300 ກວ່າລ້ານກີບ ກຳໄລສຸດທິ ຂອງສະຫະກອນສົ່ງເສີມກະສິກຳເມືອງຫົງສາ

23

ທ່ານ ບຸນຊື່ນ ຕະວະ ປະທານສະຫະກອນສົ່ງເສີມກະສິກຳເມືອງຫົງສາ ໄດ້ກ່າວໃນກອງປະຊຸມສະຫຼຸບຜົນປີ 2023 ຂອງສະຫະກອນສົ່ງເສີມກະສິກຳເມືອງຫົງສາ ແຂວງໄຊຍະບູລີ ທ່ານໃຫ້ຮູ້ວ່າ: ສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ແມ່ນອົງການຈັດຕັ້ງລວມໝູ່ ປະກອບມີ 11 ກຸ່ມໃນການຈັດຕັ້ງສະຫະກອນ, ໃນນັ້ນ, ມີກຸ່ມຜະລິດກະສິກໍາ 3 ກຸ່ມ, ກຸ່ມປຸງແຕ່ງຜົນຜະລິດກະສິກໍາ 2 ກຸ່ມ, ກຸ່ມລວບລວມຜົນຜະລິດ 1 ກຸ່ມ, ກຸ່ມຕັດຫຍິບ 1 ກຸ່ມ, ກຸ່ມລ້ຽງສັດ 2 ກຸ່ມ, ກຸ່ມຫັດຖະກໍາຈັກສານ 1 ກຸ່ມ ແລະ ກຸ່ມລ້ຽງເຜິ້ງ 1 ກຸ່ມ, ມີສະມາຊິກທັງໝົດ 145 ຄອບຄົວ.

May be an image of 17 people and text

ໃນສົກປີ 2023 ສະຫະກອນສົ່ງເສີມກະສິກໍາເມືອງຫົງສາ ມີລູກຄ້າທັງໝົດ 93 ລູກຄ້າ ສ່ວນຫຼາຍແມ່ນລູກຄ້າຢູ່ພາຍໃນເມືອງຫົງສາ, ມີເຄືອຂ່າຍສະຫະກອນຢູ່ເມືອງພຽງ 4 ເຄືອຂ່າຍ, ເມືອງເງິນ 2 ເຄືອຂ່າຍ, ເມືອງຊຽງຮ່ອນ 3 ເຄືອຂ່າຍ, ເມືອງໄຊຍະບູລີ 3 ເຄືອຂ່າຍ, ນະຄອນຫຼວງວຽງຈັນ 6 ເຄືອຂ່າຍ ແລະ 1 ບໍລິສັດ ລາວ-ໄທອີຕາລຽນ.

ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ສາມາດສ້າງລາຍຮັບໄດ້ທັງໝົດ 1,9 ຕື້ກວ່າກີບ, ປະຕິບັດລາຍຈ່າຍທັງໝົດ 1,6 ຕື້ກວ່າກີບ ແລະ ເຮັດໃຫ້ມສງສະຫະກອນມີກຳໄລສຸດທິຈາກການດຳເນີນທຸລະກິດ 355 ລ້ານກວ່າກີບ.

May be an image of 11 people and flower
ຫຼັງຈາກນັ້ນ ໄດ້ປະຕິບັດນະໂຍບາຍແບ່ງປັນຜົນກຳໄລຕາມອັດຕາສ່ວນຄື: ປັນຜົນໃຫ້ສະມາຊິກ 36%, ເປັນທຶນພັດທະນາສະຫະກອນ 30%, ເປັນທຶນສຳຮອງ 15%, ເປັນຄ່າແຮງງານໃຫ້ແກ່ຄະນະບໍລິຫານງານ 10%, ເປັນທຶນສະຫວັດດີການ 8% ແລະ ເປັນທຶນຊ່ວຍເຫຼືອສັງຄົມ 1%.