ບົ້ງລະບາດ ສ້າງຜົນເສຍຫາຍໜັກແກ່ຊາວກະສິກອນແຂວງຫົວພັນ

93

ບັນຫາບົ້ງກິນເຂົ້ານາ ຢູ່ແຂວງຫົວພັນ ແມ່ນໄດ້ລະບາດເປັນຈຳນວນຫຼາຍ ເຮັດໃຫ້ຜົນຜະລິດຂອງປະຊາຊົນໄດ້ຮັບຜົນກະທົບ ແລະ ເສຍຫາຍເປັນຈຳນວນຫຼາຍ ຕອນນີ້ລາມຮອດ 7 ເມືອງແລ້ວ, ປະຈຸບັນຍັງແກ້ໄຂພຽງຊົ່ວຄາວໂດຍການສີດຢາຂ້າເທົ່ານັ້ນ.

ไม่มีคำอธิบายรูปภาพ

ອີງຕາມການລາຍງານຂອງຂະແໜງປູກຝັງພະແນກກະສິກຳ ແລະ ປ່າໄມ້ແຂວງຫົວພັນ ໄດ້ໃຫ້ຮູ້ວ່າ: ກ່ຽວກັບບັນຫາການລະບາດຂອງຝຸງບົ້ງໃນແຂວງຫົວພັນ ໃນເບື່ອງຕົ້ນພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ປະສານສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ນຳເອົາວິຊາການລົງກວດກາຕົວຈິງຢູ່ແຕ່ລະບ້ານທີ່ມີການລະບາດບົ້ງທຳລາຍຕົ້ນເຂົ້າ ແລະ ຜົນຜະລິດຂອງປະຊາຊົນ, ມາຮອດປະຈຸບັນ ການລະບາດຂອງບົ້ງກິນຜົນຜະລິດເປັນຕົ້ນແມ່ນເຂົ້ານາ, ເຂົ້າໄຮ່ ແລະ ສາລີ ໄດ້ຮັບຜົນກະທົບທັງໝົດ 7 ເມືອງ ຄື: ເມືອງ ຊຳເໜືອ, ເມືອງ ວຽງໄຊ, ເມືອງ ຊຳໃຕ້, ເມືອງ ກັວນ, ເມືອງ ຊຽງຄໍ້, ເມືອງ ແອດ ແລະ ເມືອງ ຊ່ອນ.

อาจเป็นรูปภาพของ พื้นหญ้า

ມີ 103 ບ້ານ, ມີ 4.500 ຄອບຄົວທີ່ໄດ້ຮັບຜົນກະທົບ, ມີເນື້ອທີ່ໄດ້ຮັບຜົນກະທົບທັງໝົດ 2,369 ເຮັກຕາ, ເສຍຫາຍທັງໝົດ 78 ກວ່າເຮັກຕາ, ໃນນີ້ມີເນື້ອທີ່ນາໄດ້ຮັບຜົນກະທົບ 1,879 ເຮັກຕາ ເສຍຫາຍ 46 ກ່ວາເຮັກຕາ, ເນື້ອທີ່ປູກເຂົ້າໄຮ່ໄດ້ຮັບຜົນກະທົບ 441 ເຮັກຕາ, ເສຍຫາຍ 29 ກ່ວາເຮັກຕາ, ເນື້ອທີ່ປູກສາລີ 60 ເຮັກຕາ, ເສຍຫາຍ 1,9 ເຮັກຕາ.

ไม่มีคำอธิบายรูปภาพ

ການແກ້ໄຂໃນເບື້ອງຕົ້ນ ຂະແໜງປູກຝັງໄດ້ປະສານສົມທົບກັບເມືອງ ແລະ ບ້ານເພື່ອນຳວິຊາການລົງຊຸກຍູ້ການປ້ອງກັນ ແລະ ຄວບຄຸມພະຍາດບົ້ງທີ່ທຳລາຍຜົນຜະລິດຂອງປະຊາຊົນ ໂດຍການນຳໃຊ້ຢາຂ້າບົ້ງລົງສີດໃສ່ບ່ອນທີ່ມີການລະບາດພະຍາດບົ້ງ ຊຶ່ງສາມາດຄວບຄຸມເນື້ອທີ່ ທີ່ມີການລະບາດໄດ້ 633 ກວ່າເຮັກຕາ.

อาจเป็นรูปภาพของ แมลงปอ และ พื้นหญ้า

ຕໍ່ກັບສະພາບດັ່ງກ່າວພາກສ່ວນທີ່ກ່ຽວຂ້ອງຈຶ່ງໄດ້ຮຽກຮ້ອງມາຍັງຊາວກະສິກອນໃຫ້ຊ່ວຍການຕິດຕາມຄວບຄຸມການລະບາດຂອງພະຍາດບົ້ງທຳລາຍຜົນຜະລິດໂດຍການເບິ່ງແຍງຕົ້ນເຂົ້າ ແລະ ຜົນຜະລິດນຳໃຊ້ເຕັກນິກວິຊາການເຂົ້າໃນການບົວລະບັດຮັກສາ ຖ້າຫາກພົບເຫັນມີການລະບາດຂອງສັດຕູພືດຕ່າງໆ ແມ່ນໃຫ້ລາຍງານປະສານຫາພາກສ່ວນທີ່ກ່ຽວຂ້ອງເພື່ອລົງມາກວດກາ ແລະ ແກ້ໄຂຄວບຄຸມເພື່ອບໍ່ໃຫ້ເກີດຜົນເສຍຫາຍ ແລະ ເຮັດໃຫ້ສະມັດຕະພາບການຜະລິດປະຊາຊົນໄດ້ເສຍຫາຍຫຼາຍກວ່າເກົ່າ.