ຊົມເຊີຍ W.I.G ສະໂມສອນບານເຕະເຍົາວະຊົນລາວ ໄດ້ຮັບໃບກຽດຕິຄຸນຈາກ ສະຫະພັນບານເຕະ ນວ

72

ພາຍຫຼັງທີ່ ທັບນັກກີລາ U12 W.I.G NAGA ສະໂມສອນບານເຕະເຍົາວະຊົນລາວລົງສະໜາມ 6 ນັດຊະນະ 5 ແລະ ເສຍ 1 ນັດຄວ້າອັນດັບ 5 ຈາກ 32 ທີມຊັ້ນນໍາໃນຕ່າງປະເທດເຂົ້າຮ່ວມ ໃນການແຂ່ງຂັນ JS CUP 2023 ຫຼື Ji-Sung Park International youth Cup 2023 ທີ່ ສ ເກົາຫຼີ ລະຫວ່າງວັນທີ 20-27 ກໍລະກົດ 2023.

ຫຼ້າສຸດວັນທີ 5 ສິງຫາ 2023 ທີ່ສະໜາມບານເຕະ ລ້ານຊ້າງ ສະເຕດ້ຽມ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ມີພິທີມອບໃບກຽດຕິຄຸນໃຫ້ກັບສະໂມສອນ W.I.G NAGA ທີ່ສ້າງຜົນງານໂດດເດັ່ນ ແລະ ສ້າງຊື່ສຽງໃຫ້ກັບປະເທດລາວ ໂດຍໃຫ້ກຽດມອບໂດຍທ່ານ ຄອນສະຫວັນ ສິດທິໄທ ຮອງ-ເລຂາສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ກ່າວຮັບໂດຍ ທ່ານ ວຽງໄຊ ວິໄລກຸນ ປະທານສະໂມສອນບານເຕະ W.I.G NAGA ພ້ອມດ້ວຍ ທ່ານ ອາລ໋ອບ ມະນີບົດ ເຈົ້າຂອງຮ້ານຊີ້ນດາດ ໂຕໝູ ທີ່ໃຫ້ການແນະນໍາ ແລະ ສະໜັບສະໜູນໃນການເຂົ້າຮ່ວມແຂ່ງຂັນລາຍການດັ່ງກ່າວ.

ສໍາລັບ ການແຂ່ງຂັນ JS CUP 2023 ຫຼື Ji-Sung Park International youth Cup 2023 ທີ່ ສ ເກົາຫຼີ ມີເຖິງ 32 ທີມເຂົ້າຮ່ວມປະກອບມີ: ທີມຊັ້ນນໍາຈາກ ສ ເກົາຫຼີ 24 ທີມ, ຈາກ ສປ ຈີນ 2 ທີມ, ໄທ 2 ທີມ, ຍີ່ປຸ່ນ 1 ທີມ, ຮົງກົງ 1 ທີມ, ລາວ 1 ທີມ ແລະ ຕີມໍ 1 ທີມ ແບ່ງອອກເປັນ 8 ກຸ່ມໆລະ 4 ທີມ ຄັດເອົາທີ 1 ຂອງແຕ່ລະກຸ່ມເຂົ້າຮອບ 8 ທີມສຸດທ້າຍ ( ຮອບດິວິຊັນ 1 ), ສ່ວນອັນດັບ 2, 3 ແລະ 4 ແມ່ນໄປຫຼິ້ນໃນດິວິຊັນ 2, 3 ແລະ 4 ຕາມລໍາດັບ.

ຜ່ານການແຂ່ງຂັນປາກົດວ່າ: U12 W.I.G NAGA ສ້າງຜົນງານຢ່າງໂດດເດັ່ນຊະນະ 3 ນັດລວດໃນຮອບແບ່ງກຸ່ມໆ E ໄດ້ແກ່ ຊະນະ NAMYANG HJ FC 2-0, ຊະນະ GUNPO YOUTH FC 1-0 ແລະ ຖະຫຼົ່ມ DAECHEON ELEM 9-0 ຄວ້າແຊັມກຸ່ມ ຜ່ານເຂົ້າ 8 ທີມສຸດທ້າຍພົບກັບ PYEONGTAEK JS FC ທີມເຈົ້າພາບຂອງ ປາກ ຈິ-ຊອງ ອະດີດນັກເຕະຂອງ ແມນເຊັສເຕີ ຢູໄນເຕັດ ແລະ ທີມຊາດ ສ ເກົາຫຼີ.

ເຊິ່ງຮອບ 8 ທີມສຸດທ້າຍ U12 W.I.G NAGA ເຮັດໄດ້ດີ ແລະ ມີໂອກາດຈະຊະນະ ກ່ອນຈະສະເໝີ 2-2 ໃນເວລາປົກກະຕິ ຕ້ອງໄປຕັດສິນກັນດ້ວຍການດວນຈຸດໂທດ, ແຕ່ໜ້າເສຍດາຍທີມຈາກ ສປປ ລາວ ຍິງພາດໄປເຖິງ 2 ຄົນ ເຮັດໃຫ້ເສຍໃຫ້ກັບ PYEONGTAEK 2-3 ໝົດສິດໄປແຂ່ງຂັນໃນຮອບ 4 ທີມສຸດທ້າຍ.

ຢ່າງໃດກໍຕາມ, U12 W.I.G NAGA ໄດ້ມາລຸ້ນອັນດັບ 5 ໂດຍສາມາດເອົາຊະນະ GIHEUNG FC 3-0 ຜ່ານເຂົາໄປຊີງອັນດັບ 5 ກັບ WONJU LEADERS ທີມຈາກ ເກົາຫຼີ ປາກົດວ່າ: U12 W.I.G NAGA ທີມຈາກ ສປປ ລາວ ເຮັດໄດ້ບຽດເອົາຊະນະໄປ 2-1 ຄວ້າອັນດັບ 5 ໄປຄອງ ແລະ ພິເສດ ທ້າວ ສອນສະຫວັນ ສີຫາຄູນ ( ສອງ ) ຜູ້ຮັກສາປະຕູຂອງ U12 W.I.G NAGA ຍັງຄວ້າລາງວັນຜູ້ຮັກສາປະຕູດີເດັ່ນປະຈໍາລາຍການ ເສຍພຽງ 3 ປະຕູ ຈາກຜົນງານລົງສະໜາມ 6 ນັດພາທີມຊະນະ 5 ແລະ ເສຍ 1 ນັດໃນລາຍການນີ້.

ສໍາລັບ ພາລະກິດຕໍ່ໄປຂອງ W.I.G NAGA ຈະສົ່ງທີມຮຸ່ນອາຍຸບໍ່ເກີນ 10 ໄປແຂ່ງຂັນລາຍການໃຫຍ່ລາຍການ Peace Cup 2023 ທີ່ ສປ ຈີນ ເປັນເຈົ້າພາບຈັດການແຂ່ງຂັນລະຫວ່າງວັນທີ 11-18 ສິງຫາ 2023 ເຊິ່ງເປັນລາຍການໃຫຍ່ທີ່ສຸດມີເຖິງ 48 ທີມເຂົ້າຮ່ວມຈາກ 20 ກວ່າປະເທດ ຈາກ 5 ທະວີບເຂົ້າຮ່ວມ ( ລາຍລະອຽດຈະລາຍງານໃຫ້ຊາບຕື່ມພາຍຫຼັງ ).