ລັດຖະບານ ໄຂກອງປະຊຸມວິສາມັນ ນາຍົກຊີ້ນໍາຂະແໜງການກ່ຽວຂ້ອງສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ແລະ ອຸທົກກະໄພ

32

 

ລັດຖະບານໄຂກອງປະຊຸມວິສາມັນຂຶ້ນ ເພື່ອຄົ້ນ ຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ບັນດາຮ່າງກົດໝາຍສະບັບປັບປຸງ ແລະ ສ້າງໃໝ່. ຂະນະທີ່ທ່ານນາຍົກ ໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ແລະ ຮີບຮ້ອນແກ້ໄຂຜົນກະທົບຈາກຝົນຕົກໜັກ ໂດຍສະເພາະສຸມໃສ່ຟື້ນຟູເຂດພື້ນທີ່ທຳການຜະລິດ, ສ້ອມແປງເສັ້ນທາງທີ່ເປ່ເພ.

 

ເພື່ອປະຕິບັດຕາມແຜນດໍາເນີນງານຂອງລັດຖະບານ, ແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2023 ຂອງສະພາແຫ່ງຊາດ ໂດຍສະເພາະແຜນດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຄາດຄະເນຈະຈັດຂຶ້ນໃນທ້າຍປີນີ້, ດັ່ງນັ້ນໃນວັນທີ 21 ສິງຫາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ດຳເນີນກອງປະຊຸມວິສາມັນ, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງເຂົ້າຮ່ວມ.
ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນດ້ວຍຄວາມເອົາໃຈໃສ່ຕໍ່ບັນດາຮ່າງກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ ດັ່ງນີ້:


1. ຮ່າງກົດໝາຍ ວ່າດ້ວຍຊັບສິນທາງປັນຍາ ( ສະບັບປັບປຸງ ): ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳໃຫ້ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ ແລະ ເຂົ້າໃຈງ່າຍ ເປັນຕົ້ນ: ການໃຊ້ຄໍາສັບ ແມ່ນໃຫ້ເປັນພາສາທາງການທີ່ເຂົ້າໃຈງ່າຍ; ການກໍານົດເນື້ອໃນກ່ຽວກັບກອງທຶນໃຫ້ຈະແຈ້ງຕື່ມ ບໍ່ຊ້ຳຊ້ອນກັບກອງທຶນອື່ນ, ພ້ອມທັງຮີບຮ້ອນຄົ້ນຄວ້າລະບຽບຄຸ້ມຄອງ ກ່ຽວກັບກອງທຶນສະເພາະ ແລະ ອື່ນໆ.
2. ຮ່າງກົດໝາຍ ວ່າດ້ວຍການບັນຊີ ( ສະບັບປັບປຸງ ): ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳໃຫ້ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ ແລະ ຮັດກຸມ ເປັນຕົ້ນ: ເນື້ອໃນກ່ຽວກັບຈຸດປະສົງ, ຫຼັກການກ່ຽວກັບວຽກງານບັນຊີ, ເງື່ອນໄຂຂອງພະນັກງານບັນຊີ; ພ້ອມນີ້ການນໍາໃຊ້ເຄື່ອງໝາຍໃນການຂຽນໂຕເລກ ກໍໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງພາກພື້ນ ແລະ ສາກົນ.

3. ຮ່າງກົດໝາຍ ວ່າດ້ວຍເຂດເສດຖະກິດພິເສດ ( ສະບັບສ້າງໃໝ່ ): ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳໃຫ້ປັບປຸງຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີ ຄວາມລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ ແລະ ຮັດກຸມ, ສອດຄ່ອງກັບນິຕິກຳທີ່ໄດ້ປະກາດໃຊ້ແລ້ວ, ແນໃສ່ດຶງດູດການລົງທຶນເຂົ້າສູ່ເຂດຕ່າງໆ ເພື່ອໃຫ້ມີການພັດທະນາຢ່າງຕໍ່ເນື່ອງ, ສາມາດຮັບປະກັນ ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ຮັກສາໄດ້ຮີດຄອງປະເພນີ ແລະ ວັດທະນະທໍາຂອງຊາດ ເປັນຕົ້ນ: ການກໍານົດເນື້ອໃນແມ່ນໃຫ້ສອດຄ່ອງກັບສະພາບຕົວຈິງ ເພື່ອຈໍາກັດຊ່ອງວ່າງຂອງການສວຍໂອກາດ ແລະ ແກ້ໄຂຂໍ້ຄົງຄ້າງຕ່າງໆຈາກການຖອດຖອນບົດຮຽນໃນໄລຍະຜ່ານມາ; ການຈັດຕັ້ງຄຸ້ມຄອງເຂດ ແລະ ຄະນະຄຸ້ມຄອງເຂດ, ນະໂຍບາຍດ້ານແຮງງານ, ນະໂຍບາຍຕໍ່ຜູ້ພັດທະນາເຂດ, ການກຳນົດພັນທະຂອງຜູ້ພັດທະນາເຂດ ແລະ ອື່ນໆ.
4. ຮ່າງກົດໝາຍ ວ່າດ້ວຍລະບົບການຊຳລະ ( ສະບັບປັບປຸງ ): ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳໃຫ້ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ໃຫ້ເຂົ້າໃຈງ່າຍ ແລະ ສາມາດຈັດຕັ້ງປະຕິບັດໄດ້ ເປັນຕົ້ນ ນິຍາມກ່ຽວກັບເງິນເອເລັກໂຕຣນິກ, ການກຳນົດກ່ຽວກັບອົງການກວດກາ ວຽກງານລະບົບການຊຳລະ.

5. ຮ່າງກົດໝາຍ ວ່າດ້ວຍການຮັກສາສຸຂະພາບຂັ້ນຕົ້ນ ( ສະບັບສ້າງໃໝ່ ); ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍສະບັບດັ່ງກ່າວ ແລະ ໄດ້ຊີ້ນຳໃຫ້ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.
ສຳລັບການປັບປຸງບັນດາຮ່າງກົດໝາຍດັ່ງກ່າວ ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສົມທົບກັບກະຊວງຍຸຕິທໍາ ແລະ ບັນດາຄະນະຮັບຜິດຊອບກົດໝາຍດັ່ງກ່າວ ປັບປຸງ ແລະ ຮຽບຮຽງສຸດທ້າຍ ເພື່ອນໍາສະເໜີທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ – ສັງຄົມ ມີຄໍາເຫັນ ແລ້ວນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາໃຫ້ທັນຕາມກຳນົດເວລາ.
ໃນໂອກາດກ່າວປິດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນໍາໃຫ້ຂະແໜງການກ່ຽວຂ້ອງເອົາໃຈໃສ່ບາງວຽກຈຸດສຸມຈຳນວນໜຶ່ງ ດັ່ງນີ້:


1. ກະກຽມເນື້ອໃນໃຫ້ແກ່ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນສິງຫາ 2023 ແລະ ກອງປະຊຸມລັດຖະບານ ຮ່ວມກັບ ຄະນະປະຈຳສະພາແຫ່ງຊາດ ທີ່ຈະຈັດຂຶ້ນໃນທ້າຍເດືອນນີ້.
2. ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XI ທີ່ຫາກໍສໍາເລັດໃນອາທິດຜ່ານມາ ໂດຍໃຫ້ຫັນເອົາບັນດາເນື້ອໃນ 5 ດ້ານ ເປັນແຜນວຽກຕົວຈິງໃຫ້ລະອຽດ ແລະ ມອບຄວາມຮັບຜິດຊອບໃຫ້ຈະແຈ້ງ.
3. ສືບຕໍ່ສຸມໃສ່ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ເປັນຕົ້ນບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນ ໂດຍໃຫ້ຮີບຮ້ອນຄົ້ນຄວ້າມາດຕະການແກ້ໄຂໃຫ້ຖືກຈຸດ, ແຂງແຮງຂຶ້ນກວ່າເກົ່າ, ນໍາໃຊ້ຫຼາຍນະໂຍບາຍ, ຫຼາຍມາດຕະການ, ຫຼາຍວິທີ.
4. ໃຫ້ກະຊວງສຶກສາທິການ ແລະ ກີລາ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງກະກຽມຄວາມພ້ອມໃນການເປີດສົກຮຽນໃໝ່ ລວມທັງການແກ້ໄຂບັນຫາຕ່າງໆທີ່ຕິດພັນກັບສະຖາບັນການສຶກສາ.

5. ຮີບຮ້ອນແກ້ໄຂຜົນກະທົບຈາກຝົນຕົກໜັກໃນ 2 ອາທິດຜ່ານມາ ໂດຍສະເພາະສຸມໃສ່ຟື້ນຟູເຂດພື້ນທີ່ທຳການຜະລິດ, ສ້ອມແປງເສັ້ນທາງທີ່ເປ່ເພ ແລະ ຖືກຕັດຂາດ ເປັນຕົ້ນເສັ້ນທາງເລກທີ 8, ເສັ້ນທາງເລກທີ 12 ແລະ ເສັ້ນທາງອື່ນໆໃຫ້ສາມາດເດີນທາງໄປ – ມາ ເປັນປົກກະຕິໂດຍໄວ. ພ້ອມກັນນັ້ນ, ກໍສືບຕໍ່ຕິດຕາມສະພາບການປ່ຽນແປງຂອງດິນຟ້າອາກາດ ພ້ອມທັງວາງແຜນປ້ອງກັນ ແລະ ຮັບມືຕໍ່ກັບໄພພິບັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.
6. ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດຂອງການນໍາຂັ້ນສູງ ໂດຍສະເພາະການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຢູ່ອິນໂດເນເຊຍ ແລະ ຮັບການເປັນປະທານອາຊຽນ; ການຕ້ອນຮັບການນໍາຈາກຕ່າງປະເທດ ກໍຄືງານສຳຄັນຕ່າງໆ.