ນໍ້າໝາກກ້ຽງຄັ້ນສົດ

34

 

ນໍ້າໝາກກ້ຽງຄັ້ນສົດ ເປັນຜົນຜະລິດທີ່ປູກຢູ່ພາຍໃນປະເທດລາວເຮົາມາແປຮູບສ້າງຄວາມສະດວກຕໍ່ການບໍລິໂພກ ໂດຍມີການຄັດສັນເອົາໝາກກ້ຽງສຸກຄຸນນະພາບດີ ນໍາໄປບີບເອົາແຕ່ນໍ້າມາບັນຈຸໃສ່ກວດຢາງແລ້ວປິດຝາ, ຕິດສະຕິກເກີທີ່ເປັນສັນຍາລັກ ແລະ ນໍາອອກຈໍາໜ່າຍ.

ກວດບັນຈຸນໍ້າໝາກກ້ຽງສົດທີ່ນໍາສະເໜີໃນມື້ນີ້ ແມ່ນມີ 2 ແບບໃຫ້ເລືອກຄື: ແບບກວດມົນ ແລະ ແບບກວດຍາວ ເພື່ອເປັນທາງເລືອກແລ້ວແຕ່ຄວາມມັກຂອງແຕ່ລະຄົນ ແນ່ນອນການເກັບຮັກສາກໍງ່າຍໆຂໍພຽງແຕ່ມີຕູ້ເຢັນ ຫຼື ເກັບໄວ້ໃນອຸນຫະພູມທີ່ເຢັນແມ່ນສາມາດຮັກສາໄດ້ຫຼາຍມື້ ເພື່ອໄວ້ບໍລິໂພກຢູ່ເຮືອນມື້ລະໜ້ອຍຕາມປະລິມານທີ່ເໝາະສົມ ຫຼື ເອົາໄວ້ຕ້ອນຮັບແຂກຄົນທີ່ຢ້ຽມຢາມກໍດີເຊັ່ນກັນ.


ປັດຈຸບັນນໍ້າໝາກກ້ຽງຄັ້ນສົດຈາກໂຮງງານບ້ານດອນດູ່ ໄດ້ເປັນທີ່ຮູ້ຈັກກວ້າງຂວາງ ແລະ ມີຜູ້ຄົນນິຍົມຊື້ຫຼາຍຂຶ້ນເລື້ອຍໆ ດ້ວຍຄວາມສະດວກໃນການບໍລິໂພກບໍ່ເສຍເວລາປອກ ແລະ ແກະໃນອອກ, ສະດວກໃນການເກັບຮັກສາ ແລະ ລົດຊາດທີ່ມີມາດຕະຖານ ພ້ອມຄຸນຄ່າທາງອາຫານບໍ່ປ່ຽນແປງ ສາມາດບໍລິໂພກໄດ້ທຸກເພດໄວ ແຖມຍັງສາມາດເປັນຂອງຝາກຂອງຕ້ອນຂອງຝາກແທນຈາກການຊື້ໝາກກ້ຽງເປັນໜ່ວຍດັ່ງທີ່ເຄີຍນິຍົມກັນໄດ້ນໍາອີກ.

ຜະລິດຕະພັນຂອງຄົນລາວ ໃນປັດຈຸບັນມີຫຼາຍຢ່າງທີ່ໄດ້ຄຸນນະພາບ ສາມາດເຂົ້າເຖິງຮອດຕະຫຼາດຕ່າງປະເທດ ແຕ່ປະຊາຊົນລາວຈໍານວນບໍ່ໜ້ອຍທີ່ຍັງບໍ່ຮູ້ຈັກ ຫຼື ລືມໄປວ່າມີໃນລາວ. ແນວໃດກໍຕາມ, ມື້ນີ້ຜູ້ຂຽນຂໍນໍາສະເໜີ ຜະລິດຕະພັນນໍ້າໝາກກ້ຽງສົດນີ້ໃຫ້ທ່ານຜູ້ອ່ານ ເພື່ອຈະໄດ້ຊ່ວຍສະໜັບສະໜູນ ແລະ ເປັນທາງເລືອກໃນການບໍລິໂພກ.

ຢ່າລືມຊ່ວຍຊື້ ຊ່ວຍສະໜັບສະໜູນຜະລິດຕະພັນລາວ ເພື່ອສົ່ງເສີມຜູ້ປະກອບການພາຍໃນປະເທດ ກໍ່ໃຫ້ເກີດການໝູນວຽນຂອງເງິນກີບ ກະຕຸກຊຸກຍູ້ການເຕີບໂຕຂອງເສດຖະກິດຫຼາຍພາກສ່ວນ ອັນເປັນຈຸລັງຕໍ່ການເຕີບໂຕຂອງເສດຖະກິດຊາດ.
ໂຮງງານຜະລິດນໍ້າໝາກກ້ຽງຄັ້ນສົດທີ່ນໍາສະເໜີນີ້ ປັດຈຸບັນຕັ້ງຢູ່ບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງ ວຽງຈັນ.