ພະຍາດມະເຮັງຕ່ອມນໍ້າເຫຼືອງເກີດຈາກຫຍັງ

18

“ ມະເຮັງຕ່ອມນ້ຳເຫຼືອງ ” ປະເທດລາວເຮົາຖືວ່າເປັນມະເຮັງທີ່ພົບຫຼາຍ, ສະນັ້ນຄວນໝັ່ນສັງເກດຕົນເອງຫາກຄຳພົບກ້ອນກະດັນ ໃຫຍ່ ຫຼື ມີອາການຜິດປົກກະຕິຄວນຮີບຟ້າວປຶກສາແພດໝໍ.
ພະຍາດມະເຮັງຕ່ອມນໍ້າເຫຼືອງ ເປັນການຈະເລີນເຕີບໃຫຍ່ທີ່ຜິດປົກກະຕິຂອງຕ່ອມນໍ້າເຫຼືອງ ຕ່ອມນ້ຳເຫຼືອງ ເປັນອະໄວຍະວະສ່ວນນ້ອຍໆທີ່ກະຈາຍຢູ່ທົ່ວບໍລິເວນຮ່າງກາຍຂອງຄົນເຮົາ ແລະ ມະເຮັງຕ່ອມນ້ຳເຫຼືອງແບ່ງເປັນ 2 ຊະນິດ ຄື Hodgkin’s disease ແລະ Non – Hodgkin’s lymphoma ມະເຮັງຊະນິດນີ້ສ່ວນຫຼາຍພົບໃນຊ່ວງອາຍຸ 15 – 54 ປີ ພົບໄດ້ທັງຍິງ ແລະ ຊາຍ.

Hodgkin’s disease ສາເຫດການເກີດມະເຮັງຕ່ອມນ້ຳເຫຼືອງຊະນິດນີ້ ສັນນິຖານວ່າອາດເກີດຈາກພູມຕ້ານທານຮ່າງກາຍຕ່ຳ ຫຼື ເກີດການຕິດເຊື້ອ.
Non – Hodgkin’s Lymphoma ມະເຮັງຕ່ອມນ້ຳເຫຼືອງຊະນິດນີ້ມັກເກີດໃນຜູ້ອາຍຸສູງ ຜູ້ທີ່ມີພູມຄຸ້ມກັນຕ່ຳ ຫຼື ຜູ້ທີ່ໄດ້ຮັບເຊື້ອ HIV.

ອາການໃນໄລຍະເລີ່ມຕົ້ນມັກພົບຕ່ອມນ້ຳເຫຼືອງໃຫຍ່ຂຶ້ນ ເຊິ່ງຈະຄຳພົບກ້ອນໄດ້ງ່າຍໃນບໍລິເວນທີ່ຢູ່ຕື້ນ ຄຳໄດ້ ແລະ ອາດບໍ່ຮູ້ສຶກເຈັບ ເຊັ່ນ ບໍລິເວນຄໍດ້ານຂ້າງ, ຂີ້ແຮ້, ເຕົ້ານົມ ຫຼື ໃກ້ງ່າມຂາ ນອກຈາກນີ້ອາດມີອາການອື່ນໆຮ່ວມນຳ ເຊັ່ນ: ຕ່ອມອາມີດ່ານ ໃຫຍ່, ເຫື່ອອອກຍາມກາງຄືນ, ອືດຍື່ງທ້ອງ, ຕັບປ້າງໃຫຍ່ໂດຍບໍ່ຮູ້ສາເຫດ ສຳລັບໃນດ້ານວິທີການປິ່ນປົວນັ້ນ ຈຳເປັນຕ້ອງພິຈາລະນາຊະນິດຂອງມະເຮັງຕ່ອມນ້ຳເຫຼືອງ, ໄລຍະຂອງມະເຮັງ, ອາຍຸຄົນເຈັບ ແລະ ສະພາບຮ່າງກາຍຄົນເຈັບໂດຍລວມການປິ່ນປົວອາດປະກອບດ້ວຍການໃຫ້ຢາເຄມີບຳບັດ ຫຼື ການໃຫ້ສາຍແສງລັງສີປິ່ນປົວ ເຊິ່ງແພດຊ່ຽວຊານຈະໃຫ້ຄຳແນະນຳເພື່ອເລືອກແນວທາງປິ່ນປົວທີ່ເໝາະສົມກັບພະຍາດ ແລະ ສະພາບຄົນເຈັບ ໂດຍທົ່ວໄປຄົນເຈັບມະເຮັງຕ່ອມນ້ຳເຫຼືອງທີ່ໄດ້ຮັບການບົ່ງມະຕິ ແລະ ປິ່ນປົວຕັ້ງແຕ່ໄລຍະເລີ່ມຕົ້ນຈະມີຜົນການປິ່ນປົວດີ ມີໂອກາດຫາຍຂາດຈາກພະຍາດ ແລະ ສາມາດກັບມາໃຊ້ຊີວິດໄດ້ຢ່າງປົກກະຕິ ປັດຈຸບັນຍັງບໍ່ມີວິທີກວດກັ່ນຕອງມະເຮັງຕ່ອມນ້ຳເຫຼືອງໃນໄລຍະເລີ່ມຕົ້ນ, ດັ່ງນັ້ນການໝັ່ນສັງເກດຄວາມຜິດປົກກະຕິຂອງຮ່າງກາຍຕົນເອງຈຶ່ງເປັນສິ່ງສຳຄັນ ຖ້າພົບວ່າມີອາການຜິດປົກກະຕິຄວນຮີບປຶກສາແພດໝໍ.
[ ຂໍ້ມູນຈາກ:
ສຸຂະພາບມາກ່ອນ ]