ທຶນສຳຮອງເງິນຕາຕ່າງປະເທດຂອງ ສ.ເກົາຫຼີ ເພີ່ມຂຶ້ນ

65

ເວັບໄຊສຳນັກຂ່າວ BNews.vn ອ້າງອີງຂໍ້ມູນຈາກ Yonhap ສື່ຂອງ ສ.ເກົາຫຼີ ລາຍງານວ່າ: ທະນາຄານ ແຫ່ງສາທາລະນະລັດເກົາຫຼີ ( BOK ) ຫາກໍປະກາດວ່າ ທຶນສຳຮອງເງິນຕາຕ່າງປະເທດຂອງປະເທດ ໃນເດືອນກໍລະກົດ 2023 ເພີ່ມຂຶ້ນເປັນເດືອນທີ 2 ຕິດຕໍ່ກັນ ເນື່ອງຈາກເງິນໂດລາອ່ອນຄ່າ ແລະ ຜົນກຳໄລຈາກການລົງທຶນທີ່ເພີ່ມຂຶ້ນ.

ຕາມຂໍ້ມູນທີ່ປະກາດ, BOK ໄດ້ໃຫ້ຮູ້ວ່າ: ທຶນສຳຮອງເງິນຕາຕ່າງປະເທດຂອງ ສ.ເກົາຫຼີ ຢູ່ທີ່ 421,80 ຕື້ໂດລາ ໃນທ້າຍເດືອນກໍລະກົດ 2023 ເພີ່ມຂຶ້ນ 350 ລ້ານໂດລາ ຈາກເດືອນກ່ອນໜ້ານີ້ ເຊິ່ງການອ່ອນຄ່າຂອງເງິນໂດລາໃນເດືອນດັ່ງກ່າວ ເຮັດໃຫ້ຄ່າຂອງທຶນສຳຮອງໃນສະກຸນເງິນອື່ນເພີ່ມຂຶ້ນ.

BOK ລະບຸວ່າ: ດັດສະນີເງິນໂດລາ ເຊິ່ງເປັນມາດຕາວັດຄ່າເງິນໂດລາ ເມື່ອທຽບກັບສະກຸນເງິນຫຼັກອື່ນໆ ຫຼຸດລົງ 1,7% ໃນເດືອນກໍລະກົດ 2023.

ຂະນະທີ່ລາຍໄດ້ຫຼັກຊັບຕ່າງປະເທດ ເຊັ່ນ: US Treasuries ມີມູນຄ່າ 376,53 ຕື້ໂດລາ ໃນທ້າຍເດືອນກໍລະກົດ 2023 ເພີ່ມຂຶ້ນ 890 ລ້ານໂດລາ ຈາກເດືອນກ່ອນໜ້ານີ້ ເຊິ່ງຄິດເປັນ 89,3% ຂອງທຶນສຳຮອງສະກຸນເງິນ.

ຢ່າງໃດກໍຕາມ, ມູນຄ່າຂອງເງິນຝາກຢູ່ທີ່ 20,96 ຕື້ໂດລາ ໃນທ້າຍເດືອນກໍລະກົດ 2023 ຫຼຸດລົງ 600 ລ້ານໂດລາ ຈາກເດືອນກ່ອນໜ້ານີ້.

BOK ຍັງລະບຸວ່າ: ໃນທ້າຍເດືອນກໍລະກົດຜ່ານມານີ້, ສ.ເກົາຫຼີ ມີທຶນສຳຮອງເງິນຕາຕ່າງປະເທດຫຼາຍເປັນອັນດັບ 8 ຂອງໂລກ.