ຫຼວງພະບາງ ປະຊຸມຄົ້ນຄວ້າປຶກສາຫາລື ຜ່ານເນື້ອໃນພິທີກໍາທີ່ຕິດພັນກັບບຸນປະເພນີປີໃໝ່ລາວ

109

 

ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ( ຖວທຂ ) ໄດ້ຈັດກອງປະຊຸມຄົ້ນຄວ້າ ປຶກສາຫາລື ຜ່ານເນື້ອໃນພິທີກໍາທີ່ຕິດພັນກັບບຸນປະເພນີປີໃໝ່ລາວ ຫຼວງພະບາງ ຂຶ້ນໃນວັນທີ 12 ກໍລະກົດ ໂດຍການເປັນປະທານຂອງ ທ່ານ ສີສະຫວາດ ຍີ່ລັດໃຈ ຮອງຫົວໜ້າພະແນກ ຖວທ ແຂວງ, ມີສາທຸໃຫຍ່ ອ່ອນແກ້ວ ກິດຕິພັດໂທ ປະທານອົງການພຸດທະສາສະໜາສໍາພັນລາວ ແຂວງຫຼວງພະບາງ ( ອພສຂ ). ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ, ອົງການປົກຄອງບ້ານເຂົ້າຮ່ວມ.

ທ່ານ ສີສະຫວາດ ຍີ່ລັດໃຈ ຮອງຫົວໜ້າ ພະແນກ ຖວທຂ ກ່າວວ່າ: ເພື່ອເປັນການອະນຸຮັກ, ປົກປັກຮັກສາ, ຟື້ນຟູ, ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດລາວ ກໍຄືຂອງທ້ອງຖິ່ນຫຼວງພະບາງ ໃຫ້ມີຄວາມຍືນຍົງຕະຫຼອດໄປ. ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ຫຼວງພະບາງ ຈຶ່ງໄດ້ເຊື້ອເຊີນບັນດາທ່ານຈາກຫຼາຍພາກສ່ວນກ່ຽວຂ້ອງ ເຊິ່ງປະກອບມີ ອົງການພຸດທະສາສະໜາສະໜາສໍາພັນແຂວງ, ແນວລາວສ້າງຊາດແຂວງ, ອົງການປົກຄອງນະຄອນຫຼວງພະບາງ, ຫ້ອງການ ຖວທ ເມືອງຈອມເພັດ, ຂະແໜງການ – ກອງວິຊາການ, ຜູ້ຊົງຄຸນວຸດທິ ແລະ ພາມມະນາຈານ ເພື່ອມາຮ່ວມປະຊຸມຄົ້ນຄວ້າ, ປຶກສາຫາລື, ມີທັດສະນະແລກປ່ຽນຄໍາຄິດເຫັນຕໍ່ກັບເນື້ອໃນບົດພິທີກໍາຕ່າງໆທີ່ຕິດພັນກັບບຸນຕຸດສົງການປີໃໝ່ລາວຢູ່ຫຼວງພະບາງ.


ການປຶກສາຫາລືແມ່ນຕິດພັນໃນ 11 ຫົວຂໍ້ ເປັນຕົ້ນແມ່ນ ພິທີແຫ່ຫວໍ່, ຊ້າງຮຽງເກີຍ, ຕົບພະທາດຊາຍ ຢູ່ດອນຊາຍມຸງຄູນ, ພິທີອັງເຊີນພຣະບາງລົງຫົດສົງ, ພິທີອັງເຊີນພຣະມ່ານລົງຫົດສົງ, ປູ່ເຍີ – ຍ່າເຍີ ຫຼື ປູ່ສັງກະສາ – ຍ່າສັງກະສີ, ການແຫ່ນາກ, ຄວາມໝາຍ – ຄວາມສໍາຄັນຂອງການໂລະລາດ, ພິທີອັງເຊີນຫົວກະບິນລະພົມ, ພິທີນະມັດສະການ ຫຼື ນໍານໍ້າຖໍ້າຕິ່ງ ແລະ ພິທີກໍາຂອງມື້ສັງຂານລ່ວງ, ມື້ເນົາ, ສັງຂານຂຶ້ນ.

ທັງໝົດຫົວຂໍ້ເຫຼົ່ານັ້ນ ທາງພະແນກ ຖວທ ໄດ້ມອບໝາຍໃຫ້ຂະແໜງວັດທະນະທໍາຮັບຜິດຊອບ ແລະ ເປັນໃຈກາງໃນການຄົ້ນຄວ້າ, ຮີບໂຮມ ແລະ ສັງລວມບັນດາຂໍ້ມູນພິທີກໍາສໍາຄັນຕ່າງໆ ທີ່ຕິດພັນກັບບຸນຕຸດສົງການປີໃໝ່ລາວ ຢູ່ຫຼວງພະບາງ ທີ່ໄດ້ມາຈາກແຫຼ່ງປຶ້ມປະຫວັດຕ່າງໆ ແລະ ລົງສໍາພາດຕົວຈິງບັນດານັກປາດ – ອາຈານ, ຜູ້ຊົງຄຸນວຸດທິ ເພື່ອຈະໄດ້ຈັດພິມເປັນປຶ້ມຄູ່ມືໃນການຈັດຕັ້ງພິທີກໍາຕ່າງໆໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມຮີດຄອງປະເພນີອັນດີງາມອັນດັ້ງເດີມໂດຍແທ້.

ໃນວາລະກອງປະຊຸມ ຄະນະຮັບຜິດຊອບເກັບກໍາ ແລະ ຮີບໂຮມຂໍ້ມູນພິທີກໍາດັ່ງກ່າວ ກໍໄດ້ລາຍງານກ່ຽວກັບການລົງເກັບກໍາຂໍ້ມູນພິທີກໍາທີ່ຕິດພັນກັບບຸນຕຸດສົງການປີໃໝ່ລາວ ຢູ່ຫຼວງພະບາງ. ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ແລະ ເຖົ້າແກ່ແນວໂຮມທີ່ເຄີຍຕິດພັນກັບກິດຈະກໍາທີ່ກ່າວມານັ້ນ ກໍໄດ້ຮ່ວມກັນປະກອບຄວາມຄິດເຫັນໃສ່ບັນດາເນື້ອໃນພິທີກໍາໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບປະເພນີດັ້ງເດີມ ທີ່ເປັນເອກະລັກຂອງຊາວຫຼວງພະບາງ ໃຫ້ມີຄວາມຍືນຍົງຕະຫຼອດໄປ.

ພ້ອມດຽວກັນນີ້, ທ່ານ ສີສະຫວາດ ຍີ່ລັດໃຈ ຮອງຫົວໜ້າພະແນກ ຖວທຂ ກໍໄດ້ມີຄໍາເຫັນເນັ້ນຕື່ມກ່ຽວກັບຄວາມໝາຍສໍາຄັນຂອງການລົງເກັບກໍາ ແລະ ຮີມໂຮມຂໍ້ມູນພິທີກໍາ ໃນ 11 ຫົວຂໍ້ ແລະ ໄດ້ມີຄໍາຖາມເຈາະຈີ້ມໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ເພື່ອຊ່ວຍປະກອບຄໍາຄິດເຫັນ ເຮັດໃຫ້ເນື້ອໃນຂອງບົດມີຄວາມອຸດົມສົມບູນ, ຖືກຕ້ອງ, ສອດຄ່ອງກັບຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ, ພ້ອມທັງໄດ້ມອບໝາຍໃຫ້ຄະນະຮັບຜິດຊອບ ຈົ່ງນໍາເອົາເນື້ອໃນບົດໄປປັບປຸງຄືນຕາມການປະກອບຄໍາເຫັນຂອງຜູ້ເຂົ້າຮ່ວມກອງປະຊຸມຕື່ມອີກ.

[ ຂ່າວ: ເພັດສາຄອນ
ສິມມະວົງ ]