ຄຸນປະໂຫຍດຂອງດັດຊະນີ ໃນຕະຫຼາດຫຼັກຊັບ

48

 

ດັດຊະນີແມ່ນຖືກໃຊ້ເປັນຕົວຊີ້ບອກໃນການສະແດງເຖິງລາຄາໂດຍລວມຂອງຕະຫຼາດຫຼັກຊັບ ຫຼື ສະແດງໃຫ້ເຫັນເຖິງຄວາມຜັນຜວນຂອງລາຄາຮຸ້ນ ເຊິ່ງດັດຊະນີນັ້ນແມ່ນເປັນສິ່ງທີ່ມີປະໂຫຍດຫຼາຍສຳລັບນັກລົງທຶນ ມັນສາມາດສະແດງໃຫ້ເຫັນຂໍ້ມູນຕ່າງໆທີ່ສຳຄັນເພື່ອປະກອບເຂົ້າໃນການສັດສິນໃຈໃນການລົງທຶນໄດ້ ເຊິ່ງຄຸນປະໂຫຍດຂອງດັດຊະນີແມ່ນປະກອບມີຄື:

– ເປັນຕົວຊີ້ວັດທີ່ສະທ້ອນການເຄື່ອນໄຫວ ຫຼື ສະພາບການເໜັງຕີງຂອງລາຄາຮຸ້ນໂດຍລວມທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ນັກລົງທຶນຈຶ່ງສາມາດນໍາໃຊ້ເຂົ້າໃນການວັດແທກຜົນຕອບແທນ ແລະ ຄວາມສ່ຽງຈາກການລົງທຶນໃນກຸ່ມຫຼັກຊັບ ຫຼື ຮຸ້ນທີ່ດັດຊະນີອ້າງອີງໄດ້.


– ດັດຊະນີລາຄາຮຸ້ນ ຍັງເປັນຕົວຊີ້ວັດຜົນຕອບແທນລວມຂອງຕະຫຼາດຫຼັກຊັບ, ນັກລົງທຶນ ຈຶ່ງສາມາດນໍາໃຊ້ດັດຊະນີເປັນ Performance Benchmark ເພື່ອສົມທຽບຜົນຕອບແທນຈາກການລົງທຶນຂອງຕົນເອງ ກັບ ດັດຊະນີລວມຂອງຕະຫຼາດໄດ້.
– ດັດຊະນີລາຄາຮຸ້ນ ເປັນຕົວຊີ້ວັດໜຶ່ງທີ່ເຮັດໃຫ້ນັກລົງທຶນເຂົ້າໃຈສະພາບຂອງຕະຫຼາດໂດຍລວມໄດ້ງ່າຍ ແທນການເຂົ້າໄປເບິ່ງລາຍລະອຽດຂອງແຕ່ລະຮຸ້ນ ສາມາດນໍາໃຊ້ໄດ້ທັງຂໍ້ມູນການເໜັງຕີງຂອງດັດຊະນີພາຍໃນມື້ ຫຼື ຂໍ້ມູນໃນອະດີດ ເຊິ່ງຈະໃຫ້ນັກລົງທຶນສາມາດຕິດຕາມການເຄື່ອນໄຫວ ຫຼື ການປ່ຽນແປງລາຄາຮຸ້ນທີ່ຈົດທະບຽນໃນຕະຫຼາດໄດ້ຊັດເຈນ ແລະ ນໍາໃຊ້ເປັນຂໍ້ມູນປະກອບເຂົ້າໃນການຕັດສິນໃຈລົງທຶນທີ່ຫຼາກຫຼາຍຂຶ້ນ ເຊິ່ງຈະເປັນປະໂຫຍດຕໍ່ການລົງທຶນຂອງນັກລົງທຶນ.

– ດັດຊະນີລາຄາຮຸ້ນ ສາມາດນໍາມາໃຊ້ເປັນເຄື່ອງມືໃນການຄາດຄະເນທິດທາງ ແລະ ທ່າອ່ຽງຂອງລາຄາຮຸ້ນໃນອະນາຄົດໄດ້ ເຊິ່ງຈະເປັນທີ່ນິຍົມໃຊ້ສໍາລັບນັກວິເຄາະທາງເຕັກນິກທີ່ນໍາໄປໃຊ້ວິເຄາະທິດທາງຂອງຮຸ້ນທາງເຕັກນິກ.
– ສາມາດນໍາດັດຊະນີໄປອ້າງອີງ ເພື່ອສົມທຽບກັບດັດຊະນີຂອງແຕ່ລະແຫ່ງວ່າຕະຫຼາດໃດຈະມີການເຕີບໂຕທາງດ້ານລາຄາຫຼາຍກວ່າກັນ ເຊັ່ນ: ສົມທຽບລະຫວ່າງດັດຊະນີຕະຫຼາດຮຸ້ນລາວ ( LSX Index ) ກັບ ດັດຊະນີຕະຫຼາດຮຸ້ນໄທ ( SET Index ) ໃນການສົມທຽບນັ້ນ ຄວນສົມທຽບກັບດັດຊະນີທີ່ມີການຄິດໄລ່ດ້ວຍຫຼັກວິທີການດຽວກັນ.

– ສາມາດນໍາເອົາດັດຊະນີ ເປັນຕົວອ້າງອີງໃນການອອກຕາສານທາງການເງິນຕ່າງໆ ບໍ່ວ່າຈະເປັນກອງທຶນລວມ ETF ( Exchange Trade Fund ), ຕາສານອະນຸພັນທາງການເງິນ ( Derivative), ໃບສໍາຄັນສະແດງສິດອະນຸພັນທາງການເງິນ ( Derivative Warrant ) ແລະ ກອງທຶນລວມ ( Mutual Fund ) ເປັນຕົ້ນ. ເຮັດໃຫ້ນັກລົງທຶນສາມາດເລືອກລົງທຶນໄດ້ຫຼາກຫຼາຍ ແລະ ກະຈາຍການລົງທຶນເພື່ອຫຼຸດຜ່ອນຄວາມສ່ຽງ.

ດັ່ງນັ້ນ, ການເຂົ້າໃຈກ່ຽວກັບດັດຊະນີລາຄາຮຸ້ນ ແລະ ວິທີການຄິດໄລ່ ຈະຊ່ວຍເຮັດໃຫ້ນັກລົງທຶນສາມາດຕິດຕາມການເຄື່ອນໄຫວການປ່ຽນແປງຂອງດັດຊະນີລາຄາຮຸ້ນໄດ້ຢ່າງຕໍ່ເນື່ອງ ເຊິ່ງຈະເຮັດໃຫ້ຜູ້ລົງທຶນສາມາດໃຊ້ຄາດຄະເນທ່າອ່ຽງ ແລະ ປະເມີນທິດທາງການລົງທຶນຈາກການເຄື່ອນໄຫວຂອງລາຄາຮຸ້ນຂອງບໍລິສັດຂະໜາດໃຫຍ່ ແລະ ຂະໜາດນ້ອຍໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ.
[ ໂດຍ: ຕລຊລ ]