ເນື້ອທີ່ນາແຂວງຄໍາມ່ວນ ຖືກນໍ້າຖ້ວມເສຍຫາຍ 3 ພັນກວ່າເຮັກຕາ

37

ເຫດການອຸທົກກະໄພຢູ່ແຂວງຄຳມ່ວນ ສ້າງຄວາມເສຍຫາຍແກ່ຂົງເຂດກະສິກຳຢ່າງຫຼວງຫຼາຍ, ໃນນີ້ເນື້ອທີ່ນາເສຍຫາຍ 3.323 ເຮັກຕາ, ສວນມັນຕົ້ນ 1.176 ເຮັກຕາ; ໜັກສຸດແມ່ນເມືອງຄູນຄຳ, ຫີນບູນ ແລະ ນາກາຍ.

ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ ຄໍາມ່ວນ ລາຍງານໃນວັນທີ 15 ສິງຫາ 2023 ໃຫ້ຮູ້ວ່າ: ຈໍານວນບ້ານທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ 10 ເມືອງທົ່ວແຂວງມີ 167 ບ້ານ, ຈໍານວນຄອບຄົວທີ່ຖືກຜົນກະທົບມີ 8.215 ຄອບຄົວ, ເນື້ອທີ່ນາປີ 2023 ຕາມແຜນການ 89.848 ເຮັກຕາ ເນື້ອທີ່ປັກດໍາຕົວຈິງ 84.668 ເຮັກຕາ, ເນື້ອທີ່ຖືກຖ້ວມ 10.060 ເຮັກຕາ, ເນື້ອທີ່ເສຍຫາຍ 3.323 ເຮັກຕາ.

อาจเป็นรูปภาพของ พื้นหญ้า และ เมฆ

ພືດລະດູຝົນປີ 2023 ເນື້ອທີ່ຕາມແຜນ 12.745 ເຮັກຕາ, ເນື້ອທີ່ປູກຕົວຈິງ 13.785 ເຮັກຕາ, ເນື້ອທີ່ຖືກຖ້ວມຜັກຕ່າງໆ 196,16 ເຮັກຕາ, ເນື້ອທີ່ເສຍຫາຍພືດຜັກ 10,16 ເຮັກຕາ; ມັນຕົ້ນ 2.409,42 ເຮັກຕາ ເນື້ອທີ່ເສຍຫາຍ 1.176 ເຮັກຕາ.

ດ້ານກົນຈັກກະສິກໍາລົດໄຖນາເດີນຕາມ 708 ຄັນ, ລົດໄຖຟອດ 2 ຄັນ, ໂຮງສີເຂົ້າຂະໜາດກາງ 20 ໂຮງ, ໂຮງສີເຂົ້າຂະໜາດນ້ອຍ 167 ໂຮງ, ຈັກປັ່ນເຂົ້າເສຍຫາຍ 5 ເຄື່ອງ, ເລົ້າເຂົ້າເປືອກເສຍຫາຍ 559 ເລົ້າ, ເຕົາຢາສູບເສຍຫາຍ 47 ເຕົາ; ໃນນີ້ມີ 3 ເມືອງ ໄດ້ຮັບຜົນກະທົບໜັກຄື:

ເມືອງຄູນຄຳ ຈໍານວນບ້ານທີ່ຖືກຜົນກະທົບມີ 22 ບ້ານ ມີ 2.812 ຄອບຄົວ, ເນື້ອທີ່ນາຖືກຖ້ວມ 3.924 ເຮັກຕາ, ເນື້ອທີ່ເສຍຫາຍ 2.039 ເຮັກຕາ, ເນື້ອທີ່ປູກມັນຕົ້ນຖືກເສຍຫາຍ 986 ເຮັກຕາ. ນອກນັ້ນຍັງມີກົນຈັກກະສິກໍາລົດໄຖນາເດີນຕາມ 608 ຄັນ, ລົດໄຖຟອດ 1 ຄັນ, ໂຮງສີເຂົ້າຂະໜາດກາງ 20 ໂຮງ, ໂຮງສີເຂົ້າຂະໜາດນ້ອຍ 67 ໂຮງ, ເຂົ້າເປືອກເສຍຫາຍ 559 ເຮັກຕາ, ເຕົາຢາສູບເສຍຫາຍ 47 ເຕົາ.

อาจเป็นรูปภาพของ พื้นหญ้า

ເມືອງຫີນບູນ ຈໍານວນບ້ານທີ່ຖືກຜົນກະທົບມີ 43 ບ້ານ ມີ 2.541 ຄອບຄົວ, ເນື້ອທີ່ນາປີຖືກຖ້ວມ 2.188 ເຮັກຕາ ເສຍຫາຍ 1.119 ເຮັກຕາ.

ເມືອງນາກາຍ ຈໍານວນບ້ານທີ່ຖືກຜົນກະທົບ ມີ 7 ບ້ານ 477 ຄອບຄົວ, ເນື້ອທີ່ນາຖືກຖ້ວມ 517 ເຮັກຕາ, ເສຍຫາຍ 149 ເຮັກຕາ, ເນື້ອທີ່ປູກມັນຕົ້ນຖືກເສຍຫາຍ 97 ຮັກຕາ, ດ້ານກົນຈັກກະສິກໍາລົດໄຖນາເດີນຕາມ 100 ຄັນ, ລົດໄຖຟອດ 1 ຄັນ, ໂຮງສີເຂົ້າຂະໜາດນ້ອຍ 100 ໂຮງ , ຈັກປັ່ນເຂົ້າເສຍຫາຍ 5 ເຄື່ອງ.

ຂ່າວ: ແດງສະຫວັດ ແສນພານິດ; ຮູບ: ລັດສະໝີ ຈູມໂພຄໍາ