6 ເດືອນ ໄຊສົມບູນ ດຶງດູດການລົງທຶນໄດ້ເກືອບ 400 ຕື້ກີບ

55

6 ເດືອນຕົ້ນປີ ແຂວງໄຊສົມບູນ ໄດ້ອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ ແລະ ເຊັນສັນຍາສໍາປະທານພັດທະນາໂຄງການທັງໝົດ 11 ໂຄງການ ມູນຄ່າການລົງທຶນ 180 ຕື້ກວ່າກີບ ແລະ ຈຳນວນ 20 ລ້ານກວ່າໂດລາສະຫະລັດ.

ກອງປະຊຸມຖອດຖອນບົດຮຽນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ຢູ່ແຂວງໄຊສົມບູນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ໄດ້ຈັດຂຶ້ນໃນວັນທີ 15 ສິງຫາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພົນຕີ ວົງສອນ ອິນປານພີມ ຮອງເລຂາພັກແຂວງ, ມີຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ 5 ເມືອງ, ພະແນກການ, ອົງການກົມກອງອ້ອມຂ້າງແຂວງ ແລະ ບັນດາບໍລິສັດທີ່ມາລົງທຶນຢູ່ແຂວງໄຊສົມບູນ ເຂົ້າຮ່ວມ.

อาจเป็นรูปภาพของ 2 คน, แท่นบรรยาย และ ข้อความ

ໂອກາດນີ້, ທ່ານ ວົງສອນ ອິນປານພີມ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້ ກໍເພື່ອສະຫຼຸບຖອດຖອນບົດຮຽນວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດຢູ່ແຂວງໄຊສົມບູນໃນໄລຍະຜ່ານມາ, ພ້ອມນີ້ ຍັງຈະໄດ້ຮັບຟັງລາຍງານສະຫຼຸບວຽກງານການຈັດຕັ້ງປະຕິບັດໂຄງການລົງທຶນເປັນຕົ້ນ ໂຄງການລົງທຶນດ້ານກະສິກຳ ແລະ ປ່າໄມ້, ດ້ານການທ່ອງທ່ຽວ, ດ້ານພະລັງງານໄຟຟ້າ, ດ້ານບໍ່ແຮ່, ດ້ານການບໍລິການເຊື່ອມຈອດ – ເຊື່ອມໂຍງ ທີ່ໄດ້ອະນຸຍາດໃຫ້ເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ແລະ ເຊັນສັນຍາສຳປະທານໄປແລ້ວ ລະຫວ່າງ ບໍລິສັດລົງທຶນ ແລະ ອົງການປົກຄອງແຂວງ ເພື່ອທົບທວນຕີລາຄາຄືນ, ຖອດຖອນບົດຮຽນ ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບສະພາບການຄຸ້ມຄອງບັນດາໂຄງການ ທີ່ຕິດພັນກັບ ຄວາມຮັບຜິດຊອບຂອງຕົນ ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດໂຄງການ ກໍຄືການປະຕິບັດພັນທະຕ່າງໆ ຕາມເນື້ອໃນບົດບັນທຶກຄວາມເຂົ້າໃຈ ( MOU) ແລະ ເນື້ອໃນສັນຍາສຳປະທານ.

ຈາກນັ້ນ ທ່ານ ສົມລິດ ສຸພັດດີ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດຢູ່ແຂວງໄຊສົມບູນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຕະຫຼອດໄລຍະທີ່ຜ່ານມາ ໄດ້ມີຜົົນສຳເລັດວຽກງານຫຼາຍດ້ານ ເປັນຕົ້ນ ໄດ້ອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ແລະ ເຊັນສັນຍາສໍາປະທານພັດທະນາໂຄງການທັງໝົດ 11 ໂຄງການ, ມູນຄ່າການລົງທຶນ 180 ຕື້ກີບກວ່າ ແລະ ຈຳນວນ 20 ລ້ານກວ່າໂດລາສະຫະລັດ; ໃນນັ້ນປະກອບມີການລົງທຶນດ້ານກະສິກໍາ, ໂຄງການຂຸດຄົ້ນແຮ່ທາດໂລຫະ ແລະ ອະໂລຫະ ແລະ ໂຄງການຊອກຄົ້ນສຳຫຼວດແຮ່ທາດ.

ມາຮອດປັດຈຸບັນ ທົ່ວແຂວງ ມີໂຄງການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດທັງໝົດ 100 ກວ່າໂຄງການ, ພ້ອມນີ້ກໍໄດ້ລົງຕິດຕາມ, ກວດກາ ແລະ ຊຸກຍູ້ບັນດາໂຄງການລົງທຶນສຳປະທານດ້ານແຮ່ທາດ, ໃນນັ້ນໂຄງການພູຄຳ ຂອງບໍລິສັດ ພູເບ້ຍ ມາຍນິ້ງ ຈຳກັດ ໄດ້ສົ່ງອອກແຮ່ທອງເຂັ້ມຂຸ້ນອອກຈຳໜ່າຍ 114 ລ້ານກວ່າກິໂລ ກຣາມ, ໂຄງການຫ້ວຍຊາຍ ຂອງບໍລິສັດ ພູເບ້ຍ ມາຍນິ້ງ ຈຳກັດ ຜະລິດແຮ່ໂລຫະປະສົມ ຄຳ – ເງິນ ໄດ້ 500 ກວ່າແທ່ງ, ສົ່ງອອກ 9 ຄັ້ງ ລວມນໍ້າໜັກ 6 ລ້ານກວ່າກຣາມ ລວມມູນຄ່າ 70 ລ້ານກວ່າໂດລາສະຫະລັດ, ໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຂົນສົ່ງອອກທັງໝົດ 2 ລ້ານກວ່າໂຕນ.