ເບສະຫວັນ ເອັຟຊີ ຍັງເປັນທີມທີ່ຍິງປະຕູໄດ້ຫຼາຍທີ່ສຸດ ໃນ ລາວຟຸດຊໍ ລີກ 2024

22

ເບສະຫວັນ ເອັຟຊີ ສະໂມສອນຟຸດຊໍລາວ ລົງສະໜາມນັດຫຼ້າສຸດ ( ນັດທີ 4 ) ສາມາດເອົາຊະນະ ຈັນສີ ເອັຟຊີ ໄປຂາດລອຍ 5-0 ໃນການແຂ່ງຂັນກີລາຟຸດຊໍລາຍການ ລາວຟຸດຊໍ ລີກ 2024 ອາທິດທີ 4 ເມື່ອທ້າຍອາທິດທີ່ຜ່ານມາ ເຮັດໃຫ້ຍິງເພີ່ມເປັນ 35 ປະຕູຄອງຕໍາແໜ່ງທີມທີ່ຍິງປະຕູໄດ້ຫຼາຍທີ່ສຸດ ແລະ ຢຶດທີມນໍາຕາຕະລາງຄະແນນລວມປັດຈຸບັນ.

ການແຂ່ງຂັນກີລາຟຸດຊໍລາຍການ ລາວຟຸດຊໍ ລີກ 2024 ດໍາເນີນມາເຖິງອາທິດທີ 4 ຂອງການແຂ່ງຂັນ ( ລະຫວ່າງວັນທີ 23-24 ມີນາ 2024 ) ໂດຍເຫດການທີ່ໜ້າສົນໃຈເປັນທາງການ ເບສະຫວັນ ເອັຟຊີ ແຊັມເກົ່າ ສາມາດເອົາຊະນະ ຈັນສີ ໄປແບບສະບາຍໆ 5-0 ຈາກການຍິງຂອງ ບຸນທະວີ ສີປະສົງ 2 ປະຕູ ນາທີ 11 ກັບ 12, ນິດນີລັນ ຈັນຈະເລີນ 1 ປະຕູ ນາທີ 12, ວັນນາ ບຸນຫລໍ່ວົງສາ 1 ປະຕູນາທີ 16 ແລະ ຈັນທະວີພອນ ພູມສະຫວັນ 1 ປະຕູ ນາທີ 18.

ຈາກຜົນດັ່ງກ່າວເຮັດໃຫ້ ເບສະຫວັນ ເອັຟຊີ ຍັງຢຶດຕໍາແໜ່ງທີມນໍາຂອງຕາຕະລາງຄະແນນລວມຈາກການລົງສະໜາມ 4 ນັດຊະນະລວດມີ 12 ຄະແນນ ໂດຍຍິງໄປເຖິງ 35 ປະຕູ ແລະ ເສຍ 8 ປະຕູຢຶດທີມນໍາຕໍ່ໄປ ລວມທັງຍັງຄອງສະຖິຕິເປັນທີມທີ່ຍິງປະຕູໄດ້ຫຼາຍທີ່ສຸດໃນປັດຈຸບັນອີກດ້ວຍ, ຂະນະທີ່ທາງດ້ານ ເອັສທີທີ ນັດຫຼ້າສຸດຖະຫຼົ່ມ ມາສດ້າ ຈີບີ ເອັຟຊີ 13-1 ເກັບເພີິ່ມເປັນ 12 ຄະແນນເຊັ່ນດຽວກັນ ໂດຍຜົນງານຍິງໄປ 34 ປະຕູ ແລະ ເສຍ 7 ປະຕູຢຶດອັນດັບທີ 2 ຂອງຕາຕະລາງຄະແນນລວມ, ສ່ວນອັນດັບທີ 3 ເປັນຂອງ ວີເຊີນ ມີ 9 ຄະແນນເທົ່າກັບ ເໜືອ-ໃຕ້ ອັນດັບ 4 ແລະ ຊີໄອທີ ເອັຟຊີ ອັນດັບ 5.

ສໍາລັບ ຮູບແບບການແຂ່ງຂັນຄັ້ງນີ້ແມ່ນແຂ່ງຂັນແບບລີກພົບກັນໝົດ 1 ຮອບ ສະສົມຄະແນນ, ແລ້ວຄັດເລືອກເອົາສະໂມສອນ ອັນດັບ 1 ແລະ 2 ເຂົ້າຮອບ 4 ທີມໂດຍອັດຕະໂນມັດ ສ່ວນອັນດັບ 3-6 ແມ່ນປະຄົບຄູ່ແຂ່ງຂັນ ຮອບ Play-off ນັດດຽວ ເພື່ອຄັດເອົາສະໂມສອນ ທີ່ຊະນະຈະໄດ້ຜ່ານເຂົ້າສູ່ຮອບ 4 ທີມ ໂດຍຈະພົບກັບທີມອັນດັບ 1 ແລະ ອັນດັບ 2 ທີ່ເປັນທີມຢືນໃນ ຮອບ 4 ທີມ.
ຂ່າວ: Larh Creators; ຮູບຈາກ: ສຕລ