Margin ໃນຕະຫຼາດ Forex

106

 

ການລົງທຶນໃນຕະຫຼາດແລກປ່ຽນເງິນຕາລະຫວ່າງປະເທດ ຫຼື Forex ເຊື່ອວ່າຫຼາຍຄົນອາດເຄີຍໄດ້ຍິນຄຳວ່າ Margin ເມື່ອເວົ້າເຖິງການລົງທຶນຊື້ – ຂາຍໃນຕະຫຼາດ Forex ນີ້ ແມ່ນເປັນສິ່ງສຳຄັນຫຼາຍສຳລັບເທຣດເດີ ຫຼື ຜູ້ລົງທຶນໃນຕະຫຼາດນັ້ນ ທີ່ຈະຕ້ອງມີຄວາມຮູ້, ຄວາມເຂົ້າໃຈ ແລະ ນຳໃຊ້ໄດ້ຢ່າງຖືກຕ້ອງເໝາະສົມ ເພື່ອທີ່ຈະສາມາດປະສົບຄວາມສຳເລັດໃນຕະຫຼາດນີ້ໄດ້; ດັ່ງນັ້ນ ເຮົາຈະພາມາຮູ້ຈັກກັນວ່າ Margin ນັ້ນແມ່ນຫຍັງ.

ໃນການເທຣດ Forex ຫຼື ການຊື້ – ຂາຍໃນຕະຫຼາດເງິນຕາລະຫວ່າງປະເທດນັ້ນ Margin ແມ່ນຫຼັກປະກັນ ຫຼື ການຮັກສາຄວາມປອດໄພໃນບັນຊີ ທີ່ຜູ້ລົງທຶນ ຫຼື ເທຣດເດີ ຝາກເງິນໄວ້ກັບໂບກເກີ ເພື່ອໃຫ້ຄວບຄຸມ ຄວາມສ່ຽງຂອງເທຣດເດີກັບໂບກເກີ ໂດຍສ່ວນຫຼາຍແມ່ນຈະເປັນເສດສ່ວນຂອງຕຳແໜ່ງການຊື້ – ຂາຍ ແລະ ສະແດງເປັນສ່ວນຮ້ອຍ ເຊິ່ງສາມາດຄິດໄດ້ວ່າ Margin ແມ່ນເງິນທີ່ຝາກສຳລັບການຊື້ – ຂາຍທີ່ເປີດຢູ່ທັງໝົດໃນບັນ ຊີ.


ໂດຍ Margin ທັງໝົດໃນໂບກເກີ Forex ແມ່ນຈະເປັນຕົວກຳນົດ leverage ສູງສຸດທີ່ເທຣດເດີສາມາດໃຊ້ໄດ້ໃນບັນຊີເທຣດ. ດັ່ງນັ້ນ, ການຊື້ – ຂາຍດ້ວຍ leverage ຈຶ່ງຖືກເອີ້ນວ່າການຊື້ – ຂາຍໂດຍໃຊ້ Margin. ເນື່ອງຈາກວ່າໂບກເກີແຕ່ລະຕົວ ແມ່ນຈະໃຊ້ Margin ທີ່ແຕກຕ່າງກັນ. ດັ່ງນັ້ນ, ຈຶ່ງຕ້ອງມີຄວາມເຂົ້າໃຈກ່ອນທີ່ຈະເລືອກໂບກເກີ ແລະ ເລີ່ມຕົ້ນລົງທຶນຊື້ – ຂາຍດ້ວຍ Margin ເຊິ່ງວ່າການຊື້ – ຂາຍດ້ວຍ Margin ອາດສົ່ງຜົນທີ່ແຕກຕ່າງກັນໄປ ແລະ ອາດສົ່ງຜົນໃນການຊື້ – ຂາຍ ທັງໃນທາງບວກ ແລະ ທາງລົບ ເຊິ່ງທັງຜົນກຳໄລທີ່ອາດເກີດຂຶ້ນ ແລະ ການສູນເສຍທີ່ອາດເກີດຂຶ້ນ ແມ່ນຈະເພີ່ມຂຶ້ນ.

ສຳລັບການຄຳນວນ Margin ໃນຕະຫຼາດ Forex ຕົວຢ່າງວ່າ: ໂບກເກີສະເໜີໃຫ້ leverage 1:20 ໃນການຊື້ -ຂາຍໃນ Forex ເຊິ່ງໝາຍ ຄວາມວ່າໃນທຸກໆ 20 ໜ່ວຍຂອງສະກຸນເງິນ ໃນເວລາທີ່ເປີດຊື້ – ຂາຍຢູ່ຈະຕ້ອງກັນໄວ້ 1 ໜ່ວຍຂອງສະກຸນເງິນສຳລັບເປັນ Margin. ສະນັ້ນ, ຖ້າຫາກວ່າຂະໜາດຂອງການຊື້ – ຂາຍ ທີ່ຕ້ອງການແມ່ນ 20 ໂດລາ Margin ກໍຈະເທົ່າກັບ 1 ໂດລາ, ດັ່ງນັ້ນ Margin ກໍຈະເທົ່າກັບ 1/20 ຫຼື 5%.

 

ໃນທາງກົງກັນຂ້າມ ຖ້າຫາກໂບກເກີຕ້ອງການ Margin 10% ກໍຈະສາມາດຄຳນວນໄດ້ວ່າໃນທຸກການຊື້ – ຂາຍ 10 ໂດລາ ເຮົາຕ້ອງມີ Margin 1 ໂດລາ. ດັ່ງນັ້ນ, ເຮົາກໍຈະສາມາດໃຊ້ປະໂຫຍດຈາກການເທຣດໄດ້ທີ່ 1:10.

ສະຫຼຸບແລ້ວ Margin ໃນຕະຫຼາດ Forex ນັ້ນແມ່ນເງິນຫຼັກປະກັນທີ່ເຮົານຳໃຊ້ໃນເວລາທີ່ດຳເນີນການຊື້ – ຂາຍ ເຊິ່ງຫຼັກປະກັນດັ່ງກ່າວແມ່ນມາຈາກເງິນທຶນຕົວຈິງທີ່ເຮົາ ຝາກເຂົ້າໄປໃນໂບກເກີ້ ຫຼື ເງິນທີ່ເຮົານຳມາລົງທຶນນັ້ນເອງ.