ສໍາເລັດການແຂ່ງຂັນກີລາປະຈຳປີ ຄັ້ງທີ II ທົ່ວນະຄອນຫຼວງວຽງຈັນ, ເມືອງນາຊາຍທອງ ຄອງເຈົ້າຫຼຽນຄໍາ່

23

ການແຂ່ງຂັນກີລາປະຈຳປີ ຄັ້ງທີ II ທົ່ວນະຄອນຫຼວງວຽງຈັນ ເຊິ່ງ ເມືອງສີໂຄດຕະບອງ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 16-22 ມີນາ 2024 ທີ່ສະໜາມກີລາວິທະຍາໄລພະລະສຶກສາ ເຂດບ້ານທົ່ງປົ່ງ ໄດ້ສໍາເລັດຮຽບຮ້ອຍ ເຊິ່ງເປັນ ເມືອງນາຊາຍທອງ ຄອງເຈົ້າຫຼຽນຄໍາ

ການແຂ່ງຂັນງານດັ່ງກ່າວ ມີການຊີງໄຊທັງໝົດ 5 ປະເພດກີລາຄື: ບານເຕະ ຍິງ-ຊາຍ, ແລ່ນ-ລານ ຍິງ-ຊາຍ, ບານສົ່ງ ຍິງ-ຊາຍ, ກະຕໍ້ ຍິງ-ຊາຍ ແລະ ເປຕັງ ຍິງ-ຊາຍ ມີນັກກີລາເຂົ້!ຮ່ວມ 1.189 ຄົນ, ກຳມະການຕັດສິນ 72 ຄົນ ແລະ ມີການຊີງໄຊເອົາຫຼຽນທັງໝົດ 315 ຫຼຽນ, ໃນນັ້ນ ຫຼຽນຄຳ 105 ຫຼຽນ, ຫຼຽນເງິນ 105 ຫຼຽນ ແລະ ຫຼຽນທອງ 105 ຫຼຽນ.

ຜ່ານການແຂ່ງຂັນປາກົດວ່າ:
ອັນດັບ 1 ເມືອງນາຊາຍທອງ ຍາດໄດ້ 9 ຫລຽນຄຳ, 4 ຫລຽນເງິນ, 6 ຫລຽນທອງ
ອັນດັບ 2 ເມືອງປາກງື່ມ ແຊັມເກົ່າ ຍາດໄດ້ 6 ຫລຽນຄຳ 8 ຫລຽນເງິນ 7ຫລຽນທອງ
ອັນດັບ 3 ເມືອງສັງທອງ (ນ້ອງໃຫມ່ໄຟແຮງ) ຍາດໄດ້ 6 ຫລຽນຄຳ, 3 ຫລຽນເງິນ, 1 ຫລຽນທອງ
ອັນດັບ 4 ເມືອງສີໂຄດຕະບອງ ເຈົ້າພາບ ຍາດໄດ້ 1 ຫລຽນຄຳ, 1 ຫລຽນເງິນ.

ຂ່າວ: Larh Creators; ຮູບຈາກ: ກິລານະຄອນຫຼວງວຽງຈັນ Elite Sport Vientiane Capital