ບາດກ້າວໃໝ່ W.I.G ສະໂມສອນເຍົາວະຊົນລາວ ໄປຮ່ວມຊີງໄຊລາຍການໃຫຍ່ JS CUP ທີ່ເກົາຫຼີ

35

ສະໂມສອນບານເຕະເຍົາວະຊົນລາວ W.I.G NAGA ຮຸ່ນອາຍຸບໍ່ເກີນ 12 ປີກາຍຕົວແທນຂອງ ສະຫະພັນບານເຕະນະຄອນຫຼວງວຽງຈັນ ແລະ ຕາງໜ້າ ສປປ ລາວ ກຽມໄປແຂ່ງຂັນບານເຕະເຍົາວະຊົນລາຍການໃຫຍ່ລາຍການລະດັບນາໆຊາດ “ JS CUP 2023 ” ຫຼື Ji-Sung Park International youth Cup 2023 ລະຫວ່າງວັນທີ 20-27 ກໍລະກົດ 2023 ທີ່ແຂວງອິນຊອນ ປະເທດເກົາຫຼີໃຕ້.

ລາຍການດັ່ງກ່າວ ຈັດຂຶ້ນໂດຍ ປາກ ຈິ-ຊອງ ຫຼື Ji-Sung Park ອະດີດນັກເຕະດັງຂອງ ເກົາຫຼີ ເຄີຍຫຼິ້ນໃຫ້ກັບ ແມນເຊັສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ໃນປະເທດອັງກິດ ພ້ອມຄວ້າແຊ້ມມາຫຼວງຫຼາຍ ແລະ ທີມຊາດເກົາຫຼີ ມາຢ່າງຍາວນານ ຮ່ວມກັບ Growing Sports and Entertainment Company ຈັດການແຂ່ງຂັນ “ JS CUP 2023 ” ຫຼື Ji-Sung Park International youth Cup 2023 ຂຶ້ນມາໂດຍເຊີນເອົາທີມທີ່ໂດດເດັ່ນເຂົ້າຮ່ວມ ເພື່ອແລກປ່ຽນ ແລະ ໃຫ້ໂອກາດເດັກນ້ອຍຈາກທົ່ວໂລກມາແລກປ່ຽນປະສົບການນໍາກັນ.

ທ່ານ ຕົ້ນຈັກກິດ ນ້ອຍສົມສີ ຄູຝຶກຂອງ W.I.G NAGA ໃຫ້ສໍາພາດວ່າ: ຖືວ່າເປັນໂອກາດສໍາຄັນທີ່ W.I.G NAGA ພວກເຮົາຈະໄດ້ໄປແຂ່ງຂັນໄກເຖິງ ສ ເກົາຫຼີ ເຊິ່ງລາຍການດັ່ງກ່າວແມ່ນທາງຝ່າຍຈັດການແຂ່ງຂັນໄດ້ເຊີນທາງ ສະຫະພັນບານເຕະນະຄອນຫຼວງວຽງຈັນ ໂດຍທາງສະຫະພັນໄດ້ເລືອກ ສະໂມສອນພວກເຮົາທີ່ສ້າງຜົນງານໂດດເດັ່ນໃນໄລຍະທີ່ຜ່ານມາ ເພື່ອເປັນຕົວແທນ ສປປ ລາວ ເຂົ້າຮ່ວມແຂ່ງຂັນດັ່ງກ່າວ. ເຊິ່ງແນ່ນອນລາຍການນີ້ມີທີມຈາກຕ່າງປະເທດມາຮ່ວມຫຼາຍທີມຈະເປັນຄວາມທ້າທາຍ ແລະ ເປັນປະສົບການໃຫ້ກັບທີມພວກເຮົາຢ່າງດີແນ່ນອນ ໂດຍພວກເຮົາກໍເກັບຕົວຝຶກຊ້ອມມາໄດ້ເດືອນປາຍແລ້ວ ແລະ ພ້ອມເຂົ້າຮ່ວມການແຂ່ງຂັນ.

ສໍາລັບ ລາຍການດັ່ງກ່າວ ເຈົ້າພາບກໍານົດ 32 ທີມເຂົ້າຮ່ວມຊີງໄຊ ແບ່ງເປັນ ທີມຈາກເກົາຫຼີໃຕ້ 24 ທີມ, ສປ ຈີນ 2 ທີມ, ໄທ 2 ທີມ, ຍີ່ປຸ່ນ 1 ທີມ, ຮົງກົງ 1 ທີມ, ລາວ 1 ທີມ ແລະ ຕີມໍ 1 ທີມ ໂດຍແບ່ງເປັນ 8 ກຸ່ມ, ໂດຍ W.I.G NAGA ທີມຈາກ ສປປ ລາວ ຢູ່ກຸ່ມ E ຮ່ວມກັບ NAMYANG HJ FC, GUNPO YOUTH FC ແລະ DAECHEON ELEM ເຊິ່ງເປັນ 3 ທີມຈາກ ສ ເກົາຫຼີ.

ສໍາລັບ ຜົນງານຂອງ W.I.G NAGA ໃນໄລຍະທີ່ຜ່ານມາມີດັ່ງນີ້:
• ແຊ້ມ U-10 ປີ ທີ່ແຂວງສະຫວັນນະເຂດ 2022
• ອັນດັບ 3 ລາຍການ ແຊ້ມຊົນແຊັມ ທີ່ຊຽງຣາຍປະເທດໄທ ເມື່ອປີ 2022 ໃນຮຸ່ນ U-10 ທີ່ເຂົ້າຮ່ວມລາຍການໃນຕ່າງປະເທດເປັນຄັ້ງທໍາອິດ
• ຄວ້າແຊັມ U-8 ແລະ U-11 ໃນລາຍການລະດັບນາໆຊາດ ທີ່ພັດທະຍາ ປະເທດໄທ ໃນທ້າຍປີ 2022

• ຄວ້າແຊັມບານເຕະ 7 ຄົນຊີງແຊັມພາກອີສານ U-10 ປີ ທີ່ຈັງຫວັດໜອງຄາຍ ປະເທດໄທ ເມື່ອວັນທີ 21 ມັງກອນ 2023, ສ່ວນ ຢູ 11 ແມ່ນເຂົ້າຮອບ 8 ທີມສຸດທ້າຍ.
• ແຊັມ U-9 ແລະ U-10 ໃນການແຂ່ງຂັນບານເຕະ 7 ຄົນລາຍການ ໂຂງ-ຊີ-ມູລ ຈູເນ່ຍ ຄັບ 2023 ທີ່ມຸກດາຫານ ປະເທດໄທ ລະຫວ່າງວັນທີ 1-2 ເມສາ 2023, ສ່ວນ U-11 ແລະ U-12 ແມ່ນສາມາດຄວ້າຮອງແຊັມໄດ້ອີກດ້ວຍ.
• ແຊ້ມ Mazda challenge cup 2023, ຢູ 10 ແລະ 12
• ປັດຈຸບັນແມ່ນກໍາລັງແຂ່ງຂັນ ບານເຕະມາສດ້າ ຢຸດລີກ 2023 ທີ່ສປປ ລາວ ເຊິ່ງ U-10 ກັບ U-12 ຂອງ W.I.G NAGA ແມ່ນຢຶດທີມນໍາຂອງຕາຕະລາງຄະແນນລວມ.
ຂ່າວ-ຮູບຈາກ: Larh Creators