ຕຳຫົວຫອຍ ແຊບໆ

13

ຫົວຫອຍ ສາມາດເຮັດກິນໄດ້ຫຼາຍເມນູ ທີ່ສຳຄັນມີແຕ່ຫົວຫອຍ ຕາຫອຍ ແລະ ດິນກໍຖືກລ້າງ ແລະ ແກະອອກໝົດແລ້ວ, ດັ່ງນັ້ນເວລາກິນກໍຈະສະດວກ. ດັ່ງນັ້ນ, ມື້ນີ້ເຮົາຈະພາມາເຮັດຕຳຫອຍແຊບໆກິນແກ້ຫິວນອນ.

▶ ວັດຖຸດິບ: ຫົວຫອຍ 3 – 5 ຂີດ ( ຕົ້ມສຸກໃສ່ຫົວສີໃຄ, ໃບຂີ້ຫູດ, ຫົວຂ່າ ( ດັບຄາວ ), ໝາກເຜັດດິບ ຫຼື ໝາກເຜັດແຫ້ງກໍໄດ້, ກະປິ, ແປ້ງນົວ, ນໍ້າປາແດກ, ນໍ້າຕານ, ໝາກນາວ, ຫອມເປ, ໝາກເຫຼັ່ນ, ລວກຜັກບົ້ງ ຫຼື ກະລໍ່າໃສ່ໄດ້ຕາມໃຈມັກ, ຫົວຜັກທຽມ ( ຖ້າບໍ່ມັກບໍ່ໃສ່ກໍໄດ້ ), ຄົກ, ສາກ.

▶ ຂັ້ນຕອນເຮັດ: ຕຳໝາກເຜັດ 10 – 20 ໜ່ວຍ ແລ້ວແຕ່ມັກເຜັດ, ຫົວຜັກທຽມ 2 ກີບ, ນໍ້າຕານ 1,5 ບ່ວງແກງ, ແປ້ງນົວເຄິ່ງບ່ວງແກງ, ກະປິ ເຄິ່ງບ່ວງແກງ ຕຳໃຫ້ແຫຼກແລ້ວຊອຍໝາກເຫຼ່ນ, ໝາກນາວ, ປາແດກ ລົງ ຄົນໃຫ້ເຂົ້າກັນ ຊີມລົດຊາດເຮັດລົດຊາດຈັດໆໜ້ອຍໜຶ່ງ ( ເພື່ອເອົາຫອຍ ແລະ ຜັກລວກລົງ ) ເມື່ອໄດ້ລົດຊາດທີ່ພໍດີແລ້ວ, ຈາກນັ້ນກໍເອົາຫອຍ ແລະ ຜັກລວກລົງຕຳເລັກໜ້ອຍໂດຍຈະໃຊ້ຈອງຄົນໃຫ້ເຂົ້າກັນ ຊີມລົດຊາດອີກຄັ້ງ ຖ້າບໍ່ພໍສິ່ງໃດໃຫ້ປຸງລົງໄປ ຖ້າພໍດີແລ້ວໃຫ້ຊອຍຫອມເປເປັນຕ່ອນຍາວ ປະມານ 1 ຂໍ້ມືລົງ. ຕັກໃສ່ຈານ ພ້ອມໂຮຍໜ້າດ້ວຍຈຽວຫົວຫອມບົ່ວ ຫຼື ຈຽວຫົວຜັກທຽມ ແລະ ຖົ່ວດິນໄດ້.