ກາເຟດີຕໍ່ສາຍຕາ

47

 

ມັນບໍ່ແມ່ນຜະລິດຕະພັນທີ່ນໍາເອົາໝາກຜົນຂອງຕົ້ນກາເຟມາແປຮູບພຽງຢ່າງດຽວແບບກາເຟທໍາມະດາທົ່ວໄປ ແຕ່ມັນຄືຜະລິດຕະພັນອັນມີສ່ວນປະສົມຂອງພືດຫຼາຍຊະນິດທີ່ມີທາດວິຕາມິນຫຼາຍຢ່າງປະສົມກັນ ເຊິ່ງໃນນັ້ນສັບພະຄຸນອັນເປັນຕົ້ນຕໍແມ່ນດີຕໍ່ສາຍຕາ ຈຶ່ງໄດ້ຊື່ວ່າ: ກາເຟສະໝຸນໄພບໍາລຸງສາຍຕາ.

ກາເຟສະໝຸນໄພບໍາລຸງສາຍຕາ ມີສ່ວນປະກອບຈາກພືດປອດສານພິດທີ່ປູກພາຍໃນປະເທດ ຈຶ່ງບໍ່ຕ້ອງກັງວົນເຖິງຜົນຂ້າງຄຽງຫຼັງການດື່ມ; ເຖິງແມ່ນວ່າຈະມີຊື່ ແລະ ສັບພະຄຸນລະບຸໄວ້ຊັດເຈນວ່າດີຕໍ່ສາຍຕາ ແຕ່ບໍ່ໄດ້ໝາຍຄວາມວ່າຈະຕ້ອງເປັນຄົນທີ່ມີບັນຫາທາງສາຍຕາເທົ່ານັ້ນທີ່ຈະດື່ມໄດ້ ເພາະຄວາມຈິງແລ້ວມັນຄ້າຍຄືທາດອາຫານຢ່າງໜຶ່ງທີ່ທຸກຄົນສາມາດບໍລິໂພກກັນທົ່ວໄປ. ແຕ່ຫາກໃຜມີບັນຫາທາງສາຍຕາກໍຈະຊ່ວຍຟື້ນຟູສະພາບທາງສາຍຕາໂດຍການບໍລິໂພກ ຫຼື ດື່ມຫຼາຍວັນຕິດຕໍ່ກັນບາງຂໍ້ມູນລະບຸໄວ້ໜ້າຊອງ.


ຄຸນປະໂຫຍດ: ທ່ານຈະໄດ້ຮັບວິຕາມິນ A, E, B6 ບໍາລຸງປະສາດຕາ, ຫຼຸດຜ່ອນອາການຄັນຕາ, ຕົວມົວ, ສາຍຕາສັ້ນ…
ວິທີໃຊ້: 1 ຊອງແຊ່ໃນນໍ້າຮ້ອນປະລິມານ 120 ມິນລີລິດ ຈາກນັ້ນກໍຄົນລະລາຍແລ້ວດື່ມເຊົ້າ – ແລງ ໃຊ້ເວລາປະມານ 90 ມື້ຕິດຕໍ່ກັນ ເຊິ່ງໝາຍຄວາມວ່າ: ກາເຟສະໝຸນໄພ ບໍາລຸງສາຍຕາ ໄດ້ສ້າງເປັນຜະລິດຕະພັນສໍາເລັດຮູບບັນຈຸໄວ້ເປັນຊອງນ້ອຍ ແລ້ວເອົາໃນຖົງຫຸ້ມຫໍ່ອີກເທື່ອໜຶ່ງ ເຊິ່ງມີຈໍານວນ 12 ຊອງຕໍ່ 1 ຖົງ ເພື່ອສະດວກຕໍ່ການພົກພາ ແລະ ເກັບຮັກສາ; ໃນເວລາຈະບໍລິໂພກກໍນໍາເອົາຊອງນ້ອຍຈາກຖົງມາໃສ່ຈອກນໍ້າຮ້ອນດື່ມເຊົ້າ – ແລງ ປະມານ 90 ວັນຈະເຫັນຜົນ ( ໂດຍສະເພາະຜູ້ທີ່ມີບັນຫາທາງສາຍຕາ ).

ແຕ່ຖ້າຄົນທໍາມະດາທົ່ວໄປກໍບໍ່ຈໍາເປັນຕ້ອງດື່ມຕິດຕໍ່ກັນເຊົ້າ – ແລງ ຫຼື ອາດຈະດື່ມສະເພາະຍາມເຊົ້າ ຫຼື ຍາມສວາຍ ກໍແລ້ວແຕ່ຄວາມສະດວກ ຫຼື ຄວາມຕ້ອງການ.
ແນວໃດກໍດີ, ຢ່າລືມເບິ່ງວັນທີໝົດອາຍຸຂອງກາເຟ ທີ່ພິມລະບຸໃນໜ້າຊອງນໍາດ້ວຍ ເພາະຄຸນຄ່າທາງໂພຊະນາການຍ່ອມມີຂອບເຂດທີ່ເໝາະສົມຂອງມັນ ຈຶ່ງຈະສົ່ງຜົນດີຕໍ່ສຸຂະພາບ ຫຼື ສາຍຕາຕາມທີ່ທ່ານຄາດຫວັງ.
ສູນສົ່ງເສີມຜະລິດຕະພັນລາວປອດສານພິດ ຜູ້ຜະລິດ ແລະ ຈໍາໜ່າຍ ສະຖານທີ່ຕັ້ງຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.