ເຈົ້າແຂວງຄໍາມ່ວນ ເຄື່ຶອນໄຫວຕິດຕາມ ການກໍ່ສ້າງຕິດຕັ້ງລະບົບຕາຂ່າຍສົ່ງໄຟຟ້າ ເພື່ອສະໜອງໄຟຟ້າໃຫ້ປະຊາຊົນເຂດເມືອງຄູນຄຳ ໄດ້ຊົມໃຊ້ໂດຍໄວ

38

ໃນໂອກາດທີ່ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍທ່ານຫົວໜ້າຫ້ອງວ່າການແຂວງ ເດີນທາງເຄື່ອນໄຫວເຮັດວຽກຢູ່ ເມືອງຄູນຄໍາ ໃນວັນທີ 26 ສິງຫາ 2023 ທີ່ຜ່ານມາ, ໂອກາດດັ່ງກ່າວ ທ່ານໄດ້ເຄື່ອນໄຫວຕິດຕາມ ການຈັດຕັ້ງປະຕິບັດການກໍ່ສ້າງຕິດຕັ້ງລະບົບຕາຂ່າຍ 22 ກິໂລໂວນ ແຕ່ ບ້ານນາພົງ ເມືອງປາກກະດິງ ຫາ ບ້ານຄູນເງິນ ເມືອງຄູນຄໍາ ເພື່ອສະໜອງໄຟຟ້າໃຫ້ເຂດເມືອງຄູນຄໍາ ໄດ້ຊົມໃຊ້.

อาจเป็นรูปภาพของ 5 คน, ถนน และ ข้อความ

ເນື່ອງຈາກລະບົບຕາຂ່າຍເກົ່າ ຖືກໄພທຳມະຊາດ ດິນເຈື່ອນທັບຖົມ ທີ່ເກີດຂຶ້ນໃນຄັ້ງວັນທີ 3 ສິງຫາ 2023 ເຮັດໃຫ້ແລວຕາຂ່າຍ 22 ກິໂລໂວນ ແຕ່ສະຖານີ ທ່າສາລາ ເມືອງຄໍາເກີດ ຫາ ເມືອງຄູນຄຳ ໄລຍະທາງ 7.580 ແມັດ ບໍ່ສາມາດສົ່ງໄຟຟ້າໄດ້ ຈົນຮອດປະຈຸບັນ.

อาจเป็นรูปภาพของ 5 คน และ ต้นไม้

ສະນັ້ນ, ເພື່ອເປັນການປັບປຸງຟື້ນຟູຕໍ່ສະພາບຜົນກະທົບດັ່ງກ່າວໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ, ເຮັດໃຫ້ການສະໜອງໄຟຟ້າ ແກ່ປະຊາຊົນເຂດ ເມືອງຄູນຄໍາ ໄດ້ຊົມໃຊ້ຢ່າງທົ່ວເຖິງ, ສາຂາ ລັດວິສາຫະກິດໄຟຟ້າລາວ ແຂວງຄຳມ່ວນ ໄດ້ປະສານກັບ ຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້ ກ່ຽວກັບວຽກງານການກໍ່ສ້າງຕາຂ່າຍ 22 ກິໂລໂວນ ເຊື່ອມຕໍ່ ລະຫວ່າງ ບ້ານນາພົງ ເມືອງປາກກະດິງ ແຂວງບໍລິຄໍາໄຊ ຫາ ບ້ານຄູນເງິນ ເມືອງຄູນຄຳ ແຂວງຄຳມ່ວນ. ເຊິ່ງມີລວງຍາວທັງໝົດ 9.220 ແມັດ, ຄິດເປັນມູນຄ່າໃນການກໍ່ສ້າງທັງໝົດເປັນຈຳນວນເງິນ 3 ຕື້ກວ່າກີບ.

อาจเป็นรูปภาพของ 3 คน

ໂດຍໄດ້ເລີ່ມລົງມືຈັດຕັ້ງປະຕິບັດ ນັບແຕ່ວັນທີ 20 ສິງຫາ 2023 ເປັນຕົ້ນມາ, ປະຈຸບັນ ແມ່ນກໍາລັງເລັ່ງປະຕິບັດຢ່າງຮີບດ່ວນ ເພື່ອໃຫ້ພໍ່ແມ່ປະຊາຊົນເຂດເມືອງ ຄູນຄໍາ ໄດ້ຊົມໃຊ້ໄຟຟ້າໃຫ້ໄວທີ່ສຸດ ຄາດວ່າຈະໃຫ້ສໍາເລັດ ແລະ ເປີດການນໍາໃຊ້ໃນຕົ້ນ ເດືອນກັນຍາ 2023 ນີ້.

ໂດຍ: ຂ່າວສານຄຳມ່ວນ