ຜະລິດຕະພັນກ້ວຍນໍ້າສໍາເລັດຮູບ

12

ອີກໜຶ່ງຜະລິດຕະພັນທີ່ຄົນລາວເຮົາຄວນຊື້ມາຊີມ ແລະ ສົ່ງເສີມ ເພາະເປັນສິນຄ້າທີ່ຄົນລາວເຮົາເຮັດຄົນລາວເຮົາຂາຍ ( ປູກຢູ່ລາວ, ແປຮູບຢູ່ລາວ ) ທີ່ສໍາຄັນແມ່ນເປັນຜະລິດຕະພັນປອດສານປະສົມໃດໆກິນແລ້ວດີຕໍ່ສຸຂະພາບ.

ດັ່ງທີ່ຫຼາຍຄົນຮູ້ດີວ່າ ກ້ວຍນໍ້າມີສັບພະຄຸນຕໍ່ສຸຂະພາບໂດຍສະເພາະກ້ວຍສຸກແມ່ນມີລົດຫວານ, ລົດຊາດແຊບ ແລະ ມີຄຸນຄ່າທາງໂພຊະນາການ ເຊິ່ງໃນເມື່ອກ່ອນຫຼາຍຄົນນິຍົມບໍລິໂພກແບບສົດໆ, ແບບຕົ້ມສຸກ ຫຼື ໜຶ້ງກ່ອນ ແລະ ປີ້ງ ຫຼື ຈີ່ ເປັນຕົ້ນ. ແຕ່ປັດຈຸບັນໄດ້ເພີ່ມທາງເລືອກອີກແບບຄື ການຕາກອົບແຫ້ງຮັກສາກິນໄດ້ໄລຍະດົນ.


ກ້ວຍຕາກອົບແຫ້ງ ມີວິທີການຜະລິດທີ່ຜ່ານຂັ້ນຕອນ ແລະ ມີມາດຕະຖານ ໂດຍໄດ້ຮັບການກວດກາ – ຮັບຮອງຈາກກົມອາຫານ ແລະ ຢາ ກະຊວງສາທາລະນະສຸກຢັ້ງຢືນເຖິງຫຼັກອະນາໄມ ( ເນັ້ນ ຄວາມເປັນທໍາມະຊາດ ) ສະອາດທຸກຂັ້ນຕອນ ບໍ່ສ່ຽງຕໍ່ຂີ້ຝຸ່ນ, ແມງວັນ, ແມງໄມ້ອື່ນໆ ເພາະມີເຮືອນອົບທີ່ສະອາດມາດຕະຖານ.

ການແປຮູບໃນແບບຕາກແຫ້ງແມ່ນເປັນການດີຕໍ່ການຮັກສາໄວ້ກິນດົນ ຫຼື ສາມາດບໍລິໂພກມື້ລະໜ້ອຍຕາມຕ້ອງການ ພ້ອມຍັງສາມາດຊື້ເປັນຂອງຕ້ອນຂອງຝາກໃຫ້ຄົນຮູ້ຈັກຮັກແພງທີ່ຢູ່ຫ່າງໄກໄດ້ນໍາອີກ ເຊິ່ງສະດວກຕໍ່ການພົກພາ, ເກັບຮັກສາ ແລະ ບໍລິໂພກ ເພາະໄດ້ມີການບັນຈຸໃສ່ກັບແລ້ວປິດໄວ້ຢ່າງຄັກແນ່ນັ້ນເອງ.

ນອກຈາກຕາກອົບແຫ້ງເປັນໜ່ວຍແລ້ວ ກໍຍັງມີກ້ວຍກວນ, ກ້ວຍແຜ່ນນໍາອີກ ເຊິ່ງທຸກໆຜະລິດຕະພັນແມ່ນບໍ່ມີນໍ້າເຜິ້ງ, ບໍ່ມີນໍ້າເຊື່ອມ, ບໍ່ໄດ້ແຕ່ງຕື່ມສີໃດໆ, ປາສະຈາກສິ່ງເຈືອປົນ, ຫວານທໍາມະຊາດ 100% ກິນແລ້ວບໍ່ຕຸ້ຍ.

ປັດຈຸບັນມີການຈໍາໜ່າຍຢູ່ຕາມທ້ອງຕະຫຼາດ ແລະ ຂາຍທາງອອນລາຍ ເຊິ່ງທຸກຄົນສາມາດສັ່ງຊື້ໄດ້ແມ່ນຈະຢູ່ນະຄອນຫຼວງ ຫຼື ຕ່າງແຂວງ.

ຜະລິດ ແລະ ຈໍາໜ່າຍໂດຍ ໂຮງເຮືອນກ້ວຍນໍ້າອາບແດດຟ້າໃສ ບ້ານໂພນໄຮຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ຊ່ວຍກັນສະໜັບສະໜູນສິນຄ້າລາວ ສົ່ງເສີມກິດຈະການຂອງຄົນລາວ ຊ່ວຍຊຸກຍູ້ເສດຖະກິດຂະໜາດນ້ອຍ ຟື້ນຟູເສດຖະກິດຊາດຫຼຸດພົ້ນຈາກໄພເງິນເຟີ້ໄປນໍາກັນ.