ການຂົນສົ່ງຈາກໂຄງການຂະໜາດໃຫຍ່ ແລະ ການຂຸດຄົ້ນບໍ່ແຮ່ ສາເຫດຫຼັກເຮັດໃຫ້ເສັ້ນທາງເປ່ເພ

43

ໃນໄລຍະຜ່ານມາເສັ້ນທາງຫຼວງໄດ້ເປ່ເພເສຍຫາຍຈຳນວນຫຼາຍ ແມ່ນເປັນຜົນມາຈາກ ການຂົນສົ່ງທີ່ບັນທຸກນ້ຳໜັກເກີນ ໂດຍສະເພາະຈາກບັນດາໂຄງການກໍ່ສ້າງຂະໜາດໃຫຍ່ ແລະ ການຂຸດຄົ້ນບໍ່ແຮ່ ເຊິ່ງເປັນບັນຫາທີ່ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ທາງຫຼວງ ເຮັດໃຫ້ເກີດການເປ່ເພ ລວມປະມານ 6.700 ກິໂລແມັດ (ກມ) ແລະ ຂົວຫັກ 79 ແຫ່ງ.

ไม่มีคำอธิบาย

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ໄດ້ຊີ້ແຈງບັນຫາດັ່ງກ່າວຕໍ່ ສະມາຊິກສະພາແຫ່ງຊາດ (ສສຊ) ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ ຜ່ານມາວ່າ:  ກ່ຽວກັບທິດທາງໃນການແກ້ໄຂບັນຫາ ແມ່ນໄດ້ສະເໜີໃຫ້ຜູ້ປະກອບການຕ້ອງມີຊິງຊັ່ງນໍ້າໜັກລົດບັນທຸກເປັນຂອງຕົນເອງ ເພື່ອຄຸ້ມຄ້ອງນ້ຳໜັກຕາມຂໍ້ກຳນົດນ້ຳໜັກລວມສູງສຸດຂອງກະຊວງ ຍທຂ ວາງອອກ ເພື່ອບໍ່ໃຫ້ເສັ້ນທາງເປ່ເພເສຍຫາຍ.

ທັງຮັບປະກັນການຂົນສົ່ງທີ່ບັນທຸກນໍ້າໜັກເກີນຈາກບັນດາໂຄງການກໍ່ສ້າງຂະໜາດໃຫຍ່ ແລະ ການຂຸດຄົ້ນບໍ່ແຮ່ ເຊິ່ງເປັນບັນຫາທີ່ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ທາງຫຼວງ, ໂດຍສະເພາະຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດເພື່ອນບ້ານ ທີ່ເປັນສາຍທາງການຂົນສົ່ງສິນຄ້າ ແລະ ແຮ່ທາດ ຊຶ່ງໄດ້ເຮັດໃຫ້ຕາໜ່າງທາງຫຼວງແຕ່ລະປະເພດເກີດການເປ່ເພລວມປະມານ 6.700 ກິໂລແມັດ (ກມ) ແລະ ຂົວຫັກ 79 ແຫ່ງ.

ຍາມຝົນ ທາງເພ ທຽວລຳບາກ ໃຜຮັບຜິດຊອບ?  ເປີດພາບເສັ້ນທາງເປ່ເພໃນຍາມຝົນຢູ່ເມືອງຫິນເຫີບ ແຂວງວຽງຈັນ

ທ່ານກ່າວຕື່ມວ່າ: ຜ່ານມາ ກະຊວງ ຍທຂ ໄດ້ຮ່ວມກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ບັນດາແຂວງ ໂດຍ ຈັດກອງປະຊຸມຮ່ວມກັນກັບຜູ້ພັດທະນາໂຄງການກໍ່ສ້າງຂະໜາດໃຫຍ່ ເປັນຕົ້ນໂຄງການລົດໄຟລາວ-ຈີນ,​ ໂຄງການທາງດ່ວນວຽງຈັນ-ວັງວຽງ, ບັນດາໂຄງການຂຸດຄົ້ນບໍ່ແຮ່ ແລະ ບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າໃຫ້ເອົາໃຈໃສ່ໃນການສ້ອມແປງເສັ້ນທາງທີ່ເປ່ເພຈາກການຈັດຕັ້ງປະຕິບັດໂຄງການ ຕາມທີ່ໄດ້ລະບຸໄວ້ໃນສັນຍາສໍາປະທານ ແລະ ໄດ້ມີການວາງມາດຕະການໃນການຈັດຕັ້ງປະຕິບັດຮ່ວມກັນ.

ໃນການຈັດຕັ້ງປະຕິບັດຕົວຈິງເຫັນວ່າ ມີບາງໂຄງການໄດ້ປະຕິບັດຕາມສັນຍາສໍາປະທານ ແລະ ຍັງມີຈໍານວນໜຶ່ງບໍ່ປະຕິບັດຕາມສັນຍາສໍາປະທານ. ປັດ​ຈຸ​ບັນ ກະຊວງ ຍທຂ ໄດ້ເຮັດວຽກຮ່ວມກັບພາກສ່ວນກ່ຽວ ຂ້ອງກວດກາຄືນ ຖ້າໂຄງການໃດທີ່ບໍ່ປະຕິບັດຕາມສັນຍາສໍາປະທານ ໂດຍສະເພາະແມ່ນການສ້ອມແປງເສັ້ນທາງທີ່ເປ່ເພຈາກໂຄງການດັ່ງກ່າວ ແມ່ນຈະໄດ້ມີມາດຕະການເດັດຂາດໃນການປັບໃໝ ຫຼື ລາຍງານລັດຖະບານ ເພື່ອຂໍຍົກເລີກສັນຍາສໍາປະທານ.

ຂົວຫັກ ຍ້ອນຂົນຫີນເກີນກຳນົດ

ຊຶ່ງກະຊວງ ຍທຂ ຈະໄດ້ສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບັນດາແຂວງ ເພື່ອກຳນົດສາຍທາງ ແລະ ນໍ້າໜັກບັນທຸກຂອງລົດບັນທຸກແຕ່ລະປະເພດທີ່ນໍາໃຊ້ໃນການຂົນສົ່ງແຮ່ທາດ, ສະເໜີໃຫ້ຜູ້ປະກອບການມີຊິງຊັ່ງເປັນຂອງຕົນເອງ ເພື່ອຄຸ້ມຄ້ອງນ້ຳໜັກຕາມຂໍ້ກຳນົດນ້ຳໜັກລວມສູງສຸດຂອງກະຊວງ ຍທຂ ວາງອອກ ເພື່ອບໍ່ໃຫ້ເສັ້ນທາງເປ່ເພເສຍຫາຍ.