ສຕລ ປະກາດແຕ່ງຕັ້ງ ຄະນະບໍລິຫານງານ ຊຸດໃໝ່, ແຕ່ງຕັ້ງ ທ່ານ ວີເພັດ ເປັນປະທານອີກສະໄໝ

239

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະກາດແຕ່ງຕັ້ງຄະນະບໍລິຫານງານຊຸດໃໝ່ ສົກປີ 2024-2028 ຢ່າງເປັນທາງການໃນກອງປະຊຸມໃຫຍ່ ສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2024 ໂດຍປະກາດແຕ່ງຕັ້ງ ທ່ານ ວີເພັດ ສີຫາຈັກຣ ເປັນປະທານສະຫະພັນບານເຕະແຫ່ງຊາດລາວ ອີກສະໄໝ. ນອກນັ້ນ ພິເສດກໍຍັງແຕ່ງຕັ້ງ ທ່ານ ນາງ ກັນຍາ ແກ້ວມະນີ ອະດີດເລຂາທິການ ສຕລ ຂຶ້ນມາເປັນ ຮອງປະທານ ສຕລ.

ກອງປະຊຸມໃຫຍ່ ສຕລ ປະຈໍາປີ 2024 ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ກຸມພາ 2024 ທີ່ໂຮງແຮມລາວພລາຊາ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສຕລ ແລະ ມີຕາງໜ້າຈາກສະຫະພັນບານເຕະອາຊຽນ ພ້ອມດ້ວຍຄະນະ ສຕລ, ຕ່າງໜ້າຈາກສະໂມສອນໃນເປບຊີ ລາວລີກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ພິທີດັ່ງກ່າວ ທ່ານ ວີເພັດ ສີຫາຈັກຣ ປະທານ ສຕລ ໄດ້ຂຶ້ນກ່າວເປີດກອງປະຊຸມ ແລະ ກ່າວອໍາລາຄະນະບໍລິຫານງານ ສຕລ ສົກປີ 2019-2023. ກ່ອນທີ່ຈະມີການເລືອກຕັ້ງ ຄະນະບໍລິຫານງານ ສຕລ ຊຸດໃໝ່ສົກປີ 2024-2028 ຢ່າງເປັນທາງການປາກົດວ່າ: ທ່ານ ວີເພັດ ສີຫາຈັກຣ ຖືກເລືອກໃຫ້ເປັນປະທານ ສຕລ ອີກຄັ້ງໜຶ່ງ.

ພ້ອມນັ້ນ, ໂດຍມີຮອງປະທານ 4 ທ່ານຄື:
1.ທ່ານ ຄໍາໄພ ປະເສີດ
2.ທ່ານ ຄໍາແພງ ວົງຂັນຕີ
3.ທ່ານ ປະສາດໄຊ ພິລາພັນເດດ
4.ທ່ານ ນາງ ກັນຍາ ແກ້ວມະນີ

ນອກນັ້ນ, ຍັງມີການແຕ່ງຕັ້ງຄະນະກໍາມະການອື່ນລາຍລະອຽດເບິ່ງຕາມຮູບ

ຂ່າວ-ຮູບຈາກ: Larh Creators