ທ່ານລັດຖະມົນຕີກະຊວງການເງິນເຄື່ອນໄຫວຢ້ຽມຢາມ 2 ໂຄງການໃຫຍ່ທີ່ແຂວງຈໍາປາສັກ

124

ໃນວັນທີ 23 ກໍລະກົດ 2023 ທີ່ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະລົງເຄື່ອນໄຫວຢ້ຽມຢາມ 2 ໂຄງການໃຫຍ່ທີ່ແຂວງຈຳປາສັກເປັນຕົ້ນ: ໂຄງການເຂື່ອນໄຟຟ້າດອນສະໂຮງ ແລະ ໂຄງການມະຫານາທີສີທັນດອນ.

May be an image of the Panama Canal and body of water
ສຳລັບ 2 ໂຄງການດັ່ງກ່າວເປັນໂຄງການໃຫຍ່ສຳຄັນທີ່ຕິດພັນກັບການເກັບລາຍຮັບງົບປະມານແຫ່ງລັດໃຫ້ຄົບຖ້ວນ ແລະ ເພື່ອການພິຈາລະນາອະນຸມັດດ້ານຫຼັກການໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ, ໂຄງການເຂື່ອນໄຟຟ້າດອນສະໂຮງເເມ່ນໂຄງການທໍາອິດທີ່ສົ່ງອອກພະລັງງານຂາຍໄຟຟ້າໃຫ້ປະເທດກໍາປູເຈຍພາຍໃຕ້ສັນຍາ ຊື້-ຂາຍ ໄຟ ຟ້າລະຫວ່າງລັດວິສາກິດໄຟຟ້າລາວ ແລະ ລັດວິສາຫະກິດໄຟຟ້າກໍາປູເຈຍ, ໂຄງການເຂື່ອນໄຟຟ້າດອນສະໂຮງມີກໍາລັງຕິດຕັ້ງ 260 MW ເປັນເຂື່ອນໄຟຟ້າພະລັງງານນໍ້າແຫ່ງທີ 2 ທີ່ຕັ້ງຢູ່ສາຍນໍ້າຂອງຕອນລຸ່ມຂອງສປປ ລາວ ແລະ ເປັນໂຄງການທໍາອິດທີ່ສົ່ງອອກພະລັງງານຂາຍໄຟຟ້າໃຫ້ແກ່ປະເທດກໍາປູເຈຍ, ເຊິ່ງມີຈຸດເດັ່ນທີ່ແຕກຕ່າງຈາກເຂື່ອນຫຼາຍແຫ່ງຄື: ມີທີ່ຕັ້ງອ້ອມຮອບໄປດ້ວຍສາຍນໍ້າຂອງຍ່ອຍຫຼາຍສາຍທີ່ແຍກອອກຈາກສາຍນໍ້າຫຼັກເປັນໂຄງການແບບຝາຍນ້ຳລົ້ນ (run-of-river). ໂດຍໂຄງການເຂື່ອນໄຟຟ້າດອນສະໂຮງນີ້ບໍລິສັດ ຜະລິດ-ໄຟຟ້າ ລາວມະຫາຊົນ (EDL-GEN) ຖືຮຸ້ນ 20% ຫຼື ທຽບເທົ່າ 52 MW ຕາມສັດສ່ວນການຖືຮຸ້ນນັບຕັ້ງແຕ່ເລີ່ມດຳເນີນການຜະລິດໄຟຟ້າຢ່າງເປັນທາງການໃນປີ 2019.

May be an image of 7 people

ສ່ວນໂຄງການທີ 2 ກໍຄືໂຄງການມະຫານາທີສີທັນດອນ, ເປັນໂຄງການເຂດພັດທະນາເສດຖະກິດໃໝ່ສີ ທັນດອນຊຶ່ງໄດ້ເຊັນສັນຍາກັບລັດຖະບານລາວໃນຄັ້ງວັນທີ 30 ມີຖຸນາ 2018, ເພື່ອພັດທະນາເຂດດັ່ງກ່າວໃຫ້ເປັນເມືອງໃໝ່ທັນສະໄໝທີ່ພຽບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກ, ຮອງຮັບໃຫ້ແກ່ການລົງທຶນຂອງບຸກຄົນແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ, ພັດທະນາຕົວເມືອງ ແລະ ແຄມນ້ຳໃຫ້ເປັນເຂດທ່ອງທ່ຽວທີ່ສະຫງົບປອດໄພ, ເປັນຕົວເມືອງສີຂຽວທີ່ມີພື້ນທີ່ເຂັ້ມແຂງ, ມີອະລິຍະທຳ, ສ້າງສັງຄົມທີ່ມີຄວາມສາມັກຄີ ແລະ ເປັນທຳ,ສົ່ງເສີມອະລິຍະທຳ ແລະ ວັດທະນະທຳຂອງຊາດ ແລະ ຮັບປະກັນການພັດທະນາແບບຍືນຍົງ.

May be an image of 8 people
ການພັດທະນາໂຄງການດັ່ງກ່າວແມ່ນໄດ້ກຳນົດບັນດາໂຄງການ ແລະ ອະນຸຍາດໃຫ້ເຄື່ອນໄຫວປະກອບມີ: ໂຄງການບໍລິການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ສະຖານທີ່ພັກ, ສະໜາມກິລາ, ສະໜາມກ໊ອບ, ຫ້າງຊັບພະສິນ ຄ້າ, ສາງສິນຄ້າ, ສະຖານີຂົ່ນສົ່ງໂດຍສານ ແລະ ໂຮງງານອຸດສາຫະກຳປຸງແຕ່ງເປັນຕົ້ນ. ພ້ອມກັນນັ້ນ, ຍັງໄດ້ສຳຫຼວດສະຖານທີ່ສ້າງໂຄງການສາງຄຽນຖ່າຍສິນຄ້າປອດພາສີ, ມີເນື້ອທີ່ປຸກສ້າງ 15 ເຮັກຕາຢູ່ທາງທິດໃຕ້ຂອງໂຄງການມະຫານາທີສີທັນດອນໃກ້ກັບດ່ານສາກົນໜອງນົກຂຽນໃນອານາຄົດຈະພັດທະນາໃຫ້ເປັນເຂດການຄ້າປອດພາສີລາວ-ຈຳປູເຈຍ ນໍາອີກດ້ວຍ.

May be an image of 7 people