ພູຄູນທຳລາຍສິນຄ້າໝົດອາຍຸລວມ 22 ລາຍການ

33

ໃນວັນທີ 21 ສິງຫາ 2023ນີ້ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງພູຄູນ ຮ່ວມກັບ ຄະນະສະເພາະກິດຂັ້ນເມືອງ ໄດ້ຈັດພິທີທຳລາຍສິນຄ້າທີ່ໝົດອາຍຸ-ເສື່ອມຄຸນນະພາບ ແລະ ສິນຄ້າເກືອດຫ້າມ ເຊິີ່ງພິທີໄດ້ຈັດຂື້ນທີບ້ານສາລາພູຄູນ ເທດສະບານເມືອງ ໂດຍໃຫ້ການໃຫ້ກຽດເຂົ້າຮ່ວມພິທີ ມີທ່ານ ສົມມະລີ ຄຳເກັ່ງ ເຈົ້າເມືອງພູຄູນ ພ້ອມດ້ວຍພາກສວນທີກ່ຽວຂ້ອງຂອງເມືອງ.

May be an image of 11 people

ໃນພິທີ ທ່ານ ສີທັດ ຄວນຍືນຍົງ ຮັກສາການຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າໃຫ້ຮູ້ວ່າ: ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ປະກອບມີ: ສິນຄ້າໝົດອາຍຸ-ເສື່ອມຄຸນ ປະເພດເຄື່ອງດື່ມ, ໝີ່, ເຂົ້າໝົມ ເຄື່ອງປຸງອາຫານ, ນົມ, ຢາບັນເທົາອາການ ແລະ ອື່ນໆຈໍານວນໜຶ່ງ ລວມທັງໝົດ 22 ລາຍການ, ຄິດເປັນມູນຄ່າທັງໝົດ 14 ລ້ານກວ່າກີບ.

No photo description available.

ເຊິ່ງເປັນສິນຄ້າໝົດອາຍຸ ທີ່ຄະນະສະເພາະກິດ ໄດ້ລົງເຄືອນໄຫວກວດກາ ແລະ ຢຶດຈາກບັນດາຮ້ານຄ້າ, ຮ້ານຂາຍເຄື່ອງຍ່ອຍ ແລະ ຕະຫຼາດ ຈຳນວນ 28 ຮ້ານ ພາຍໃນເມືອງ ທັງນີ້ກໍ່ເພື່ອເປັນການປົກປ້ອງສິດຂອງຜູ້ບໍລິໂພກ ແລະ ທັງເປັນການຮັບປະກັນໃຫ້ສິນຄ້າທີວ່າງຈຳໜ່າຍຕາມທ້ອງຕະຫຼາດມີຄຸນນະພາບອີກດ້ວຍ.

May be an image of 6 people and text