ຕຳໝາກມ່ວງ ແກ້ຢາກນອນ

65

ໝາກມ່ວງ ເປັນໝາກໄມ້ຊະນິດໜຶ່ງ ສ່ວນຫຼາຍຈະອອກລົດສົ້ມ ຫຼາຍຊະນິດກໍຫວານ ເຊິ່ງຖ້າເປັນໝາກມ່ວງດິບສ່ວນຫຼາຍຈະເອົາມາກິນສົ້ມ ແລະ ມື້ນີ້ເຮົາຈະພາທ່ານມາເຮັດຕຳໝາກມ່ວງກິນ ເຊິ່ງຈະເຮັດໃຫ້ທ່ານກິນແຊບຂຶ້ນ ແລະ ກິນໄດ້ຫຼາຍ.

■ ວັດຖຸດິບ: ໝາກມ່ວງດິບ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ກະປິ, ນໍ້າປາແດກ ຫຼື ນໍ້າປາ, ນໍ້າຕານ, ແປ້ງນົວ ( ສ່ວນຫົວຜັກທຽມ ຖ້າບໍ່ມັກບໍ່ໃສ່ກໍໄດ້ ).

■ ຂັ້ນຕອນເຮັດ: ລ້າງໝາກມ່ວງແລ້ວປອກເປືອກ ພ້ອມຟັກແລ້ວຊອຍຄືກັບໝາກຫຸ່ງ. ຈາກນັ້ນກໍມາຕຳເຄື່ອງໂດຍຕຳໝາກເຜັດ, ຫົວຜັກທຽມ, ແປ້ງນົວ, ນໍ້າຕານ, ກະປິ ຕຳໃຫ້ລະອຽດ ຈາກນັ້ນກໍເອົາໝາກມ່ວງທີ່ຊອຍລົງໄປ ຈາກນັ້ນກໍຕື່ມດ້ວຍນໍ້າປາ ຫຼື ປາແດກ ແລ້ວຕຳໃຫ້ເຂົ້າກັນ ຈາກນັ້ນກໍຊີມລົດຊາດ ແລະ ປຸງຕາມໃຈມັກ ຖ້າແຊບແລ້ວກໍຕັກໃສ່ຈານພ້ອມເສີບໄດ້ ເຊິ່ງສາມາດກິນແກ້ຢາກນອນໄດ້.
[ ໂດຍ: ນົກແຕນແວນ ]