ບໍລິສັດຫຼັກຊັບແມ່ນຫຍັງ ແລະ ເປັນຫຍັງຈຶ່ງຕ້ອງຊື້ – ຂາຍຮຸ້ນຜ່ານບໍລິສັດຫຼັກຊັບ

103

 

ຫຼາຍຄົນອາດຈະມີຄໍາຖາມໃນໃຈວ່າ ຖ້າຢາກຊື້ – ຂາຍຮຸ້ນໃນຕະຫຼາດຫຼັກຊັບລາວຈະຕ້ອງເຮັດແນວໃດ, ຕ້ອງເຂົ້າໄປຫາຕະຫຼາດຫຼັກຊັບລາວໂດຍກົງເລີຍບໍ?.
ໂດຍທົ່ວໄປຜູ້ທີ່ມີຄວາມຕ້ອງການຊື້ – ຂາຍຮຸ້ນ ແມ່ນຈຳເປັນຕ້ອງໄດ້ເຮັດການຊື້ – ຂາຍຜ່ານບໍລິສັດຫຼັກຊັບ ເຊິ່ງບໍລິສັດຫຼັກຊັບແມ່ນເປັນບໍລິສັດທີ່ໄດ້ຮັບອະນຸຍາດປະກອບທຸລະກິດເປັນນາຍໜ້າຊື້ – ຂາຍຫຼັກຊັບ, ທີ່ປຶກສາທາງການເງິນ ແລະ ຄ້ຳປະກັນໃນການຈຳໜ່າຍຫຼັກຊັບ ຈາກຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ( ຄລຕ ) ແລະ ເຂົ້າເປັນສະມາຊິກໃນການສະສາງ ແລະ ຊຳລະ ຂອງຕະຫຼາດຫຼັກຊັບເປັນທີ່ຮຽບຮ້ອຍແລ້ວ.

ໂດຍທົ່ວໄປແລ້ວນັກລົງທຶນທີ່ມີຈຸດປະສົງຢາກຈະຊື້ – ຂາຍຮຸ້ນຢູ່ຕະຫຼາດຫຼັກຊັບລາວ ຈະຕ້ອງເຂົ້າຫາບໍລິສັດຫຼັກຊັບ ( ບໍລິສັດນາຍໜ້າ ຫຼື ໂບຼກເກີ້ ) ເພາະນັກລົງທຶນບໍ່ສາມາດເຂົ້າຫາຕະຫຼາດຫຼັກຊັບລາວໄດ້ໂດຍກົງ ແລະ ເປັນຫຍັງຈຶ່ງຕ້ອງຊື້ – ຂາຍຮຸ້ນຜ່ານບໍລິສັດຫຼັກຊັບ.
ທັງນີ້, ກໍເພາະວ່າກົດໝາຍໄດ້ລະບຸໄວ້ຢ່າງຊັດເຈນວ່າ ຜູ້ລົງທຶນຈະຕ້ອງຊື້ – ຂາຍຮຸ້ນຜ່ານບໍລິສັດນາຍໜ້າເທົ່ານັ້ນ ໂດຍບໍລິສັດນາຍໜ້າ ຫຼື ໂບຼກເກີ້ ຈະເຮັດໜ້າທີ່ເປັນຕົວກາງໃນການແລກປ່ຽນຊື້ – ຂາຍຮຸ້ນລະຫວ່າງນັກລົງທຶນກັບຕະຫຼາດຫຼັກຊັບ ເພາະມີພຽງບໍລິສັດນາຍໜ້າ ຫຼື ໂບຼກເກີ້ເທົ່ານັ້ນທີ່ຈະມີສິດສົ່ງຄໍາສັ່ງຊື້ – ຂາຍຮຸ້ນເຂົ້າສູ່ລະບົບຂອງຕະຫຼາດຫຼັກຊັບລາວໄດ້ໂດຍກົງ.


ນອກຈາກນີ້, ບໍລິສັດນາຍໜ້າ ຫຼື ໂບຼກເກີ້ ຍັງໃຫ້ບໍລິການກ່ຽວກັບການຊື້ – ຂາຍຫຼັກຊັບແບບຄົບວົງຈອນຄືຕັ້ງແຕ່ກ່ອນຊື້ – ຂາຍ ໄປຈົນເຖິງຫຼັງການຂາຍຫຼັກຊັບ ເພາະວ່ານັກລົງທຶນຈະໄດ້ຮັບຜົນປະໂຫຍດຈາກການບໍລິການຕ່າງໆຂອງບໍລິສັດເຊັ່ນ: ການໃຫ້ຄຳແນະນໍາໃນການລົງທຶນ, ການເປັນທີ່ປຶກສາທາງການເງິນ, ການສະໜອງບົດວິເຄາະໃຫ້ແກ່ນັກລົງທຶນ ໂດຍມີທີມງານວິເຄາະຂອງບໍລິສັດ ເກັບກຳ ແລະ ວິເຄາະຂໍ້ມູນ ແລະ ສະພາບຕະຫຼາດຢ່າງລະອຽດ, ທັງສະໜອງຄຳແນະນຳທີ່ຄົບຊຸດ ເພື່ອເປັນຂໍ້ມູນຊ່ວຍໃນການຕັດສິນໃຈຂອງນັກລົງທຶນ.

ດັ່ງນັ້ນ, ນັກລົງທຶນຄວນຈະສຶກສາ ແລະ ພິຈາລະນາຄຸນສົມບັດຕ່າງໆຂອງບໍລິສັດຫຼັກຊັບ ຫຼື ໂບຼກເກີ້ທີ່ຈະສາມາດໃຫ້ບໍລິການຕອບສະໜອງຕາມຄວາມຕ້ອງການໄດ້ດີທີ່ສຸດ ກ່ອນທີ່ຈະຕັດສິນໃຈເລືອກເປັນລູກຄ້າຂອງບໍລິສັດນາຍໜ້າຊື້ – ຂາຍຫຼັກຊັບ.
ສໍາລັບຕະຫຼາດຫຼັກຊັບລາວ ແມ່ນມີໜ້າທີ່ສອດສ່ອງດູແລ ຄວາມໂປ່ງໃສ ແລະ ຈັນຍາບັນຂອງບໍລິສັດສະມາຊິກ ກໍຄືບໍລິສັດຫຼັກຊັບ ( ບໍລິສັດນາຍໜ້າ ຫຼື ໂບຼກເກີ້ ) ໃນກໍລະນີທີ່ບໍລິສັດບໍ່ໄດ້ປະຕິບັດຕາມຂໍ້ບັງຄັບຂອງຕະຫຼາດຫຼັກຊັບ ເຊິ່ງຕະຫຼາດຫຼັກຊັບມີສິດທີ່ຈະລົງໂທດໄດ້.

ນອກຈາກນີ້, ບໍລິສັດນາຍໜ້າ ຫຼື ໂບຼກເກີ້ທີ່ເປັນສະມາຊິກຈະຕ້ອງໄດ້ຮັບໃບອະນຸຍາດຈາກສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ( ສຄລຕ ) ກ່ອນ ຈຶ່ງຈະສາມາດປະກອບທຸລະກິດຫຼັກຊັບໄດ້ ແລະ ຕ້ອງຜ່ານການພິຈາລະນາຂອງຕະຫຼາດຫຼັກຊັບອີກດ້ວຍ ເມື່ອໄດ້ເປັນສະມາຊິກແລ້ວຕ້ອງປະຕິບັດຕາມກົດລະບຽບຂອງຕະຫຼາດຫຼັກຊັບຢ່າງເຄັ່ງຄັດ.
[ ໂດຍ: ຕລຊລ ]