໍາຂັ້ນແຂວງເພື່ອເປີດໜ່ວຍງານກູ້ໄພສຸກເສີນ ເພື່ອຮັບໃຊ້ສັງຄົມຂຶ້ນ, ເຊິ່ງໃນວັນທີ 26 ສິງຫາ 2023 ທີ່ຜ່ານມາ ທີ່ຫ້ອງການ ບໍລິສັດ ດາກຈຶງສໍາຫຼວດບໍ່ແຮ່ ປະຈໍາແຂວງເຊກອງ ໄດ້ມີພິທີ ເປີດໃຫ້ບໍລິການ ມູນນິທິພຣະໄຊຍ໌ ກູ້ໄພສຸກເສີນ ເພື່ອຊ່ວຍເຫຼືອສັງຄົມຂຶ້ນ, ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 10 คน, โรงพยาบาล และ ข้อความ

ໃນພິທີ ທ່ານນາງ ມະໂນລາ ສຸດທິຈັກ ຫົວໜ້າອົງການກາແດງ ແຂວງເຊກອງ ໃຫ້ຮູ້ວ່າ: ມູນນິທິ ພຣະໄຊຍ໌ ກູ້ໄພສຸກເສີນ ແຂວງເຊກອງ ເປັນໜ່ວຍງານໜຶ່ງທີ່ເຄື່ອນໄຫວຕາມພາລະບົດບາດ ແລະ ກົດໝາຍວ່າດ້ວຍກາແດງລາວວາງອອກ, ມີອາສາສະຫມັກກູ້ໄພ 7 ຄົນ, ມີລົດກູ້ໄພ 1 ຄັນ, ມີອຸປະກອນຮັບໃຊ້ວຽກງານປະຖົມພະຍາບານກູ້ໄພສຸກເສີນຄົບຊຸດ, ມີສໍານັກງານຕັ້ງຢູ່ ບ້ານໃຫມ່ຫົວເມືອງ ເມືອງລະມາມ, ເຊິ່ງສ້າງຕັ້ງຂຶ້ນເພື່ອຮັບໃຊ້ສັງຄົມ.

อาจเป็นรูปภาพของ 7 คน และ วัด

ເຮັດໜ້າທີ່ ໃນການຮັບສົ່ງຄົນເຈັບສຸກເສີນ, ຊ່ວຍກູ້ໄພຜູ້ຖືກເຄາະຮ້າຍຈາກເຫດການສຸກເສີນ ແລະ ໄພພິບັດຕ່າງໆ, ຄົ້ນຫາຜູ້ຖືກບາດເຈັບ, ໃຫ້ການປະຖົມພະຍາບານ ແລະ ນຳສົ່ງໄປສະຖານທີ່ບໍລິການສາທາລະນະສຸກ.  ພ້ອມກັນນັ້ນກໍເພື່ອ ເຝົ້າລະວັງ ແລະ ໃຫ້ບໍລິການຄົນເຈັບສຸກເສີນໃນກິດຈະກຳຕ່າງໆ, ໃຫ້ການບໍລິການຮັບ-ສົ່ງຄົນເຈັບ, ຊ່ວຍໂຄສະນາປູກຈິດສໍານຶກການຂັບຂີ່ປອດໄພ, ໃຫ້ຄວາມຮູ້ໃນການກັນພະຍາດ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ, ປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ອື່ນໆ.

อาจเป็นรูปภาพของ 2 คน, ลิงลม, โรงพยาบาล และ ข้อความ

ໂອກາດດັ່ງກ່າວ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ເນັ້ນໃຫ້ມູນນິທິ ພຣະໄຊຍ໌ ກູ້ໄພສຸກເສີນ ຕ້ອງເຮັດການບໍລິການຮັບໃຊ້ສັງຄົມຢ່າງເປັນມືອາຊີບ, ມີຫຼັກວິທະຍາສາດ ແລະ ມີຫຼັກວິຊາການຢ່າງແທ້ຈິງ ເພື່ອໃຫ້ທັນກັບສະພາບການປ່ຽນແປງຕ່າງໆຕະຫຼອດເວລາ, ຕ້ອງເຂັ້ມງວດ ໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃນຖານະເປັນຜູ້ກອບກູ້-ຊ່ວຍເຫຼືອສັງຄົມ, ຕ້ອງເອົາໃຈໃສ່ເຮັດການບໍລິການໃຫ້ມີຄວາມສະດວກວ່ອງໄວ.

อาจเป็นรูปภาพของ 2 คน, รถพยาบาล, รถตู้, โรงพยาบาล และ ข้อความ

ໂດຍ: ຂ່າວເຊກອງ