ຢູ 23 ລາວ ສະເໝີ 1 ແລະ ເສຍ 1 ນັດຕົກຮອບແບ່ງກຸ່ມ ບານເຕະຊີງແຊັມອາຊຽນ 2023

40

ທີມຊາດລາວ ຮຸ່ນອາຍຸບໍເກີນ 23 ປີ ພາຍໃຕ້ການຄຸມທີມຂອງ ອາເຣນ່າ ກູເລຍໂມ່ ສັນຊາດອີຕາລີ ເລີ່ມຕົ້ນບໍ່ຄ່ອຍດີໃນລາຍການທໍາອິດດ້ວຍການສະເໝີກັບ ຟິລິບປິນ 2-2 ໃນນັດທໍາອິດ ແລະ ເສຍໃຫ້ກັບ ຫວຽດນາມ 1-4 ເກັບໄດ້ພຽງ 1 ຄະແນນຕົກຮອບແບ່ງກຸ່ມ ໃນການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອານຸບໍ່ເກີນ 23 ປີ ປະຈຳປີ 2023 ຢູ່ທີ່ແຂວງຣະຢອງ ປະເທດໄທ.

ນັດຫຼ້າສຸດຈັດຂຶ້ນໃນຕອນແລງຂອງວັນທີ 20 ສິງຫາ 2023 ທີມຊາດລາວ ລົງສະໜາມລຸ້ນເຂົ້າຮອບກັບ ຫວຽດນາມ ແຊັມເກົ່າ ຜ່ານການແຂ່ງຂັນປາກົດວ່າ: ທີມຊາດຫວຽດນາມ ໄດ້ປະຕູຂຶ້ນນໍາໄປກ່ອນ 1-0 ໃນເຄິ່ງເວລາທໍາອິດ ກ່ອນທີ່ຕົ້ນເຄິ່ງເວລາທີ 2 ທິບພະຈັນ ຄໍາໃບອ່ອນ ຈະມາຍິງປະຕູຕີສະເໝີໃຫ້ກັບ ທີມຊາດລາວ ໄລ່ມາເປັນ 1-1 ຈຸດປະກາຍຄວາມຫວັງ, ແຕ່ແລ້ວໄລຍະເວລາທີ່ເຫຼືອ ຫວຽດນາມ ກັບມາສູ່ເກມ ແລະ ຍິງໄປອີກ 3 ປະຕູລວດເອົາຊະນະ ທີມຊາດລາວ 4-1.

ຈາກຜົນການແຂ່ງຂັນດັ່ງກ່າວ ເຮັດໃຫ້ ທີມຊາດລາວ ຢູ 23 ມີພຽງ 1 ຄະແນນ ຕົກຮອບແບ່ງກຸ່ມໄປ, ສ່ວນ ຫວຽດນາມ ເກັບ 3 ຄະແນນຢຶດທີມນໍາກຸ່ມ C ແລະ ໄປຕັດສິນເຂົ້າຮອບກັບ ທີມຊາດຟິລິບປິນ ໃນວັນທີ 22 ສິງຫາ 2023, ສ່ວນກຸ່ມອື່ນໆກໍຍັງລຸ້ນນັດສຸດທ້າຍ ເພື່ອຕັດສິນເຂົ້າຮອບ.
ສໍາລັບ ການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ U23 ປະຈຳປີ 2023 ໂດຍມີທັງຫມົດ 10 ປະເທດເຂົ້າຮ່ວມ ຄັດເອົາທີ 1 ທັງ 3 ກຸ່ມ ແລະ ອັນດັບ 2 ທີ່ດີທີ່ສຸດ 1 ທີມ ເຂົ້າຮອບ 4 ທີມສຸດທ້າຍ ເຊິ່ງແບ່ງອອກເປັນ 3 ກຸ່ມດັ່ງນີ້:
– ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ
– ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ
– ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວ
ຂ່າວ: Larh Creators; ຮູບຈາກ: ສຕລ