ຕຳກະໂລໍນີແຊບໆ

16

ກະໂລນີ ສາມາດເຮັດກິນໄດ້ຫຼາຍເມນູ ເຊັ່ນ: ຂົ້ວ, ຕົ້ມໃສ່ດູກໝູຄືກັບເຂົ້າປຽກ, ຕຳ. ດັ່ງນັ້ນ, ມື້ນີ້ເຮົາຈະພາມາເຮັດຕຳກະໂລນີ ແຊບໆກິນເອງ.

▶ ວັດຖຸດິບ: ກະໂລນີ 2 – 3 ຂີດ ( ແຊ່ນໍ້າປະມານ 2 – 3 ຊົ່ວໂມງ ແລ້ວຕົ້ມສຸກ ຖ້າຕົ້ມເລີຍຈະໃຊ້ເວລາດົນ ), ໝາກເຜັດດິບ ຫຼື ໝາກເຜັດແຫ້ງກໍໄດ້, ກະປິ, ແປ້ງນົວ, ນໍ້າປາແດກ, ນໍ້າຕານ, ໝາກນາວ, ໝາກເຫຼ່ນ, ລວກຜັກບົ້ງ ຫຼື ກະລໍ່າໃສ່ໄດ້ຕາມໃຈມັກ, ຫົວຜັກທຽມ ( ຖ້າບໍ່ມັກບໍ່ໃສ່ກໍໄດ້ ), ຄົກ, ສາກ.

▶ ຂັ້ນຕອນເຮັດ: ຕຳໝາກເຜັດ 10 – 20 ໜ່ວຍ ແລ້ວແຕ່ມັກເຜັດ, ຫົວຜັກທຽມ 1 – 2 ກີບ, ນໍ້າຕານ 1 ບ່ວງແກງ, ແປ້ງນົວ ເກືອບເຄິ່ງບ່ວງແກງ, ກະປິ 1 ບ່ວງຊາ ຕຳໃຫ້ແຫຼກແລ້ວຊອຍໝາກເຫຼ່ນ, ໝາກນາວ, ປາແດກ ລົງຄົນໃຫ້ເຂົ້າກັນຊີມລົດຊາດເຮັດລົດຊາດຈັດໆໜ້ອຍໜຶ່ງ ( ເພື່ອເອົາກະໂລນີ ແລະ ຜັກລວກລົງ ) ເມື່ອໄດ້ລົດຊາດທີ່ພໍດີແລ້ວ ຈາກນັ້ນກໍເອົາກະໂລນີ ແລະ ຜັກລວກ ລົງຕຳເລັກໜ້ອຍໂດຍຈະໃຊ້ຈອງຄົນໃຫ້ເຂົ້າກັນ ຊີມລົດຊາດອີກຄັ້ງ ຖ້າບໍ່ພໍສິ່ງໃດໃຫ້ປຸງລົງໄປ ຖ້າພໍດີແລ້ວຕັກໃສ່ຈານ ພ້ອມໂຮຍໜ້າດ້ວຍຈຽວຫົວຜັກບົ່ວ ຫຼື ຈຽວຫົວຜັກທຽມ ແລະ ຖົ່ວດິນໄດ້.