Leverage ໃນຕະຫຼາດ Forex

31

 

ໃນການລົງທຶນໃນຕະຫຼາດແລກປ່ຽນເງິນຕາລະຫວ່າງປະເທດ ຫຼື Forex ຫຼາຍຄົນອາດເຄີຍໄດ້ຍິນຄຳສັບຕ່າງໆຫຼາກຫຼາຍ ແລະ ເປັນສັບສະເພາະ ເຊິ່ງໃນອາທິດຜ່ານມາ ພວກເຮົາໄດ້ສະເໜີຄວາມໝາຍຂອງຄຳວ່າ Margin ແລ້ວ. ດັ່ງນັ້ນ, ເພື່ອໃຫ້ເຂົ້າໃຈຄຳສັບເພີ່ມຂຶ້ນໃນອາທິດນີ້ເຮົາຈະມາຮູ້ເຖິງຄວາມໝາຍຂອງ Leverage ເຊິ່ງມີ ຄວາມສຳຄັນສຳລັບເທຣດເດີ ຫຼື ຜູ້ລົງທຶນໃນຕະຫຼາດ Forex ບໍ່ໜ້ອຍໄປກວ່າ Margin.

ຄຳວ່າ Leverage ໃນທາງການລົງທຶນແມ່ນໝາຍເຖິງເຄື່ອງມືທີ່ຈະຊ່ວຍເພີ່ມ ຄວາມສາມາດໃນການລົງທຶນໃຫ້ສູງຂຶ້ນ ຊ່ວຍໃຫ້ເຮົາສາມາດສ້າງຜົນຕອບແທນໄດ້ຫຼາຍຂຶ້ນ ແລະ ແນ່ນອນວ່າກໍມີໂອກາດເຮັດໃຫ້ເຮົາຂາດທຶນໄດ້ຫຼາຍຂຶ້ນເຊັ່ນກັນ.


ສ່ວນ Leverage ໃນຕະຫຼາດ Forex ແມ່ນໝາຍເຖິງ ເງິນທີ່ຢືມມາ ເຊິ່ງເປັນຈຳນວນເງິນທີ່ທາງໂບກເກີ້ ໃຫ້ຢືມເພື່ອທີ່ຈະໃຫ້ເຮົາມີອຳນາດເພີ່ມຂຶ້ນໃນການຊື້ – ຂາຍໃນຕະຫຼາດ Forex ເນື່ອງຈາກວ່າຕະຫຼາດ Forex ນັ້ນ ແມ່ນຕະຫຼາດທີ່ມີຂະໜາດໃຫຍ່ຫຼາຍ ການຊື້ – ຂາຍແມ່ນຕ້ອງໃຊ້ເງິນຈຳນວນມະຫາສານ. ດັ່ງນັ້ນ, Leverage ຈຶ່ງເປັນໂຕຊ່ວຍໃຫ້ສາມາດຊື້ – ຂາຍໃນຈຳນວນເງິນທີ່ຫຼາຍຂຶ້ນ ແລະ ເປີດການຊື້ – ຂາຍໄດ້ຫຼາຍຂຶ້ນ ໂດຍບໍ່ຕ້ອງລົງທຶນທັງໝົດໃນການຊື້ – ຂາຍພຽງເທື່ອດຽວ.

ຕົວຢ່າງສຳລັບການໃຊ້ Leverage ສົມໝຸດວ່າເຮົານຳໃຊ້ Leverage ຂະໜາດ 1:100 ໃນການຊື້ – ຂາຍ ນັ້ນກໍຈະໝາຍຄວາມວ່າ ຈາກເງິນ 100% ແມ່ນເຮົາໃຊ້ເງິນລົງທຶນພຽງ 1% ໃນຂະນະທີ່ໂບກເກີ້ໃຫ້ເຮົາຢືມເງິນອີກ 99% ທີ່ຍັງເຫຼືອ.


ຫຼາຍຄົນອາດຈະຮູ້ແລ້ວວ່າເມື່ອເຮົາເຂົ້າມາລົງທຶນຊື້ – ຂາຍໃນຕະຫຼາດ Forex ແມ່ນເຮົາກຳລັງຊື້ – ຂາຍເປັນລັອດ ເຊິ່ງ 1 ລັອດ ແມ່ນຈະເທົ່າກັບເງິນ 100.000 ໜ່ວຍໃນສະກຸນເງິນຫຼັກ ທີ່ຊື້ – ຂາຍ ເຊິ່ງປະລິມານການຊື້ – ຂາຍຂັ້ນຕ່ຳມັກຈະເທົ່າກັບ 0,01 ລັອດ ຫຼື 1.000 ໜ່ວຍໃນສະກຸນເງິນຫຼັກ. ຖ້າຫາກວ່າເຮົາຈະຊື້ – ຂາຍໃນສະກຸນເງິນ EURUSD ຈຳນວນຂັ້ນຕ່ຳທີ່ເຮົາຈະຊື້ – ຂາຍໄດ້ແມ່ນ 1.000$ ເຊິ່ງສຳລັບເທຣດເດີ ຫຼື ນັກລົງທຶນລາຍຍ່ອຍແລ້ວມັນອາດເປັນເງິນຈຳນວນຫຼາຍ ແລະ ຄົງຈະສາມາດເປີດການຊື້ – ຂາຍໄດ້ພຽງຄັ້ງດຽວດ້ວຍເງິນຈຳນວນດັ່ງກ່າວ ແຕ່ຢ່າງໃດກໍຕາມ ຖ້າຫາກເທຣດເດີນຳໃຊ້ Leverage 1:100 ກໍຈະນຳໃຊ້ເງິນພຽງ 1% ຫຼື 10$ ເຊິ່ງອີກ 99% ຫຼື 990$ ແມ່ນໂບກເກີ້ເປັນຜູ້ໃຫ້ຢືມ ຈຶ່ງເຮັດໃຫ້ສາມາດດຳເນີນການຊື້ – ຂາຍ ໄດ້. ແຕ່ເຖິງຢ່າງໃດກໍຕາມຜົນກຳໄລ ແລະ ຂາດທຶນແມ່ນຈະຖືກຄຳນວນຕາມຍອດລວມຂອງ Leverage ທັງໝົດ.

ສະຫຼຸບແລ້ວ Leverage ແມ່ນເຄື່ອງມືທີ່ຊ່ວຍໃຫ້ເຮົາສາມາດເຂົ້າມາລົງທຶນຊື້ – ຂາຍໃນຕະຫຼາດ Forex ໄດ້ໃນຈຳນວນເງິນລົງທຶນທີ່ໜ້ອຍລົງ ເຊິ່ງຈາກປົກກະຕິຕ້ອງນຳໃຊ້ເງິນລົງທຶນຂັ້ນຕ່ຳທີ່ 1.000$ ກໍຈະນຳໃຊ້ພຽງແຕ່ 10$ ເຊິ່ງຈຳນວນເງິນທີ່ນຳມາປິດຊ່ອງວ່າງນັ້ນແມ່ນມາຈາກໂບກເກີ້ ຫຼື ເຮົາສາມາດເວົ້າໄດ້ວ່າ Leverage ແມ່ນເຄື່ອງມືທີ່ເຮັດໃຫ້ເຮົາມີເງິນລົງທຶນເພີ່ມຂຶ້ນມີອຳນາດເພີ່ມຂຶ້ນ ຫຼື ພຽງພໍ ເພື່ອໃຫ້ສາມາດລົງທຶນຊື້ – ຂາຍໃນຕະຫຼາດ Forex ນີ້ໄດ້.