7 ເດືອນຕົ້ນປີນີ້ ກຳປູເຈຍ ມີລາຍໄດ້ຈາກການສົ່ງອອກເຂົ້າ 917 ລ້ານກວ່າໂດລາ

24

ເວັບໄຊ Khmertime.com ຂອງກຳປູເຈຍ ລາຍງານວ່າ: ຕາມການລາຍງານຂອງສະມາຄົມເຂົ້າກຳປູເຈຍ ( CRF ) ໃຫ້ຮູ້ວ່າ ໃນໄລຍະ 7 ເດືອນຕົ້ນປີນີ້ ກຳປູເຈຍ ມີລາຍໄດ້ຈາກການສົ່ງອອກເຂົ້າ 917,37 ລ້ານໂດລາ.

ທ່ານ Song Saran ປະທານສະພາບໍລິຫານຂອງ CRF ກ່າວເມື່ອທ້າຍອາທິດຜ່ານມາວ່າ: ການສົ່ງອອກເຂົ້າເປືອກຂອງກຳປູເຈຍ ຢູ່ທີ່ 663,51 ລ້ານໂດລາ ແລະ ການສົ່ງອອກເຂົ້າສານ ແມ່ນ 253,86 ລ້ານໂດລາ. ພ້ອມນີ້, ກໍຢ້ຳວ່າຫຼັງຈາກອິນເດຍ ຢຸດການສົ່ງອອກເຂົ້າລາຄາເຂົ້າ ແລະ ລາຄາເຂົ້າເປືອກເພີ່ມຂຶ້ນ 20% ເຮັດໃຫ້ຊາວກະສິກອນ ແລະ ຜູ້ປະກອບການຊື້ – ຂາຍເຂົ້າໃນທ້ອງຖິ່ນພໍໃຈກັບລາຄາຂາຍ.

ໃນປີນີ້, ລາຄາເຂົ້າ ແລະ ເຂົ້າເປືອກທີ່ສົ່ງອອກໄປຍັງຕະຫຼາດຕ່າງປະເທດເພີ່ມຂຶ້ນ, ໃນນີ້ລາຄາເຂົ້າສານ ແລະ ເຂົ້າເປືອກຂອງກຳປູເຈຍ ກໍເພີ່ມຂຶ້ນ 4 – 5% ກ່ອນທີ່ອິນເດຍຈະສັ່ງຫ້າມສົ່ງອອກ.

ລາຍງານລະບຸວ່າ: ເຂົ້າຂອງກໍາປູເຈຍ ມີການສົ່ງອອກເກືອບ 52% ຂອງແຜນການສົ່ງອອກທີ່ວາງແຜນໄວ້ທີ່ 700.000 ໂຕນ, ມາຮອດປັດຈຸບັນ ກຳປູເຈຍ ໄດ້ສົ່ງອອກແລ້ວ 362.708 ໂຕນ ໄປຍັງຈຸດໝາຍປາຍທາງຕ່າງໆ 52 ແຫ່ງ ໂດຍມີຕະຫຼາດເອີຣົບ, ຈີນ ເປັນຈຸດໝາຍປາຍທາງຫຼັກ.

ຢ່າງໃດກໍຕາມ, ຈາກຂໍ້ມູນທີ່ເປີດເຜີຍສະແດງໃຫ້ເຫັນວ່າ ການສົ່ງອອກເຂົ້າເປືອກ 2.498.586 ໂຕນ, ໃນນີ້ມີພຽງ 60% ເທົ່ານັ້ນ ທີ່ສົ່ງອອກຜ່ານຂະບວນການທີ່ເປັນທາງການ ພ້ອມມີເອກະສານຈາກເຈົ້າໜ້າທີ່ກ່ຽວຂ້ອງ.