ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ຊ່ວຍພັດທະນາການຮຽນ – ການສອນຂອງຄູ ແລະ ນັກຮຽນໃຫ້ດີຂຶ້ນ

20

ຄູສຸພາພອນ ພຸທະສິນ ເປັນຄູສອນທີ່ມີຄວາມຫ້າວຫັນໃນການສິດສອນ ເພິ່ນໄດ້ຕັດສິນໃຈເລີ່ມເປັນຄູສອນຕາມ ຄວາມຝັນຂອງລາວແຕ່ຕອນຍັງນ້ອຍທີ່ລາວໄດ້ເຫັນອ້າຍເຂີຍຂອງລາວເປັນຄູສອນ ເຊິ່ງໄດ້ສ້າງແຮງຈູງໃຈໃຫ້ ລາວຢາກເປັນຄູ ແລະ ອ້າຍເຂີຍຂອງລາວ ກໍໄດ້ສະໜັບສະໜູນລາວເຊັ່ນກັນ. ພາຍຫຼັງທີ່ລາວໄດ້ຮຽນຈົບ ລາວຈຶ່ງມີຄວາມມຸ່ງໝັ້ນທີ່ຈະເປັນຄູສອນ ແລະ ໃນປັດຈຸບັນນີ້ ລາວກໍໄດ້ເປັນຄູສອນຊັ້ນປະຖົມສຶກສາໃນແຂວງຫຼວງພະບາງ.

ເມື່ອໄດ້ນໍາໃຊ້ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ເຂົ້າໃນການຮຽນ – ການສອນ ຄູສຸພາພອນ ໃຫ້ສໍາພາດວ່າ: ປຶ້ມແບບຮຽນໃໝ່ນີ້ ມີຫຼາກຫຼາຍສີສັນ ແລະ ເຕັມໄປດ້ວຍຮູບພາບ ເຊິ່ງເປັນສິ່ງສຳຄັນຫຼາຍສຳລັບນັກຮຽນ ໂດຍສະເພາະນັກຮຽນທີ່ຍັງນ້ອຍ ເພື່ອຊ່ວຍດຶງດູດຄວາມສົນໃຈຂອງນັກຮຽນ, ເກີດ ຄວາມມ່ວນຊື່ນກັບການຮຽນ ຂ້າພະເຈົ້າໄດ້ປັບປ່ຽນການຮຽນ – ການສອນ ເຊິ່ງຊ່ວຍໃຫ້ນັກຮຽນມີຄວາມຫ້າວຫັນ ແລະ ມີສ່ວນຮ່ວມໃນການຮຽນຢ່າງມ່ວນຊື່ນຫຼາຍຂຶ້ນ; ສ້າງແຮງຈູງໃຈເຮັດໃຫ້ຢາກຮຽນ, ມາໂຮງຮຽນ ແລະ ຢາກຮຽນຫຼາຍຂຶ້ນ ນັກຮຽນອາດຈະໄດ້ເຮັດວຽກເປັນຄູ່ ຫຼື ແບບເອກະລາດ ຄູກໍສັງເກດການປະຕິບັດກິດຈະກຳຂອງນັກຮຽນ ພ້ອມທັງໄດ້ໃຫ້ການຊ່ວຍເຫຼືອໃນເວລາທີ່ນັກຮຽນຕ້ອງການ ”.

ການຮຽນ – ການສອນໃນຫຼັກສູດໃໝ່ນີ້ ອີກຢ່າງໜຶ່ງທີ່ຍັງເປັນສິ່ງທ້າທາຍໃນການດຳເນີນການຮຽນ – ການສອນແບບເນັ້ນໃຫ້ນັກຮຽນໄດ້ປະຕິບັດຕົວຈິງ ກໍຄືການປະດິດສື່ອຸປະກອນເຂົ້າໃນກິດຈະກຳການຮຽນ – ການສອນທີ່ຫຼາກຫຼາຍ ເຊິ່ງສາວຄູຍັງໄດ້ກ່າວເພີ່ມຕື່ມວ່າ “ ສຳລັບສິ່ງທ້າທາຍນີ້ ກໍບໍ່ແມ່ນບັນຫາຫຼັກ ເພາະວ່າຂ້ອຍໄດ້ນຳໃຊ້ວັດສະດຸ ຫຼື ສິ່ງເສດເຫຼືອຕ່າງໆທີ່ຫາໄດ້ງ່າຍໃນທ້ອງຖິ່ນ ເພື່ອນຳມາປະດິດເປັນສື່ອຸປະກອນ, ຕົວຢ່າງ: ສຳລັບວິຊາຄະນິດສາດ, ຂ້ອຍນຳເອົາກ່ອງເປົ່າມາປະດິດເປັນລົດ, ນຳເອົາຕຸກນໍ້າດື່ມເປົ່າມາປະດິດເປັນໂຕໝີ ແລະ ແຕ້ມໜ້າໂຕໝີໃສ່ ຫຼັງຈາກນັ້ນເອົາໄປໃສ່ໃນລົດ ແລະ ບອກໃຫ້ນັກຮຽນນັບຈຳນວນຂອງໂຕໝີຢູ່ໃນລົດ ເມື່ອນັກຮຽນໄດ້ເຫັນສື່ອຸປະກອນທີ່ຂ້ອຍປະດິດ ພວກເຂົາຮູ້ສຶກມັກຍ້ອນວ່າມັນມີຄວາມໜ້າຮັກ.

ສຳລັບວິຊາວິທະຍາສາດ ໄດ້ພານັກຮຽນໄປທີ່ເດີ່ນຂອງໂຮງຮຽນທີ່ມີສວນດອກໄມ້ ແລະ ຕົ້ນໄມ້ ຂ້ອຍໄດ້ອະທິບາຍກ່ຽວກັບຂະບວນການຂອງການປູກຕົ້ນໄມ້ ຕັ້ງແຕ່ການປູກຈົນຮອດມັນເຕີບໃຫຍ່ ພ້ອມທັງບອກໃຫ້ນັກຮຽນເບິ່ງ, ສຳຜັດ ແລະ ດົມກິ່ນໃບໄມ້. ຫຼັງຈາກນັ້ນ ກໍໃຫ້ພວກເຂົາສົນທະນາກັນກ່ຽວກັບສິ່ງທີ່ພວກເຂົາຄົ້ນພົບ. ຂ້ອຍສາມາດສອນຫຼາຍໆຢ່າງໄດ້ຜ່ານການໃຫ້ນັກຮຽນໄດ້ສັງເກດ ”.
ຄູສຸພາພອນ ກໍຍັງເນັ້ນຕື່ມອີກວ່າ: ການຈັດຫ້ອງຮຽນເພື່ອອຳນວຍຄວາມສະດວກໃນການດຳເນີນກິດຈະກຳໃນຫ້ອງຮຽນ ແມ່ນເປັນສິ່ງທີ່ສຳຄັນ ຂ້າພະເຈົ້າໄດ້ຈັດໂຕະ – ຕັ່ງໃຫ້ນັກຮຽນນັ່ງເປັນກຸ່ມ ແລະ ຈັດຫ້ອງຮຽນໃຫ້ມີ ຄວາມສະດວກໃນການເຮັດກິດຈະກຳ ເພື່ອໃຫ້ນັກຮຽນໄດ້ສົນທະນາ ແລະ ແລກປ່ຽນແນວຄວາມຄິດໃນກິດຈະກຳຕ່າງໆຂອງການຮຽນຮ່ວມກັນ.

ນອກຈາກນີ້, ຂ້ອຍຍັງໄດ້ຕົກແຕ່ງມູມຕ່າງໆພາຍໃນຫ້ອງຮຽນ 4 ມູມ ໂດຍຈັດໃຫ້ເປັນແຕ່ລະມູມ ຄື: ມູມວິຊາພາສາລາວ, ມູມສື່ອຸປະກອນການຮຽນ – ການສອນ, ມູມວິຊາຫັດຖະກຳ ແລະ ມູມອ່ານປຶ້ມເສີມ. ການຕົກແຕ່ງຫ້ອງຮຽນແບບນີ້ ແມ່ນເປັນສິ່ງສຳຄັນເພື່ອສະແດງຜົນງານຂອງນັກຮຽນທີ່ໄດ້ເຮັດກິດຈະກຳການຮຽນຕ່າງໆ ພ້ອມທັງສ້າງສະພາບແວດລ້ອມທີ່ດີ ແລະ ມີຄວາມໜ້າມ່ວນຊື່ນພາຍໃນຫ້ອງຮຽນ ແລະ ທັງເຮັດໃຫ້ນັກຮຽນຮູ້ສຶກວ່າພວກເຂົາມີຄຸນຄ່າ ເມື່ອພວກເຂົາໄດ້ເຫັນຜົນງານຂອງຕົນເອງຕິດຢູ່ຝາ ແລະ ມູມຕ່າງໆພາຍໃນຫ້ອງຮຽນ ”.

ໃນເວລາທີ່ເຫັນຮອຍຍິ້ມຂອງນ້ອງນ້ອຍນັກຮຽນຫ້ອງ ປ 1 ຕອນທີ່ພວກເຂົາຍ່າງເຂົ້າຫ້ອງຮຽນໃນຕອນເຊົ້າ ຈະຮູ້ສຶກໄດ້ເລີຍວ່ານັກຮຽນເຫຼົ່ານັ້ນ ມີຄວາມເບີກບານມ່ວນຊື່ນກັບກິດຈະກຳໃນການຮຽນ, ຕັ້ງໃຈຟັງ ແລະ ຕັ້ງໃຈຮຽນໃນເວລາທີ່ຄູສິດສອນ.
ສະແດງໃຫ້ເຫັນວ່າ ຄູຜູ້ທີ່ຫ້າວຫັນ ແລະ ຈິງໃຈກັບການສອນພຽງຄົນດຽວ ສ້າງການປ່ຽນແປງຕໍ່ກັບການສຶກສາ ແລະ ອະນາຄົດຂອງຄົນຮຸ່ນໃໝ່ໄດ້ຢ່າງຫຼວງຫຼາຍ.