ປະກາດທາງການ! ທີມຊາດລາວ ຕົກຈາກ 189 ລົງ 190 ຂອງໂລກ ຫຼັງບໍ່ມີການເຄື່ອນໄຫວໃນເດືອນມີນາ

24

ສະຫະພັນບານເຕະນາໆຊາດ ( ຟີຟາ ) ປະກາດອັນດັບໂລກ ທີມຊາດ ຫຼື ຟີຟາແຣງກິ້ງ ຢ່າງເປັນທາງການເມື່ອວັນທີ 4 ເມສາ 2024 ປະກົດວ່າ: ທີມຊາດລາວ ຕົກລົງ 1 ອັນດັບຈາກ 189 ຕົກລົງຢູ່ອັນດັບທີ 190 ຂອງໂລກ ຫຼັງຈາກທີ່ບໍ່ມີການແຂ່ງຂັນໃນປະຕິທິນຟີຟາເດ ເມື່ອເດືອນມີນາ 2024.

ບົດສະຫຼຸບ 5 ອັນດັບໃນແຕ່ລະໆດັບດັ່ງນີ້:
+5 ອັນດັບທໍາອິດຂອງໂລກ:
1.ອາກຊັງຕິນ ອັນດັບຄົງທີ່
2.ຝຣັ່ງ ອັນດັບຄົງທີ່
3.ແບນຊິກ ເລືອນຂຶ້ນ 1 ອັນດັບ ( 4 )
4.ອັງກິດ ຕົກລົງ 1 ອັນດັບ ( 3 )
5.ບຣາຊິນ ອັນດັບຄົງທີ່

+5 ອັນດັບໂລກຂອງ ທະວີບອາຊີ
18.ຍີ່ປຸ່ນ ອັນດັບຄົງທີ່
20.ອີຣານ ອັນດັບຄົງທີ ( 20 )
23.ສ ເກົາຫຼີ ຕົກລົງ 1 ອັນດັບ ( 22 )
24.ອົດສະຕຣາລີ ຕົກລົງ 1 ອັນດັບ ( 23 )
34.ກາຕ້າ ເລື່ອນຂຶ້ນ 3 ອັນດັບ ( 37 )

+ອັນດັບໂລກຂອງພາກພື້ນອາຊຽນ
101. ໄທ ອັນດັບຄົງທີ່
115. ຫວຽດນາມ ຕົກລົງ 10 ອັນດັບ ( 105 )
134. ອິນໂດເນເຊຍ ເລື່ອນຂຶ້ນ 8 ອັນດັບ ( 142 )
138. ມາເລເຊຍ ຕົກລົງ 6 ອັນດັບ ( 132 )
141. ຟິລິບປິນ ຕົກລົງ 2 ອັນດັບ ( 139 )
155. ສິງກະໂປ ເລື່ອນຂຶ້ນ 1 ອັນດັບ ( 156 )
155. ມຽນມາ ເລື່ອນຂຶ້ນ 1 ອັນດັບ ( 156 )
179. ກໍາປູເຈຍ ອັນດັບຄົງທີ່
190. ສປປ ລາວ ຕົກລົງ 1 ອັນດັບ ( 189 )
194. ບຣູໄນ ອັນດັບຄົງທີ່
198. ຕີມໍ ເລສເຕ ເລື່ອນຂຶ້ນ 2 ອັນດັບ ( 200 )
ຂ່າວຈາກ: Larh Creator