ຂໍ້ເສຍຂອງການລົງທຶນໃນຕະຫຼາດ Forex

78

ການລົງທຶນໃນສິ່ງໃດສິ່ງໜຶ່ງ ນັກລົງທຶນຕ້ອງໄດ້ສຶກສາຂໍ້ມູນໃຫ້ດີກ່ອນຕັດສິນໃຈລົງທຶນ ເພາະວ່າໃນທຸກໆການລົງທຶນບໍ່ວ່າຈະເປັນສິນຊັບຊະນິດໃດ ຍ່ອມມີຄວາມສ່ຽງ ແລະ ຂໍ້ດີຂໍ້ເສຍທີ່ແຕກຕ່າງກັນ ລວມທັງການລົງທຶນໃນຕະຫຼາດ Forex ກໍເຊັ່ນດຽວກັນ ໃນອາທິດທີ່ຜ່ານມາເຮົາໄດ້ສະເໜີກ່ຽວກັບຂໍ້ດີຂອງການລົງທຶນໃນຕະຫຼາດນີ້ແລ້ວ ມາມື້ນີ້ເຮົາຈະມາເບິ່ງວ່າຂໍ້ເສຍຂອງການລົງທຶນໃນຕະຫຼາດ Forex ນີ້ແມ່ນມີຄືແນວໃດ:

1. ມີຄວາມຜັນຜວນສູງ: ຕະຫຼາດ Forex ແມ່ນມີຄວາມຜັນຜວນສູງກວ່າຕະຫຼາດຮຸ້ນທົ່ວໄປຫຼາຍເທົ່າ ການລົງທຶນໃນຕະຫຼາດ Forex ນີ້ ແມ່ນມີຄວາມສ່ຽງທີ່ສູງຫຼາຍ ຈົນບາງຄົນອາດຈະເວົ້າວ່າການລົງທຶນໃນຕະຫຼາດ Forex ແມ່ນການພະນັນ. ແຕ່ວ່າໃນທາງກົງກັນຂ້າມ ຂໍ້ເສຍນີ້ຜັດເປັນຂໍ້ດີສຳລັບນັກເທຣດ ຫຼື ນັກລົງທຶນມືອາຊີບທີ່ມີຄວາມຊຳນານໃນຕະຫຼາດນີ້ ທີ່ຈະເຮັດກຳໄລໄດ້ຢ່າງຫຼວງຫຼາຍເຊັ່ນກັນ.


2. ຢູ່ໃນປະເທດເຮົາແມ່ນຍັງບໍໍ່ມີກົດໝາຍເພື່ອຮອງຮັບ: ການເປີດບັນຊີໃນການເທຣດ ຫຼື ຊື້ – ຂາຍໃນຕະຫຼາດ Forex ສ່ວນຫຼາຍແມ່ນຈະຕ້ອງໄດ້ເຮັດກັບໂບກເກີ ທີ່ຢູ່ຕ່າງປະເທດ ເຊິ່ງກົດໝາຍພາຍໃນປະເທດເຮົາແມ່ນຍັງບໍ່ມີຮອງຮັບ ຖ້າຫາກວ່າເກີດຂໍ້ຜິດພາດໃດໜຶ່ງທີ່ຕ້ອງຮ້ອງຟ້ອງກໍຈະເຮັດໄດ້ຍາກ ເນື່ອງຈາກວ່າຕ້ອງໄດ້ໄປຮ້ອງຟ້ອງກັບສານທີ່ຕ່າງປະເທດເທົ່ານັ້ນ ແລະ ຈຸດນີ້ເອງແມ່ນຈະເປັນຊ່ອງທາງໃຫ້ມິດສາຊີບນຳໄປໃຊ້ໃນການແອບອ້າງ ແລະ ຕົວະຍົວະຫຼອກລວງໄດ້.

3. ຖ້າບໍ່ມີການບໍລິຫານເງິນທຶນທີ່ດີ ອາດສົ່ງຜົນເຮັດໃຫ້ຂາດທຶນໄດ້ຢ່າງຫຼວງຫຼາຍ: ທຸກໆການລົງທຶນແມ່ນມີ ຄວາມສ່ຽງ. ດັ່ງນັ້ນ, ເຮົາຕ້ອງມີລະບຽບວິໄນໃນການລົງທຶນ ລວມທັງຄວາມຮູ້ໃນສິ່ງທີ່ຈະລົງທຶນ ຖ້າຫາກວ່າບໍ່ເຂົ້າໃຈ ບໍ່ຮູ້ທີ່ຈະຈັດການບໍລິຫານເງິນທຶນ ອາດເຮັດໃຫ້ຂາດທຶນຈົນໝົດຕົວໄດ້ໃນເວລາອັນສັ້ນ. ເພາະຢ່າລືມວ່າຕະຫຼາດ Forex ນັ້ນ ແມ່ນມີຂະໜາດທີ່ໃຫຍ່ຫຼາຍ ເຊິ່ງມີມູນຄ່າການ ຊື້ – ຂາຍຫຼາຍກວ່າຕະຫຼາດຮຸ້ນໃນທົ່ວໂລກຫຼາຍເທົ່າ.

4. ການແລ່ນຂອງກຣາຟ ຫຼື ເສັ້ນລາຄາຂຶ້ນລົງ ມີຄວາມແຮງຫຼາຍ ໃນບາງສະກຸນເງິນ ແລະ ບາງໄລຍະເວລາ: ໃນໄລຍະເວລາທີ່ຕະຫຼາດຂອງທັງສອງສະກຸນເງິນ ເປີດໃຫ້ບໍລິການພ້ອມກັນ ໃນໄລຍະນັ້ນລາຄາແມ່ນຈະມີການເຄື່ອນໄຫວ ຫຼື ຂຶ້ນລົງຢ່າງຮຸນແຮງຫຼາຍກວ່າປົກກະຕິ ຕົວຢ່າງສະກຸນເງິນ GBP/USD ເຊິ່ງຕະຫຼາດຂອງ GBP ແມ່ນເປີດໃນເວລາ 15:00 – 23:00 ໂມງ ແລະ ຕະຫຼາດຂອງ USD ແມ່ນເປີດໃນເວລາ 19:00 – 04:00 ໂມງ. ດັ່ງນັ້ນ, ໄລຍະເວລາທີ່ຕະຫຼາດທັງສອງສະກຸນເງິນເປີດພ້ອມກັນແມ່ນ 19:00 – 23:00 ໂມງ ເຊິ່ງໃນໄລຍະນີ້ຈະມີການຂຶ້ນລົງຂອງກຣາຟລາຄາຫຼາຍກວ່າປົກກະຕິ ອາດສົ່ງຜົນໃຫ້ຜູ້ທີ່ເຂົ້າໄປ ຊື້ – ຂາຍໃນໄລຍະນີ້ອາດຂາດທຶນໄດ້.

ເວົ້າລວມແລ້ວໃນທຸກໆການລົງທຶນຍ່ອມມີຄວາມສ່ຽງ ບໍ່ວ່າຈະເປັນການລົງທຶນໃນຮູບແບບໃດກໍຕາມ. ດັ່ງນັ້ນ, ເພື່ອເປັນການຫຼຸດຜ່ອນຄວາມສ່ຽງໃນການລົງທຶນໃຫ້ມີໜ້ອຍທີ່ສຸດ ຕ້ອງຮູ້ຈັກບໍລິຫານຈັດການເງິນທຶນ, ພ້ອມກັນນັ້ນກໍຕ້ອງສຶກສາຫາຄວາມຮູ້ກ່ຽວກັບການລົງທຶນນັ້ນໆໃຫ້ດີກ່ອນຕັດສິນໃຈລົງທຶນ.