ການລົງທຶນດ້ານລົດໄຟຂອງຈີນ ເຕີບໂຕ 7% ໃນໄລຍະ 7 ເດືອນປີ 2023

54

ເວັບໄຊ People’s Daily Online ລາຍງານວ່າ: ບໍລິສັດ China State Railway Group Co., Ltd. ເປີດເຜີຍວ່າ ການລົງທຶນໃນຊັບສິນຖາວອນຂອງຈີນໃນເສັ້ນທາງລົດໄຟ ຢູ່ທີ່ 371.300 ລ້ານຢວນ ຫຼື ປະມານ 51.900 ລ້ານໂດລາ ໃນໄລຍະ 7 ເດືອນ ປີ 2023 ເພີ່ມຂຶ້ນ 7% ທຽບເປັນລາຍປີ.

ບໍລິສັດເປີດເຜີຍວ່າ: ໃນເດືອນກ່ອນໜ້ານີ້, ໂຄງການປັບປຸງທາງລົດໄຟບາງສາຍສຳເລັດ ໄດ້ເຮັດໃຫ້ການເດີນທາງຂອງຜູ້ໂດຍສານສະດວກຂຶ້ນ ແລະ ເພີ່ມຂີດຄວາມສາມາດ, ປະສິດທິພາບການຂົນສົ່ງ ໂດຍສະເພາະທາງພາກຕາເວັນຕົກຂອງປະເທດ. ເປັນຕົ້ນ ໂຄງການປັບປຸງສ່ວນ Xining-Golmud ຂອງລົດໄຟ Qinghai-Tibet ອະນຸຍາດໃຫ້ລົດໄຟຫົວກະສຸນ ແລ່ນດ້ວຍຄວາມໄວ 160 ກິໂລແມັດ/ຊົ່ວໂມງ ເຮັດໃຫ້ຜູ້ໂດຍສານເດີນທາງໄປ Golmud ແລະ Delingha ເຊິ່ງເປັນຈຸດທ່ອງທ່ຽວຍອດນິຍົມໃນມົນທົນ Qinghai ທາງຕາເວັນຕົກສ່ຽງເໜືອຂອງຈີນ ໄດ້ງ່າຍຂຶ້ນ.

ໂຄງການປັບປຸງຢູ່ສ່ວນ Lanzhou-Xining ຂອງລົດໄຟຄວາມໄວສູງ Lanzhou-Urumqi ອະນຸຍາດໃຫ້ໃຊ້ລົດໄຟຄວາມໄວ 250 ກິໂລແມັດ/ຊົ່ວໂມງ ເຊິ່ງຊ່ວຍຫຼຸດໄລຍະເວລາການເດີນທາງລະຫວ່າງ Lanzhou ເມືອງຫຼວງຂອງມົນທົນ Gansu ທາງຕາເວັນຕົກສ່ຽງເໜືອຂອງຈີນ ແລະ  Xining ເມືອງຫຼວງຂອງມົນທົນ Qinghai ທີ່ຢູ່ໃກ້ຄຽງສັ້ນລົງເຖິງ 59 ນາທີ.

ບໍລິສັດເປີດເຜີຍວ່າ: ງານກໍ່ສ້າງໃນໂຄງການລົດໄຟໃໝ່ຫຼາຍໂຄງການ ມີຄວາມຄືບໜ້າເປັນຢ່າງດີ ຕັ້ງແຕ່ຕົ້ນປີນີ້ ແລະ ໂຄງການສຳຄັນບາງໂຄງການໄດ້ບັນລຸເປົ້າໝາຍໃນຂະບວນການກໍ່ສ້າງ.

ໃນເດືອນ 7 ຕົ້ນປີນີ້, ການລົດໄຟຂອງຈີນ ບັນທຶກການເດີນທາງຂອງຜູ້ໂດຍສານ 406 ລ້ານຖ້ຽວ ມີລົດໄຟໃຊ້ບໍລິການ 10.169 ຂະບວນ/ວັນ ເພີ່ມຂຶ້ນ 14,2% ທຽບໃສ່ໄລຍະດຽວກັນໃນປີ 2019.