ສິ່ງຄວນຮູ້ ກ່ອນຈະລ້ຽງ ເຜິ້ງໂກນ

100

 

ນໍ້າເຜິ້ງ ເປັນສິ່ງໜຶ່ງທີ່ສັບພະຄຸນຫຼາຍຢ່າງ ແລະ ເປັນທີ່ຕ້ອງການຂອງຕະຫຼາດ ໂດຍສະເພາະຖ້າແມ່ນນໍ້າເຜິ້ງທຳມະຊາດ ຍິ່ງມີຄົນຕ້ອງການຫຼາຍ, ດັ່ງນັ້ນຫຼາຍຄົນຈຶ່ງຫັນມາລ້ຽງເຜິ້ງ ແບບທຳມະຊາດ ຫຼື ແບບສ້າງຮັງໃຫ້ມັນ. ກ່ອນຈະລ້ຽງເຜິ້ງຜູ້ລ້ຽງຕ້ອງສຶກສານິໄສ ແລະ ພຶດຕິກຳຂອງເຜິ້ງໃຫ້ດີກ່ອນ. ທີ່ສຳຄັນຂອງລ້ຽງເຜິ້ງອີກຢ່າງໜຶ່ງແມ່ນການຈັດການດູແລ ແລະ ການຈັດການຮັງເຜິ້ງ ໂດຍສະເພາະຖ້າຈະລ້ຽງເຜິ້ງໂກນ ຄວນຮູ້ດັ່ງນີ້.


▶ການຄັດເລືອກສະຖານທີ່ ຫຼື ສະພາບແວດລ້ອມ ທີ່ຈະຕັ້ງຮັງເຜິ້ງຄວນມີລັກສະນະດັ່ງນີ້:
1). ຕ້ອງມີນໍ້າສະອາດ ແລະ ອາຫານທຳມະຊາດທີ່ພຽງພໍ, ຕ້ອງຢູ່ໃກ້ແຫຼ່ງນໍ້າ ຄວນແຍກຕົວຮັບເຜິ້ງເປັນກຸ່ມ ກຸ່ມລະປະມານ 30-50 ຮັງ, ສະຖານທີ່ລ້ຽງຄວນຢູ່ໃກ້ປ່າທີ່ມີຕົ້ນໄມ້ອອກດອກຫຼາຍໆ, ໃກ້ສວນໝາກໄມ້, ສວນດອກໄມ້ໃຫຍ່ໆ.
2). ທີ່ຕັ້ງຮັງເຜິ້ງຕ້ອງຢູ່ໃນທີ່ຮົ່ມເຢັນ ຫຼື ກ້ອງຕົ້ນໄມ້ ທີ່ມີລົມພັດ.
3). ຫ່າງຈາກແຫຼ່ງຊຸມຊົນ ເພື່ອປ້ອງກັນບໍ່ໃຫ້ເຜິ້ງໄປສ້າງຄວາມເດືອດຮ້ອນໃຫ້ຄົນອື່ນ.
4). ສະຖານທີ່ ທີ່ບໍ່ຄວນຕັ້ງຮັງເຜິ້ງແມ່ນສະຖານທີ່ແຫ້ງແລ້ງເຊັ່ນ: ທົ່ງນາ, ບໍລິເວນມີແສງໄຟໃນເວລາກາງຄືນ ເພາະເຜິ້ງຈະບິນມາຫຼີ້ນແສງດອກໄຟ ແລະ ຈະເຮັດໃຫ້ເຜິ້ງຕາຍໄດ້.

▶ແຫຼ່ງອາຫານ: ຜູ້ລ້ຽງເຜິ້ງຈະຕ້ອງຮູ້ວ່າແຫຼ່ງອາຫານຂອງເຜິ້ງ ທີ່ສຳຄັນໃນການດຳລົງຊີວິດຂອງເຜິ້ງໄດ້ແກ່:
1). ເກສອນດອກໄມ້ ເຊິ່ງເຜິ້ງຈະໄປເກັບເກສອນດອກໄມ້ຕ່າງໆເຊັ່ນ: ໝາກພ້າວ, ລໍາໄຍ, ພືດຕະກູນຕົ້ນປາມ, ດອກງິ້ວ, ສວນເງາະ, ສວນສາລີ ແລະ ດອກໄມ້ທີ່ມີເກສອນຫວານ ເພາະຈະເປັນອາຫານໂປຕີນ, ແຮ່ທາດ, ວິຕາມິນ ຂອງເຜິ້ງໄດ້ດີ.
2). ນໍ້າຫວານ ເຜິ້ງຈະເກັບນໍ້າຫວານຈາກຕ່ອມນໍ້າຫວານຂອງພືດຊະນິດຕ່າງໆ ມາບົ່ມເປັນນໍ້າເຜິ້ງ ເຊິ່ງຈະເປັນສານຄາໂບໄຮເດດທີ່ໃຫ້ພະລັງງານແກ່ເຜິ້ງ.


ນອກຈາກນີ້ ຜູ້ລ້ຽງເຜິ້ງຄວນຈັດນໍ້າໃຫ້ສະອາດໃຫ້ເຜິ້ງໄວ້ກິນ ຖ້າໃນບໍລິເວນໃກ້ຄຽງບໍ່ມີແຫຼ່ງນໍ້າທຳມະຊາດ ໃຫ້ເຜິ້ງສາມາດກິນໄດ້ຕະຫຼອດເວລາ, ເປັນເລື່ອງທີ່ຈຳເປັນ ເພາະເຜິ້ງຈະນຳນໍ້າໄປເຈືອຈາງນໍ້າເຜິ້ງສຳລັບໄປລ້ຽງໂຕອ່ອນ ແລະ ຊ່ວຍໃນການລະລາຍຄວາມຮ້ອນພາຍໃນຮັງເຜິ້ງ ລວມທັງຮັກສາຄວາມສົມດູນ ແລະ ຄວາມຊື້ນພາຍໃນຮັງໃນການຊ່ວຍໃຫ້ໄຂ່ຟັກອອກເປັນຕົວດ້ວງ ເຜິ້ງຈະມັກນໍ້າອຸ່ນເລັກນ້ອຍ ການຈັດນໍ້າສະອາດໃຫ້ເຜິ້ງໂດຍການໃສ່ນໍ້າສະອາດລົງໄປໃນພາສະນະແລ້ວໃສ່ກ້ອນຫີນຕາມ ຄວາມເໝາະສົມ ເພື່ອໃຊ້ເປັນບ່ອນຈັບຂອງເຜິ້ງຂະນະກິນນໍ້າ ແຕ່ຕ້ອງຄອຍເຕີມນໍ້າເລື້ອຍໆ ຢ່າໃຫ້້ນໍ້າຂາດໂດຍສະເພາະແມ່ນໃນຊ່ວງລະດູຮ້ອນ.

▶ການໃຫ້ນໍ້າຫວານແກ່ເຜິ້ງ:
1). ໃນກໍລະນີນໍາເຜິ້ງມາຈາກບ່ອນອື່ນ ການນຳເຜິ້ງໄປລ້ຽງບ່ອນເຮົາກຽມໄວ້ເປັນການບັງຄັບສະຖານທີ່ຢູ່ຂອງເຜິ້ງ ເພາະນຳໃສ່ຫີບໄປຕັ້ງໄວ້ສະຖານທີ່ໃໝ່ຫາກສະຖານທີ່ນັ້ນມີການລ້ຽງເຜິ້ງແນ່ແລ້ວ ເຮົາຄວນນຳຫີບເຜິ້ງໄປວາງໃຫ້ຫ່າງຈາກຫີບທີ່ລ້ຽງຢູ່ແລ້ວ ເພາະເມື່ອເປີດທາງອອກແລ້ວເຜິ້ງຈະບິນອອກບິນເຂົ້າຊັບສົນກັນ ແລະ ເຮັດໃຫ້ເຂົ້າຜິດຮັງ ແລະ ຈະກັດກັນຕາຍ ຫຼື ບາງເທື່ອກໍຈະເຮັດໃຫ້ເຜິ້ງໜີຮັງໄດ້.


▶ໃນກໍລະນີແຫຼ່ງອາຫານໃນທຳມະຊາດບໍ່ພຽງພໍ: ຄວນໃຫ້ນໍ້າຫວານຊ່ວຍ ໂດຍເຕີມນໍ້າຕານປະສົມກັບນໍ້າສະອາດໃນອັດຕາສ່ວນ 1:1 ໂດຍນຳໄປຄ້າງໄຟແລ້ວປະໄວ້ໃຫ້ເຢັນ ແລ້ວນຳນໍ້າເຊື່ອມທີ່ເຂັ້ມຂົ້ນໃສ່ພາຊະນະພາສຕິກ ຫຼື ເຮັດແບບເອົາຖ້ວຍຄວໍ້າໃສ່ຈານ ເຮັດວິທີໃດກໍໄດ້ໃຫ້ນໍ້າເຊື່ອມຄ່ອຍໆໄຫຼຊຶມອອກມາເທື່ອລະໜ້ອຍ.
[ຂໍ້ມູນ: agriman.doae]