ໃນໄລຍະ 2 ປີເຄິ່ງ ອົງການໄອຍະການສະຫວັນນະເຂດ ໄດ້ຮັບຄຳຮ້ອງຄະດີທັງໝົດ 2.971 ເລື່ອງ ແລະ ແກ້ໄຂໄດ້ແລ້ວ 2.679 ເລື່ອງ

35

ໃນໂອກາດ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງສະຫວັນນະເຂດຊຸດທີ 2 ເມື່ອວັນທີ 24 ສິງຫາ 2023 ທີ່ຜ່ານມານີ້ ທີ່ຫໍວັດທະນະທໍາໄກສອນພົມວິຫານ ໂອກາດດັ່ງກ່າວ ທ່ານ ຄໍາແດງ ຂັນຕະມາລາ ຫົວໜ້າອົງການໄອຍະການປະຊາຊົນແຂວງ ໄດ້ລາຍງານດ້ານດີ ແລະ ຜົນສໍາເລັດກາງສະໄໝຂອງແຜນການ 5 ປີ ວ່າ:

อาจเป็นรูปภาพของ 1 คน และ แท่นบรรยาย

ຄະນະພັກ-ຄະນະອົງການໄອຍະການປະຊາຊົນແຂວງໄດ້ຖືເອົາວຽກງານສຶກສາອົບຮົມແນວຄິດເປັນກົກ ໃນການຊີ້ນໍາ ນໍາພາຮອບດ້ານ, ເພື່ອໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນຮັບຮູ້ເຂົ້າໃຈ ກໍາແໜ້ນຢ່າງເລິກເຊິ່ງຕໍ່ແນວທາງຂອງພັກ ກົດໝາຍຂອງລັດ. ກ່ຽວກັບວຽກງານກົດໝາຍ ແມ່ນໄດ້ຕິດຕາມກວດກາ ການປະຕິບັດກົດໝາຍ ແລະ ການສັ່ງຟ້ອງ, ໂດຍໄດ້ຮັບຄໍາສະເໜີ ແລະ ຄໍາຮ້ອງ ຈາກອົງການຈັດຕັ້ງລັດ ແລະ ສັງຄົມ ແລະ ປະຊາຊົນຈໍານວນ 175 ສະບັບ ແກ້ໄຂໄດ້ 170 ສະບັບເທົ່າກັບ 94,14% ເຫັນວ່າການແກ້ໄຂຄໍາຮ້ອງ ແມ່ນມີຄວາມຖືກຕ້ອງເປັນທໍາ ແລະ ທັນຕາມເຫດການ.

ໄດ້ເຂັ້ມງວດຕິດຕາມກວດກາ ຄົ້ນຄວ້າການສ້າງກົນໄກປະສານ ຮ່ວມງານກັບເຈົ້າໜ້າທີ່ອົງການສືບສວນ-ສອບສວນກ່ຽວກັບ ການອອກຄໍາສັ່ງໃຊ້ມາດຕະການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນໃນທຸກຂັ້ນຕອນໃນການດໍາເນີນຄະດີຂອງເຈົ້າໜ້າທີ່ຄື: ໄດ້ອອກຄໍາສັ່ງກັກຂັງພາງ 2.016 ສະບັບ, ຄໍາສັ່ງຕໍ່ກັກຂັງພາງ 2.195 ສະບັບ, ຄໍາສັ່ງຕໍ່ເປີດການສືບສວນສອບສວນ 1.814 ສະບັບ, ຄໍາສັ່ງຈັບຕົວ 53 ສະບັບ, ຄໍາສັ່ງກວດຄົ້ນເຄຫະສະຖານ 183 ສະບັບ.

ພ້ອມກັນນັ້ນກໍໄດ້ມີການ ເປີດກອງປະຊຸມຮ່ວມກັບເຈົ້າໜ້າທີ່ອົງການສືບສວນ-ສອບສວນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກສັບສົນ 30 ຄັ້ງ, ມີຄະດີນໍາມາຄົ້ນຄວ້າ 45 ເລື່ອງ. ນອກນີ້ຍັງເຂົ້າຮ່ວມຕິດຕາມການຊັນນະສູດຊາກສົບ ແລະ ສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ 84 ຄັ້ງ, ໄດ້ຮັບສໍານວນຄະດີອາຍາທົ່ວແຂວງ ທັງໝົດ 2.734 ເລື່ອງ, ແກ້ໄຂໄດ້ 2.454 ເລື່ອງ, ຖະແຫຼງສັ່ງຟ້ອງໃຫ້ສານຕັດສິນ 1.483 ເລື່ອງ, ມີຄໍາແນະນໍາສົ່ງເຈົ້າໜ້າທີ່ 914 ເລື່ອງ, ຊັດມ້ຽນ 25 ເລື່ອງ, ໂຈະການດໍາເນີນຄະດີ 5 ເລື່ອງ ເທົ່າກັບ 89 %,  ຮັບສໍານວນຄະດີແພ່ງທັງໝົດ 237ເລື່ອງ, ແກ້ໄຂໄດ້ 225 ເລື່ອງ ເທົ່າກັບ 94 %. ໂດຍລວມແລ້ວແມ່ນເຫັນວ່າບັນລຸຕາມຄາດໝາຍທີ່ວາງໄວ້.

ໂດຍ: ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ